ການສຳເນົາວັດຖຸຮູບແຕ້ມໃສ່ເອກະສານອື່ນ

ໃນ LibreOffice ທ່ານສາມາດສຳເນົາວັດຖຸຮູບແຕ້ມລະຫວ່າງເອກະສານຂໍ້ຄວາມ, ສະເປຣດຊີດ ແລະ ງານນຳສະເໜີໄດ້.

  1. ເລືອກວັດຖຸຮູບແຕ້ມ.

  2. ສຳເນົາວັດຖຸຮູບແຕ້ມໃສ່ຄລິບບອດ, ຕົວຢ່າງ: ໂດຍການໃຊ້ +C.

  3. ສະຫຼັບໄປຫາເອກະສານອື່ນ ແລະ ວາງເຄີເຊີໃນບ່ອນທີ່ຕ້ອງການແຊກວັດຖຸຮູບແຕ້ມ.

  4. ແຊກວັດຖຸຮູບແຕ້ມ, ຕົວຢ່າງ: ໂດຍການໃຊ້ +V.

ການແຊກໃສ່ເອກະສານຂໍ້ຄວາມ

ວັດຖຸຮູບແຕ້ມທີ່ແຊກໃສ່ຈະຖືກຍຶດ (anchor) ໄວ້ກັບຫຍໍ້ໜ້າປັດຈຸບັນ. ທ່ານສາມາດປ່ຽນຈຸດຍຶດໄດ້ໂດຍການເລືອກວັດຖຸ ແລະ ຄລິກໄອຄອນ ປ່ຽນຈຸດຍຶດ ໃນແຖບເຄື່ອງມື ວັດຖຸ OLE ຫຼື ແຖບເຄື່ອງມື ກອບ. ສິ່ງນີ້ຈະເປີດເມນູປ໊ອບອັບເພື່ອໃຫ້ທ່ານເລືອກປະເພດຈຸດຍຶດ.

ການແຊກໃສ່ສະເປຣດຊີດ

ວັດຖຸຮູບແຕ້ມທີ່ແຊກໃສ່ຈະຖືກຍຶດໄວ້ກັບຫ້ອງ (cell) ປັດຈຸບັນ. ທ່ານສາມາດປ່ຽນຈຸດຍຶດລະຫວ່າງຫ້ອງ ແລະ ໜ້າໄດ້ໂດຍການເລືອກວັດຖຸ ແລະ ຄລິກໄອຄອນ ປ່ຽນຈຸດຍຶດ Icon.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!