ການປ້ອງກັນເນື້ອຫາໃນ LibreOffice

ຕໍ່ໄປນີ້ແມ່ນພາບລວມຂອງວິທີຕ່າງໆໃນການປ້ອງກັນເນື້ອຫາໃນ LibreOffice ຈາກການຖືກແກ້ໄຂ, ລຶບ ຫຼື ການເບິ່ງ.

ການປ້ອງກັນເອກະສານດ້ວຍລະຫັດຜ່ານໃນເວລາບັນທຶກ

ທຸກເອກະສານທີ່ບັນທຶກໃນ ຮູບແບບ OpenDocument ສາມາດບັນທຶກດ້ວຍລະຫັດຜ່ານໄດ້. ເອກະສານທີ່ບັນທຶກດ້ວຍລະຫັດຜ່ານຈະບໍ່ສາມາດເປີດໄດ້ຖ້າບໍ່ມີລະຫັດຜ່ານ. ເນື້ອຫາຈະຖືກປ້ອງກັນເພື່ອບໍ່ໃຫ້ສາມາດອ່ານໄດ້ດ້ວຍໂປຣແກຣມແກ້ໄຂພາຍນອກ. ນີ້ລວມເຖິງເນື້ອຫາ, ຮູບພາບ ແລະ ວັດຖຸ OLE.

ການເປີດໃຊ້ການປ້ອງກັນ

ເລືອກ ໄຟລ໌ - ບັນທຶກເປັນ ແລະ ໝາຍເອົາຫ້ອງ ບັນທຶກດ້ວຍລະຫັດຜ່ານ. ຈາກນັ້ນບັນທຶກເອກະສານ.

ການປິດໃຊ້ການປ້ອງກັນ

ເປີດເອກະສານ, ປ້ອນລະຫັດຜ່ານທີ່ຖືກຕ້ອງ. ເລືອກ ໄຟລ໌ - ບັນທຶກເປັນ ແລະ ຍົກເລີກການໝາຍຫ້ອງ ບັນທຶກດ້ວຍລະຫັດຜ່ານ.


ໄອຄອນ ເຄັດລັບ

ເປັນໄປໄດ້ທີ່ຈະໃຊ້ OpenPGP ເພື່ອກຳນົດຄີສ່ວນຕົວ ແລະ ຄີສາທາລະນະສຳລັບໃຊ້ເຂົ້າລະຫັດເອກະສານ LibreOffice. ອ່ານ ການເຂົ້າລະຫັດເອກະສານດ້ວຍ OpenPGP ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບວິທີຕັ້ງຄ່າຄີການເຂົ້າລະຫັດ OpenPGP.


ການປ້ອງກັນການໝາຍການແກ້ໄຂ

ໃນທຸກໆການປ່ຽນແປງທີ່ເກີດຂຶ້ນໃນ LibreOffice Calc ແລະ LibreOffice Writer, ຟີເຈີການກວດສອບຈະບັນທຶກວ່າໃຜເປັນຜູ້ປ່ຽນແປງ. ຟີເຈີນີ້ສາມາດເປີດໃຊ້ພ້ອມກັບການປ້ອງກັນໄດ້ ເພື່ອໃຫ້ມັນຖືກປິດໃຊ້ງານໄດ້ກໍຕໍ່ເມື່ອປ້ອນລະຫັດຜ່ານທີ່ຖືກຕ້ອງເທົ່ານັ້ນ. ຈົນກວ່າຈະເຖິງເວລານັ້ນ, ທຸກໆການປ່ຽນແປງຈະຖືກບັນທຶກໄວ້ຕໍ່ເນື່ອງ ແລະ ຈະບໍ່ສາມາດຍອມຮັບ ຫຼື ປະຕິເສດການປ່ຽນແປງໄດ້.

ການເປີດໃຊ້ການປ້ອງກັນ

ເລືອກ ແກ້ໄຂ - ຕິດຕາມການປ່ຽນແປງ - ປ້ອງກັນ. ປ້ອນ ແລະ ຢືນຢັນລະຫັດຜ່ານຢ່າງໜ້ອຍໜຶ່ງຕົວອັກສອນ.

ການປິດໃຊ້ການປ້ອງກັນ

ເລືອກ ແກ້ໄຂ - ຕິດຕາມການປ່ຽນແປງ - ປ້ອງກັນ. ປ້ອນລະຫັດຜ່ານທີ່ຖືກຕ້ອງ.


ການປ້ອງກັນເເຟຣມ, ຮູບພາບ ແລະ ວັດຖຸ OLE

ທ່ານສາມາດປ້ອງກັນເນື້ອຫາ, ຕຳແໜ່ງ ແລະ ຂະໜາດຂອງຮູບພາບທີ່ແຊກໄວ້ໄດ້. ເຊັ່ນດຽວກັນກັບເຟຣມ (ໃນ Writer) ແລະ ວັດຖຸ OLE.

ການເປີດໃຊ້ການປ້ອງກັນ

ຕົວຢ່າງ, ສຳລັບຮູບພາບທີ່ແຊກໃນ Writer: ເລືອກແທັບ ຮູບແບບ - ຮູບພາບ - ຄຸນສົມບັດ - ຕຳແໜ່ງ ແລະ ຂະໜາດ. ພາຍໃຕ້ ປ້ອງກັນ, ໃຫ້ໝາຍເອົາ ເນື້ອຫາ, ຕຳແໜ່ງ ແລະ/ຫຼື ຂະໜາດ.

ການປິດໃຊ້ການປ້ອງກັນ

ຕົວຢ່າງ, ສຳລັບຮູບພາບທີ່ແຊກໃນ Writer: ເລືອກແທັບ ຮູບແບບ - ຮູບພາບ - ຄຸນສົມບັດ - ຕຳແໜ່ງ ແລະ ຂະໜາດ. ພາຍໃຕ້ ປ້ອງກັນ, ໃຫ້ຍົກເລີກການໝາຍຕາມຄວາມເໝາະສົມ.


ການປ້ອງກັນວັດຖຸຮູບແຕ້ມ ແລະ ວັດຖຸແບບຟອມ

ວັດຖຸຮູບແຕ້ມທີ່ທ່ານແຊກລົງໃນເອກະສານດ້ວຍແຖບເຄື່ອງມື ຮູບແຕ້ມ ສາມາດປ້ອງກັນບໍ່ໃຫ້ມີການເຄື່ອນຍ້າຍ ຫຼື ປ່ຽນຂະໜາດໂດຍບັງເອີນໄດ້. ທ່ານສາມາດເຮັດແບບດຽວກັນກັບວັດຖຸແບບຟອມທີ່ແຊກດ້ວຍແຖບເຄື່ອງມື ການຄວບຄຸມແບບຟອມ ໄດ້.

ການເປີດໃຊ້ການປ້ອງກັນ

ເລືອກແທັບ ຮູບແບບ - ວັດຖຸ - ຕຳແໜ່ງ ແລະ ຂະໜາດ - ຕຳແໜ່ງ ແລະ ຂະໜາດ. ໝາຍເອົາຫ້ອງ ຕຳແໜ່ງ ຫຼື ຂະໜາດ.

ການປິດໃຊ້ການປ້ອງກັນ

ເລືອກແທັບ ຮູບແບບ - ວັດຖຸ - ຕຳແໜ່ງ ແລະ ຂະໜາດ - ຕຳແໜ່ງ ແລະ ຂະໜາດ. ຍົກເລີກການໝາຍຫ້ອງ ຕຳແໜ່ງ ຫຼື ຂະໜາດ.


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!