ແຖບສະຖານະໃນເອກະສານ LibreOffice Basic
ແຖບ ສະຖານະ ຈະສະແດງຂໍ້ມູນກ່ຽວກັບເອກະສານ LibreOffice Basic ປັດຈຸບັນ.
ສະແດງຂໍ້ມູນກ່ຽວກັບເອກະສານ LibreOffice Basic ທີ່ກຳລັງໃຊ້ງານ. ຊື່ຂອງເອກະສານ, ຄັງສະໝຸດ, ແລະ ໂມດູນຈະຖືກສະແດງໂດຍແຍກກັນດ້ວຍຈ້ຳ.
ຖ້າຍັງບໍ່ທັນໄດ້ບັນທຶກການປ່ຽນແປງໃນເອກະສານ, ໄອຄອນສີແດງຈະປາກົດຢູ່ໃນຟີວນີ້ເທິງແຖບ ສະຖານະ. ສິ່ງນີ້ຍັງລວມເຖິງເອກະສານໃໝ່ທີ່ຍັງບໍ່ທັນໄດ້ບັນທຶກນຳອີກ.
ສະແດງຕຳແໜ່ງຕົວຊີ້ປັດຈຸບັນໃນເອກະສານ LibreOffice Basic. ເຊິ່ງຈະລະບຸເລກແຖວ, ຕາມດ້ວຍເລກຄໍລຳ.
ສະແດງໂໝດການແຊກປັດຈຸບັນ. ທ່ານສາມາດສະຫຼັບລະຫວ່າງ INSRT = ແຊກ ແລະ OVER = ຂຽນທັບ. ຟີວນີ້ຈະເຮັດວຽກກໍຕໍ່ເມື່ອເຄີເຊີຢູ່ໃນແຖບປ້ອນຂໍ້ມູນຂອງແຖບສູດ ຫຼື ຢູ່ໃນຫ້ອງຕາຕະລາງ.