ສັນຍາລັກ

ເປີດກ່ອງໂຕ້ຕອບ ສັນຍາລັກ, ເຊິ່ງທ່ານສາມາດເລືອກສັນຍາລັກເພື່ອແຊກເຂົ້າໃນສູດ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ເລືອກ ເຄື່ອງມື - ສັນຍະລັກ

ຢູ່ເທິງແຖບເຄື່ອງມື, ຄລິກ

ໄອຄອນ ສັນຍະລັກ

ສັນຍະລັກ


ຊຸດສັນຍາລັກ

ສັນຍາລັກທັງໝົດຖືກຈັດເປັນຊຸດສັນຍາລັກ. ເລືອກຊຸດສັນຍາລັກທີ່ຕ້ອງການຈາກລາຍການ. ກຸ່ມສັນຍາລັກທີ່ກ່ຽວຂ້ອງຈະປະກົດຂຶ້ນໃນຫ້ອງດ້ານລຸ່ມ.

ເມື່ອເລືອກສັນຍາລັກໃດໜຶ່ງ, ຊື່ຄຳສັ່ງຂອງມັນຈະປະກົດຂຶ້ນໃຕ້ລາຍການສັນຍາລັກ ແລະ ຮູບຂະຫຍາຍຈະປະກົດຂຶ້ນໃນຫ້ອງທາງຂວາ. ໝາຍເຫດວ່າ ຊື່ຕ້ອງຖືກພິມໃນປ່ອງຢ້ຽມ ຄຳສັ່ງ ໃຫ້ຄືກັບທີ່ສະແດງຢູ່ນີ້ທຸກປະການ (ຕົວພິມໃຫຍ່ ແລະ ຕົວພິມນ້ອຍມີຄວາມແຕກຕ່າງກັນ).

ເພື່ອແຊກສັນຍາລັກ, ໃຫ້ເລືອກມັນຈາກລາຍການ ແລ້ວຄລິກ ແຊກ. ຊື່ຄຳສັ່ງທີ່ກ່ຽວຂ້ອງຈະປະກົດຂຶ້ນໃນປ່ອງຢ້ຽມ ຄຳສັ່ງ.

ແກ້ໄຂ

ຄລິກທີ່ນີ້ເພື່ອເປີດກ່ອງໂຕ້ຕອບ ແກ້ໄຂສັນຍາລັກ.

ນຳໃຊ້

ນຳໃຊ້ຄ່າທີ່ແກ້ໄຂ ຫຼື ເລືອກ ໂດຍບໍ່ຕ້ອງປິດກ່ອງໂຕ້ຕອບ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!