ດັດຊະນີ (ກຳນົດເອງ)
ຕົວເລືອກຕໍ່ໄປນີ້ຈະມີໃຫ້ເມື່ອທ່ານເລືອກ ກຳນົດເອງ ເປັນປະເພດ ດັດຊະນີ.
ເລືອກແທັບ ແຊກ - ສານບານ ແລະ ດັດສະນີ - ສານບານ, ດັດສະນີ ຫຼື ບັນນານຸກົມ - ປະເພດ (ເມື່ອເລືອກປະເພດເປັນແບບກຳນົດເອງ)
ດັດຊະນີທີ່ກຳນົດເອງຈະມີໃຫ້ເລືອກໃນກ່ອງ ເມື່ອທ່ານ ສ້າງດັດຊະນີທີ່ກຳນົດເອງໃໝ່ ໃນເອກະສານຂອງທ່ານ.
ປະເພດ ແລະ ຫົວຂໍ້
ລະບຸປະເພດ ແລະ ຫົວຂໍ້ຂອງດັດຊະນີ.
ຫົວຂໍ້
ປ້ອນຫົວຂໍ້ສຳລັບດັດຊະນີທີ່ເລືອກ.
ປະເພດ
ເລືອກປະເພດຂອງດັດຊະນີທີ່ທ່ານຕ້ອງການແຊກ ຫຼື ແກ້ໄຂ. ຕົວເລືອກທີ່ມີຢູ່ໃນແຖບນີ້ຂຶ້ນຢູ່ກັບປະເພດດັດຊະນີທີ່ທ່ານເລືອກ. ຖ້າເຄີເຊີຢູ່ໃນດັດຊະນີໃນຂະນະທີ່ທ່ານເລືອກ ແຊກ - ສາລະບານ ແລະ ດັດຊະນີ - ສາລະບານ, ດັດຊະນີ ຫຼື ບັນນານຸກົມ, ທ່ານຈະສາມາດແກ້ໄຂດັດຊະນີນັ້ນໄດ້.
ປ້ອງກັນການປ່ຽນແປງດ້ວຍມື
ປ້ອງກັນບໍ່ໃຫ້ເນື້ອໃນຂອງດັດຊະນີຖືກປ່ຽນແປງ. ການປ່ຽນແປງດ້ວຍມືທີ່ທ່ານເຮັດກັບດັດຊະນີຈະຫາຍໄປເມື່ອມີການໂຫຼດດັດຊະນີຄືນໃໝ່. ຖ້າທ່ານຕ້ອງການໃຫ້ເຄີເຊີສາມາດເລື່ອນຜ່ານເຂດທີ່ຖືກປ້ອງກັນໄດ້, ໃຫ້ເລືອກ LibreOffice - ການຕັ້ງຄ່າເຄື່ອງມື - ຕົວເລືອກ - LibreOffice Writer - ຕົວຊ່ວຍການຈັດຮູບແບບ, ແລ້ວເລືອກຊ່ອງ ເປີດໃຊ້ງານເຄີເຊີ ໃນສ່ວນ ເຂດທີ່ຖືກປ້ອງກັນ.
ສ້າງດັດຊະນີ ຫຼື ສາລະບານ
ສຳລັບ
ເລືອກວ່າຈະສ້າງດັດຊະນີສຳລັບທັງເອກະສານ ຫຼື ສຳລັບບົດປັດຈຸບັນ.
ສ້າງຈາກ
ຮູບແບບ
ລວມເອົາຫຍໍ້ໜ້າທີ່ມີຮູບແບບຫຍໍ້ໜ້າທີ່ລະບຸໄວ້ໃນປ່ອງຢ້ຽມ ເປັນລາຍການດັດຊະນີ. ເພື່ອເລືອກຮູບແບບຫຍໍ້ໜ້າ, ໃຫ້ຄລິກປຸ່ມ ທາງເບື້ອງຂວາຂອງຕົວເລືອກນີ້.
ກຳນົດຮູບແບບ
ເປີດປ່ອງຢ້ຽມ ກຳນົດຮູບແບບ, ເຊິ່ງທ່ານສາມາດເລືອກຮູບແບບຫຍໍ້ໜ້າເພື່ອລວມເຂົ້າໃນດັດຊະນີ. ເລືອກລະດັບດັດຊະນີທີ່ຕ້ອງການເພື່ອສະແດງຮູບແບບນັ້ນໃນດັດຊະນີ.
ລາຍການດັດຊະນີ
ເລືອກຕົວເລືອກນີ້ເພື່ອລວມເອົາລາຍການດັດຊະນີທີ່ແຊກໄວ້ໃນເອກະສານດ້ວຍ ເຂົ້າໃນດັດຊະນີທີ່ສ້າງຂຶ້ນ.
ຕາຕະລາງ
ລວມເອົາຕາຕະລາງເຂົ້າໃນດັດຊະນີ.
ຮູບພາບ
ລວມເອົາຮູບພາບເຂົ້າໃນດັດຊະນີ.
ຂອບ
ລວມເອົາຂອບເຂົ້າໃນດັດຊະນີ.
ວັດຖຸ OLE
ລວມເອົາວັດຖຸ OLE ເຂົ້າໃນດັດຊະນີ.
ໃຊ້ລະດັບໂຄງຮ່າງ
ກຳນົດລະດັບດັດຊະນີຕາມລະດັບໂຄງຮ່າງຂອງຫົວຂໍ້ທີ່ຢູ່ກ່ອນໜ້າຕາຕະລາງ, ຮູບພາບ, ຂອບ ຫຼື ວັດຖຸ OLE. ດ້ວຍການຕັ້ງຄ່າເລີ່ມຕົ້ນ, ຍິ່ງລະດັບໂຄງຮ່າງສູງເທົ່າໃດ, ການຍໍ້ໜ້າໃນດັດຊະນີທີ່ສ້າງຂຶ້ນກໍຈະຍິ່ງຫຼາຍເທົ່ານັ້ນ.