ການຊ່ວຍເຫຼືອ LibreOffice 26.2
ຕັ້ງກົດເກນສຳລັບການແປງຈາກຄ່າຂໍ້ຄວາມເປັນຄ່າຕົວເລກ, ຄ່າຂໍ້ຄວາມເປັນການອ້າງອີງຫ້ອງ ແລະ ຄ່າຂໍ້ຄວາມເປັນຄ່າວັນທີ ແລະ ເວລາ.
ສິ່ງນີ້ມີຜົນຕໍ່ຟັງຊັນທີ່ມີມາໃຫ້ເຊັ່ນ INDIRECT ທີ່ຮັບການອ້າງອີງເປັນຄ່າຂໍ້ຄວາມ ຫຼື ຟັງຊັນວັນທີ ແລະ ເວລາທີ່ຮັບອາຄິວເມນ (arguments) ເປັນຄ່າຂໍ້ຄວາມໃນຮູບແບບທ້ອງຖິ່ນ ຫຼື ISO 8601.
ເລືອກ , ເລືອກ ໃນການຕັ້ງຄ່າການຄຳນວນແບບລະອຽດ, ແລ້ວກົດ .
ໃນແຖບ , ເລືອກ , ເເລ້ວເລືອກ ໃນການຕັ້ງຄ່າການຄຳນວນແບບລະອຽດ, ກົດ .
Alt + F12, ຈາກນັ້ນ , ເລືອກ ໃນການຕັ້ງຄ່າການຄຳນວນແບບລະອຽດ, ແລ້ວກົດ .
ວິທີຈັດການກັບຂໍ້ຄວາມເມື່ອພົບວ່າມັນເປັນຕົວດຳເນີນການໃນການຄຳນວນເລກ ຫຼື ເປັນອາຄິວເມນຂອງຟັງຊັນທີ່ຕ້ອງການຕົວເລກ. ການແປງທີ່ບໍ່ກຳກວມແມ່ນສາມາດເຮັດໄດ້ສຳລັບຕົວເລກຖ້ວນ ລວມທັງເລກກຳລັງ ແລະ ວັນທີ/ເວລາ ISO 8601 ໃນຮູບແບບສ່ວນຂະຫຍາຍທີ່ມີຕົວແຍກ. ຄ່າຕົວເລກເສດສ່ວນທີ່ມີຕົວແຍກທົດສະນິຍົມ ຫຼື ວັນທີອື່ນທີ່ບໍ່ແມ່ນ ISO 8601 ຈະຂຶ້ນກັບການຕັ້ງຄ່າທ້ອງຖິ່ນ. ໝາຍເຫດ: ໃນການແປງທີ່ຂຶ້ນກັບທ້ອງຖິ່ນ, ຄ່າຕົວເລກທີ່ໄດ້ອາດຈະແຕກຕ່າງກັນໄປໃນແຕ່ລະທ້ອງຖິ່ນ!
ສ້າງຂໍ້ຜິດພາດ #VALUE!: ຫາກພົບຂໍ້ຄວາມໃນບ່ອນທີ່ຕ້ອງການຂໍ້ມູນຕົວເລກ ຈະເຮັດໃຫ້ເກີດຂໍ້ຜິດພາດ #VALUE!. ຕົວຢ່າງ: "123.45" ຈະສ້າງຂໍ້ຜິດພາດ #VALUE!, ໃນຂະນະທີ່ 123.45 ຈະບໍ່ເປັນ.
ຖືວ່າເປັນສູນ: ຂໍ້ຄວາມໃດໆ ທີ່ພົບໃນບ່ອນທີ່ຕ້ອງການຂໍ້ມູນຕົວເລກ ຈະຖືກຖືວ່າເປັນຕົວເລກທີ່ມີຄ່າເປັນສູນ. ຕົວຢ່າງ: "123.45" ຈະມີຄ່າເປັນສູນ, ໃນຂະນະທີ່ 123.45 ຈະບໍ່ເປັນ.
ແປງສະເພາະຫາກບໍ່ກຳກວມ: ຫາກຂໍ້ຄວາມສະແດງເຖິງຄ່າຕົວເລກທີ່ຖືກຕ້ອງ ແລະ ຊັດເຈນ, ໃຫ້ແປງມັນ. ຕົວຢ່າງ: "123.456" ຈະສ້າງຂໍ້ຜິດພາດ #VALUE! ເພາະຂໍ້ຄວາມມີຕົວແຍກ, ໃນຂະນະທີ່ "123456" ຈະບໍ່ເປັນ.
ເບິ່ງ ການແປງຂໍ້ຄວາມເປັນຕົວເລກ ສຳລັບລາຍລະອຽດ.
ແປງຕາມທ້ອງຖິ່ນນຳ: ແປງຄ່າທີ່ຖືກຕ້ອງຕາມການສະແດງຜົນຂອງທ້ອງຖິ່ນນັ້ນໆ. ຕົວຢ່າງ: "123,45" ເປັນຕົວເລກທີ່ຖືກຕ້ອງໃນບາງທ້ອງຖິ່ນ ເພາະເຄື່ອງໝາຍຈຸດແມ່ນຕົວແຍກທົດສະນິຍົມຢູ່ທີ່ນັ້ນ.
ຕົວເລືອກນີ້ກໍານົດວິທີການຈັດການກັບຂໍ້ຄວາມວ່າງ (empty string) ເມື່ອຖືກໃຊ້ໃນການຄຳນວນເລກ. ຫາກທ່ານຕັ້ງ "ການແປງຈາກຂໍ້ຄວາມເປັນຕົວເລກ" ເປັນ "ສ້າງຂໍ້ຜິດພາດ #VALUE!" ຫຼື "ຖືວ່າເປັນສູນ", ທ່ານຈະບໍ່ສາມາດເລືອກ (ຢູ່ນີ້) ໄດ້ວ່າການແປງຂໍ້ຄວາມວ່າງເປັນຕົວເລກຈະສ້າງຂໍ້ຜິດພາດ ຫຼື ຈະຖືວ່າເປັນສູນ. ຖ້າບໍ່ດັ່ງນັ້ນ, ຕົວເລືອກນີ້ຈະເປັນຕົວກໍານົດວິທີຈັດການກັບຂໍ້ຄວາມວ່າງ.
ໄວຍາກອນສູດທີ່ຈະໃຊ້ເມື່ອມີການວິເຄາະການອ້າງອີງທີ່ໃຫ້ມາໃນພາຣາມິເຕີຂໍ້ຄວາມ. ສິ່ງນີ້ມີຜົນຕໍ່ຟັງຊັນທີ່ມີມາໃຫ້ເຊັ່ນ INDIRECT ທີ່ຮັບການອ້າງອີງເປັນຄ່າຂໍ້ຄວາມ.
ໃຊ້ໄວຍາກອນສູດ
Calc A1
Excel A1
Excel R1C1
Calc A1 | Excel A1
ໝາຍໃນຊ່ອງນີ້ເພື່ອໃຊ້ການຕັ້ງຄ່າສະເພາະກັບເອກະສານນີ້ເທົ່ານັ້ນ.