ແຊກ ຫຼື ແກ້ໄຂລາຍການດັດຊະນີ

ໝາຍຂໍ້ຄວາມທີ່ເລືອກໃຫ້ເປັນລາຍການດັດຊະນີ ຫຼື ສານບັນ ຫຼື ແກ້ໄຂລາຍການດັດຊະນີທີ່ເລືອກ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ແຊກ:

ເລືອກ ແຊກ - ສານບານ ແລະ ດັດສະນີ - ລາຍການດັດສະນີ

ເປີດແຖບເຄື່ອງມື ແຊກ, ຄລິກ

ຮູບສັນຍາລັກແຊກລາຍການດັດສະນີ

ແຊກລາຍການດັດສະນີ

ແກ້ໄຂ:

ວາງເຄີເຊີໄວ້ທາງໜ້າເຂດຂໍ້ມູນດັດສະນີ, ຈາກນັ້ນເລືອກ ແກ້ໄຂ - ການອ້າງອີງ - ລາຍການດັດສະນີ...

ຫຼື ຄລິກຂວາເພື່ອເປີດເມນູລັດ - ເລືອກ ແກ້ໄຂລາຍການດັດສະນີ


ທ່ານສາມາດເປີດກ່ອງໂຕ້ຕອບ ແຊກລາຍການດັດຊະນີ ແລະ ແກ້ໄຂລາຍການດັດຊະນີ ຄ້າງໄວ້ໄດ້ ໃນຂະນະທີ່ທ່ານເລືອກ ແລະ ແຊກ ຫຼື ແກ້ໄຂລາຍການຕ່າງໆ.

ກ່ອງຂໍ້ຄວາມລາຍການດັດສະນີ

ດັດຊະນີ

ເລືອກດັດຊະນີທີ່ທ່ານຕ້ອງການເພີ່ມລາຍການເຂົ້າໄປ.

ເມື່ອແກ້ໄຂລາຍການດັດຊະນີ, ຈະສະແດງປະເພດຂອງດັດຊະນີທີ່ລາຍການນັ້ນສັງກັດຢູ່. ທ່ານບໍ່ສາມາດປ່ຽນປະເພດດັດຊະນີໃນກ່ອງໂຕ້ຕອບນີ້ໄດ້. ແທນທີ່ຈະເຮັດແນວນັ້ນ, ທ່ານຕ້ອງລຶບລາຍການດັດຊະນີອອກຈາກເອກະສານ, ແລ້ວຈຶ່ງແຊກມັນໃໝ່ໃນປະເພດດັດຊະນີອື່ນ.

ດັດຊະນີກຳນົດເອງໃໝ່

ເປີດກ່ອງໂຕ້ຕອບ ສ້າງດັດຊະນີກຳນົດເອງໃໝ່ ເຊິ່ງທ່ານສາມາດສ້າງດັດຊະນີແບບພິເສດໄດ້.

ໄອຄອນດັດຊະນີກຳນົດເອງໃໝ່

ດັດຊະນີກຳນົດເອງໃໝ່

ຊື່

ປ້ອນຊື່ສຳລັບດັດຊະນີກຳນົດເອງໃໝ່. ດັດຊະນີໃໝ່ນີ້ຈະຖືກເພີ່ມເຂົ້າໃນລາຍການດັດຊະນີ ແລະ ຕາຕະລາງທີ່ມີໃຫ້.

ລາຍການ

ສະແດງຂໍ້ຄວາມທີ່ຖືກເລືອກໃນເອກະສານ. ຖ້າທ່ານຕ້ອງການ, ທ່ານສາມາດປ້ອນຄຳອື່ນສຳລັບລາຍການດັດຊະນີໄດ້. ຂໍ້ຄວາມທີ່ຖືກເລືອກໃນເອກະສານຈະບໍ່ມີການປ່ຽນແປງ.

ຫຼື ແກ້ໄຂລາຍການດັດຊະນີຫາກຈຳເປັນ. ເມື່ອທ່ານແກ້ໄຂລາຍການດັດຊະນີ, ຂໍ້ຄວາມໃໝ່ຈະປາກົດສະເພາະໃນດັດຊະນີເທົ່ານັ້ນ, ບໍ່ແມ່ນຢູ່ບ່ອນປັກມຸດ (anchor) ຂອງລາຍການດັດຊະນີໃນເອກະສານ. ຕົວຢ່າງ: ທ່ານສາມາດປ້ອນດັດຊະນີພ້ອມຄຳອະທິບາຍເຊັ່ນ "ພື້ນຖານ, ເບິ່ງທົ່ວໄປນຳ".

ອັບເດດລາຍການຈາກສິ່ງທີ່ເລືອກ

ຄລິກທີ່ໄອຄອນເພື່ອອັບເດດ ລາຍການ ດ້ວຍຂໍ້ຄວາມທີ່ເລືອກຢູ່ໃນປັດຈຸບັນໃນເອກະສານ.

ໄອຄອນອັບເດດລາຍການຈາກສິ່ງທີ່ເລືອກ

ອັບເດດລາຍການຈາກສິ່ງທີ່ເລືອກ

ລະດັບທີ 1

ເຮັດໃຫ້ສິ່ງທີ່ເລືອກປັດຈຸບັນເປັນລາຍການຍ່ອຍຂອງຄຳທີ່ທ່ານປ້ອນຢູ່ທີ່ນີ້. ຕົວຢ່າງ: ຖ້າທ່ານເລືອກ "ໜາວ", ແລະ ປ້ອນ "ອາກາດ" ເປັນລະດັບທີ 1, ລາຍການດັດຊະນີຈະແມ່ນ "ອາກາດ, ໜາວ".

ລະດັບທີ 2

ເຮັດໃຫ້ສິ່ງທີ່ເລືອກປັດຈຸບັນເປັນລາຍການຍ່ອຍຊ້ອນຂອງລະດັບທີ 1. ຕົວຢ່າງ: ຖ້າທ່ານເລືອກ "ໜາວ", ແລະ ປ້ອນ "ອາກາດ" ເປັນລະດັບທີ 1 ແລະ "ລະດູ" ເປັນລະດັບທີ 2, ລາຍການດັດຊະນີຈະແມ່ນ "ອາກາດ, ລະດູ, ໜາວ".

ການອ່ານອອກສຽງ

ປ້ອນການອ່ານອອກສຽງສຳລັບລາຍການທີ່ກ່ຽວຂ້ອງ. ຕົວຢ່າງ: ຖ້າຄຳສັບພາສາຍີ່ປຸ່ນ (Kanji) ມີການອອກສຽງຫຼາຍກວ່າໜຶ່ງແບບ, ໃຫ້ປ້ອນການອອກສຽງທີ່ຖືກຕ້ອງເປັນຄຳ Katakana. ຈາກນັ້ນຄຳ Kanji ຈະຖືກຈັດລຽງຕາມການອ່ານອອກສຽງນັ້ນ. ຕົວເລືອກນີ້ມີໃຫ້ໃຊ້ສະເພາະເມື່ອມີການເປີດໃຊ້ການຮອງຮັບພາສາອາຊີ.

ລາຍການຫຼັກ

ກຳນົດໃຫ້ຂໍ້ຄວາມທີ່ເລືອກເປັນລາຍການຫຼັກໃນດັດຊະນີລຽງຕາມຕົວອັກສອນ. LibreOffice ຈະສະແດງເລກໜ້າຂອງລາຍການຫຼັກໃນຮູບແບບທີ່ແຕກຕ່າງຈາກລາຍການອື່ນໆໃນດັດຊະນີ.

ລະດັບດັດຊະນີ

ກຳນົດລະດັບດັດຊະນີສຳລັບລາຍການດັດຊະນີທີ່ແຊກເຂົ້າໄປ.

ໄອຄອນ ບັນທຶກ

ຕົວເລືອກນີ້ມີໃຫ້ໃຊ້ສະເພາະກັບສານບັນ ແລະ ລາຍການດັດຊະນີທີ່ກຳນົດເອງເທົ່ານັ້ນ.


ສຳລັບລາຍການທີ່ເລືອກ

ສາມຕົວເລືອກຕໍ່ໄປນີ້ຈະມີໃຫ້ໃຊ້ເມື່ອມີການໂຫຼດຂໍ້ຄວາມທີ່ເລືອກເຂົ້າໃນ ລາຍການ, ບໍ່ວ່າຈະເປັນການເລືອກຂໍ້ຄວາມໃນເອກະສານກ່ອນແລ້ວຈຶ່ງເປີດກ່ອງໂຕ້ຕອບ, ຫຼື ການໃຊ້ ອັບເດດລາຍການຈາກສິ່ງທີ່ເລືອກ ໃນກ່ອງໂຕ້ຕອບ.

ໃຊ້ກັບທຸກບ່ອນທີ່ປາກົດຄຳນີ້

ໝາຍທຸກໆບ່ອນທີ່ປາກົດຂໍ້ຄວາມທີ່ເລືອກໃນເອກະສານໂດຍອັດຕະໂນມັດ. ສຳລັບລາຍການທີ່ຖືກແກ້ໄຂ, ການຄົ້ນຫາຈະອີງຕາມຂໍ້ຄວາມທີ່ເລືອກເບື້ອງຕົ້ນ, ແຕ່ຈະແຊກລາຍການທີ່ແກ້ໄຂແລ້ວເຂົ້າເປັນລາຍການດັດຊະນີ. ຂໍ້ຄວາມໃນຫົວເຈ້ຍ, ທ້າຍເຈ້ຍ ແລະ ກອບ ຈະບໍ່ຖືກລວມເຂົ້າ.

ພຽງແຕ່ທັງໝົດຄຳ

ຊອກຫາຄຳທັງໝົດ ຫຼື ຫ້ອງທີ່ຄືກັນກັບຂໍ້ຄວາມທີ່ຊອກຫາ.

ຕົວພິມໃຫຍ່/ນ້ອຍຕ້ອງກົງກັນ

ຊອກຫາໂຕອັກສອນທີ່ກົງກັນທຸກຢ່າງຕາມທີ່ລະບຸໃນກ່ອງ ຊອກຫາ ໂດຍບໍ່ພິຈາລະນາການຈັບຄູ່ໂຕພິມອື່ນ.

ໄອຄອນ ເຄັດລັບ

ເພື່ອລວມທຸກໆບ່ອນທີ່ປາກົດຂອງຂໍ້ຄວາມເຂົ້າໃນດັດຊະນີ, ໃຫ້ເລືອກຂໍ້ຄວາມ, ເລືອກ ແກ້ໄຂ - ຄົ້ນຫາ ແລະ ແທນທີ່, ແລ້ວຄລິກ ຄົ້ນຫາທັງໝົດ. ຈາກນັ້ນເລືອກ ແຊກ - ສານບັນ ແລະ ດັດຊະນີ - ລາຍການດັດຊະນີ ແລະ ຄລິກ ແຊກ.


ແຊກ

ໝາຍລາຍການດັດຊະນີໃນຂໍ້ຄວາມຂອງທ່ານ.

ປິດ

ປິດກ່ອງໂຕ້ຕອບ.

ລຶບ

ລຶບລາຍການທີ່ເລືອກອອກຈາກດັດຊະນີ. ຂໍ້ຄວາມຂອງລາຍການໃນເອກະສານຈະບໍ່ຖືກລຶບ.

ໄອຄອນ ບັນທຶກ

ປຸ່ມນຳທາງຕໍ່ໄປນີ້ມີໃຫ້ໃຊ້ສະເພາະໃນກ່ອງໂຕ້ຕອບ ແກ້ໄຂລາຍການດັດຊະນີ ເທົ່ານັ້ນ.


ລາຍການກ່ອນໜ້າ (ຊື່ດຽວກັນ)

ໂດດໄປຫາລາຍການດັດຊະນີກ່ອນໜ້າທີ່ມີຂໍ້ຄວາມ ແລະ ປະເພດດຽວກັນກັບລາຍການປັດຈຸບັນ.

ໄອຄອນລາຍການກ່ອນໜ້າ (ຊື່ດຽວກັນ)

ລາຍການກ່ອນໜ້າ (ຊື່ດຽວກັນ)

ລາຍການຖັດໄປ (ຊື່ດຽວກັນ)

ໂດດໄປຫາລາຍການດັດຊະນີຖັດໄປທີ່ມີຂໍ້ຄວາມ ແລະ ປະເພດດຽວກັນກັບລາຍການປັດຈຸບັນ.

ໄອຄອນລາຍການຖັດໄປ (ຊື່ດຽວກັນ)

ລາຍການຖັດໄປ (ຊື່ດຽວກັນ)

ລາຍການກ່ອນໜ້າ

ໂດດໄປຫາລາຍການດັດຊະນີກ່ອນໜ້າທີ່ມີປະເພດດຽວກັນໃນເອກະສານ.

ໄອຄອນລາຍການກ່ອນໜ້າ

ລາຍການກ່ອນໜ້າ

ລາຍການຖັດໄປ

ໂດດໄປຫາລາຍການດັດຊະນີຖັດໄປຂອງປະເພດດຽວກັນໃນເອກະສານ.

ໄອຄອນລາຍການຖັດໄປ

ລາຍການຖັດໄປ

ໄອຄອນ ເຄັດລັບ

ທ່ານສາມາດໂດດໄປຫາລາຍການດັດຊະນີໄດ້ຢ່າງວ່ອງໄວດ້ວຍ ແຖບນຳທາງ.


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!