ຕຳແໜ່ງ (ຮູບແບບລາຍຊື່ - ແບບເກົ່າ)

ຕັ້ງຄ່າການຫຍໍ້ໜ້າ, ໄລຍະຫ່າງ ແລະ ຕົວເລືອກການຈັດວາງສຳລັບສັນຍະລັກການໃສ່ເລກລຳດັບ, ເຊັ່ນ ຕົວເລກ ຫຼື ເຄື່ອງໝາຍຫົວຂໍ້, ໃຫ້ກັບລາຍການແບບມີລຳດັບ ແລະ ບໍ່ມີລຳດັບ.

ເພື່ອເຂົ້າເຖິງຄຳສັ່ງນີ້...


ລະດັບ

ເລືອກລະດັບທີ່ທ່ານຕ້ອງການແກ້ໄຂ. ເພື່ອນຳໃຊ້ຕົວເລືອກໃຫ້ກັບທຸກລະດັບ, ໃຫ້ເລືອກ “1-10”.

ໄອຄອນ ບັນທຶກ

LibreOffice Writer ຈະໃຊ້ການຄວບຄຸມຕຳແໜ່ງທີ່ສະແດງຢູ່ນີ້ ເມື່ອເປີດເອກະສານທີ່ໃຊ້ວິທີການວາງຕຳແໜ່ງ ແລະ ໄລຍະຫ່າງທີ່ແຕກຕ່າງກັນ. ສຳລັບການຄວບຄຸມມາດຕະຖານ ເບິ່ງໄດ້ທີ່ ຕຳແໜ່ງ (ຮູບແບບລາຍຊື່).


ຕຳແໜ່ງ ແລະ ໄລຍະຫ່າງ

ຫຍໍ້ໜ້າ

ປ້ອນຈຳນວນໄລຍະຫ່າງລະຫວ່າງຂອບໜ້າເບື້ອງຊ້າຍ (ຫຼື ຂອບຊ້າຍຂອງວັດຖຸຂໍ້ຄວາມ) ແລະ ຂອບຊ້າຍຂອງພື້ນທີ່ການໃຫ້ເລກລຳດັບ. ຖ້າຮູບແບບຫຍໍ້ໜ້າປັດຈຸບັນມີການຫຍໍ້ໜ້າຢູ່ແລ້ວ, ຄ່າທີ່ທ່ານປ້ອນຢູ່ນີ້ຈະຖືກເພີ່ມເຂົ້າໃນການຫຍໍ້ໜ້ານັ້ນ.

ທຽບພັນ

ຫຍໍ້ໜ້າລະດັບປັດຈຸບັນໂດຍທຽບພັນກັບລະດັບກ່ອນໜ້າໃນລຳດັບຊັ້ນຂອງລາຍຊື່.

ຄວາມກວ້າງຂອງການໃຫ້ເລກລຳດັບ

ປ້ອນຄວາມກວ້າງຂອງພື້ນທີ່ການໃຫ້ເລກລຳດັບ. ສັນຍະລັກເລກລຳດັບສາມາດຈັດຊ້າຍ, ກາງ ຫຼື ຂວາ ໃນພື້ນທີ່ນີ້ໄດ້.

ການຈັດວາງ

ຈັດວາງສັນຍະລັກເລກລຳດັບໄວ້ທາງຊ້າຍ, ກາງ ຫຼື ຂວາ ໃນພື້ນທີ່ການໃຫ້ເລກລຳດັບ. ຕຳແໜ່ງອາດຈະຖືກປັບເພື່ອຮັກສາໄລຍະຫ່າງຕ່ຳສຸດໄວ້.

ໄອຄອນ ບັນທຶກ

ຕົວເລືອກ ການຈັດວາງເລກລຳດັບ ບໍ່ໄດ້ເປັນການຕັ້ງຄ່າການຈັດວາງຂອງຢໍ້າໜ້າ.


ເລີ່ມຕົ້ນ

ຕັ້ງຄ່າການຫຍໍ້ໜ້າ ແລະ ຄ່າໄລຍະຫ່າງຄືນເປັນຄ່າເລີ່ມຕົ້ນ.

ສະແດງຕົວຢ່າງ

ສະແດງຕົວຢ່າງຂອງສິ່ງທີ່ເລືອກໃນປະຈຸບັນ.

ໂຫຼດ/ບັນທຶກ

ບັນທຶກ ຫຼື ໂຫຼດຮູບແບບການໃສ່ລຳດັບເລກສຳລັບຫົວຂໍ້. ຮູບແບບການໃສ່ລຳດັບເລກທີ່ບັນທຶກໄວ້ສາມາດໂຫຼດໄປໃຊ້ໃນເອກະສານຂໍ້ຄວາມອື່ນໆໄດ້.

ໄອຄອນ ບັນທຶກ

ປຸ່ມ ໂຫຼດ/ບັນທຶກ ມີໃຫ້ໃຊ້ສະເພາະສຳລັບການໃສ່ລຳດັບເລກຫົວຂໍ້ເທົ່ານັ້ນ. ໃຫ້ໃຊ້ຮູບແບບລາຍການເພື່ອບັນທຶກການຈັດຮູບແບບສຳລັບລາຍການແບບລຳດັບ ຫຼື ບໍ່ເປັນລຳດັບ.


ຕັ້ງຄ່າໃໝ່

ຕັ້ງຄ່າການປ່ຽນແປງໃນແທັບປະຈຸບັນຄືນໃໝ່ໃຫ້ເປັນຄ່າທີ່ໃຊ້ໃນຕອນເປີດກ່ອງໂຕ້ຕອບນີ້.

ນຳໃຊ້

ນຳໃຊ້ການແກ້ໄຂໃນທຸກແທັບໂດຍບໍ່ຕ້ອງປິດກ່ອງໂຕ້ຕອບ. ບໍ່ສາມາດຍ້ອນຄືນດ້ວຍ ຕັ້ງຄ່າໃໝ່ ໄດ້.

ການຄວບຄຸມນີ້ຈະປາກົດຂຶ້ນເມື່ອແກ້ໄຂຮູບແບບລາຍການເທົ່ານັ້ນ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!