ການຊ່ວຍເຫຼືອ LibreOffice 26.2
ບໍ່ແມ່ນເຄື່ອງພິມທຸກເຄື່ອງທີ່ຈະສາມາດພິມໄດ້ຈົນຮອດຂອບເຈ້ຍ. ສ່ວນຫຼາຍຈະມີຂອບທີ່ພິມບໍ່ໄດ້ເຫຼືອໄວ້.
LibreOffice ມີຄຸນສົມບັດເຄິ່ງອັດຕະໂນມັດ ທີ່ຊ່ວຍໃຫ້ທ່ານສາມາດພິມໄດ້ໃກ້ກັບຂອບເຈ້ຍຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້.
ກວດເບິ່ງໃຫ້ແນ່ໃຈວ່າເຄື່ອງພິມຂອງທ່ານໄດ້ຖືກຕັ້ງຄ່າແລ້ວທີ່ ໄຟລ໌ - ການຕັ້ງຄ່າເຄື່ອງພິມ.
ກວດເບິ່ງວ່າບໍ່ໄດ້ເລືອກ ເວັບ ໃນເມນູ ມຸມມອງ.
ເລືອກຄຳສັ່ງ ຮູບແບບ - ສະໄຕລ໌ໜ້າ, ແລ້ວໄປທີ່ແຖບ ໜ້າ.
ໃນສ່ວນ ຂອບ, ທ່ານສາມາດກຳນົດຄ່າສູງສຸດ ຫຼື ຕ່ຳສຸດສຳລັບຂອບໜ້າ (ຊ້າຍ, ຂວາ, ເທິງ, ແລະ ລຸ່ມ). ຄລິກໃສ່ຊ່ອງທີ່ຕ້ອງການ, ແລ້ວກົດປຸ່ມ Page Up ຫຼື Page Down. ຕົວຢ່າງມຸມມອງຈະສະແດງເສັ້ນປະອ້ອມຮອບພື້ນທີ່ທີ່ພິມໄດ້.
ຄລິກ ຕົກລົງ ເພື່ອປິດປ່ອງຢ້ຽມ.