ຕົວຊ່ວຍສ້າງແຟັກ

ເປີດຕົວຊ່ວຍສ້າງສຳລັບແຟັກ. ຕົວຊ່ວຍສ້າງນີ້ສາມາດຊ່ວຍທ່ານສ້າງແມ່ແບບເອກະສານສຳລັບເອກະສານແຟັກ. ຈາກນັ້ນທ່ານສາມາດພິມເອກະສານແຟັກອອກທາງເຄື່ອງພິມ ຫຼື ສົ່ງໄປທີ່ເຄື່ອງແຟັກ ຖ້າມີຊອຟແວໄດເວີແຟັກຕິດຕັ້ງຢູ່.

ເພື່ອເຂົ້າເຖິງຄຳສັ່ງນີ້...

ເລືອກ ໄຟລ໌ - ຕົວຊ່ວຍສ້າງ - ແຟັກ.


LibreOffice ມາພ້ອມກັບແມ່ແບບສຳລັບເອກະສານແຟັກ, ເຊິ່ງທ່ານສາມາດແກ້ໄຂດ້ວຍຕົວຊ່ວຍສ້າງເພື່ອໃຫ້ເໝາະສົມກັບຄວາມຕ້ອງການຂອງທ່ານ. ຕົວຊ່ວຍສ້າງຈະນຳພາທ່ານໄປເທື່ອລະຂັ້ນຕອນໃນການສ້າງແມ່ແບບເອກະສານ, ແລະ ມີຕົວເລືອກຮູບແບບ ແລະ ການອອກແບບຢ່າງຫຼາກຫຼາຍ. ຕົວຢ່າງກ່ອນພິມຈະສະແດງໃຫ້ເຫັນວ່າແຟັກທີ່ສຳເລັດແລ້ວຈະອອກມາແນວໃດ.

ພາຍໃນກ່ອງໂຕ້ຕອບ ທ່ານສາມາດແກ້ໄຂຂໍ້ມູນ ແລະ ຕົວເລືອກຂອງທ່ານໄດ້ທຸກເວລາ. ທ່ານຍັງສາມາດຂ້າມໄປທັງໝົດໜ້າ ຫຼື ແມ່ນແຕ່ທຸກໜ້າຂອງຕົວຊ່ວຍສ້າງ, ເຊິ່ງໃນກໍລະນີນັ້ນ ການຕັ້ງຄ່າປັດຈຸບັນ (ຫຼື ຄ່າເລີ່ມຕົ້ນ) ຈະຍັງຄົງມີຜົນຕໍ່ໄປ.

ຕົວຊ່ວຍສ້າງແຟັກ - ການອອກແບບໜ້າ

ກຳນົດຮູບແບບຂອງເອກະສານແຟັກຂອງທ່ານ.

ຕົວຊ່ວຍສ້າງແຟັກ - ລາຍການທີ່ຈະລວມເຂົ້າ

ລະບຸອົງປະກອບແຟັກທີ່ຈະໃຫ້ພິມ.

ຕົວຊ່ວຍສ້າງແຟັກ - ຜູ້ສົ່ງ ແລະ ຜູ້ຮັບ

ລະບຸຂໍ້ມູນຂອງຜູ້ຮັບ ແລະ ຜູ້ສົ່ງສຳລັບແຟັກ.

ຕົວຊ່ວຍສ້າງແຟັກ - ສ່ວນທ້າຍ

ລະບຸຂໍ້ມູນສ່ວນທ້າຍ.

ຕົວຊ່ວຍສ້າງແຟັກ - ຊື່ ແລະ ສະຖານທີ່

ກຳນົດຊື່ ແລະ ສະຖານທີ່ຂອງແມ່ແບບ.

ກັບຄືນ

ຄລິກປຸ່ມ ກັບຄືນ ເພື່ອເບິ່ງການຕັ້ງຄ່າທີ່ເລືອກໃນໜ້າກ່ອນໜ້າ. ການຕັ້ງຄ່າປັດຈຸບັນຈະບໍ່ຖືກແກ້ໄຂ ຫຼື ລຶບອອກຖ້າທ່ານຄລິກປຸ່ມນີ້. ກັບຄືນ ຈະເລີ່ມໃຊ້ງານໄດ້ຕັ້ງແຕ່ໜ້າທີສອງເປັນຕົ້ນໄປ.

ຖັດໄປ

ຕົວຊ່ວຍສ້າງຈະບັນທຶກການຕັ້ງຄ່າປັດຈຸບັນ ແລະ ໄປໜ້າຖັດໄປ. ປຸ່ມ ຖັດໄປ ຈະປິດການໃຊ້ງານເມື່ອທ່ານໄປຮອດໜ້າສຸດທ້າຍ.

ສຳເລັດ

ອີງຕາມການເລືອກຂອງທ່ານ, ຕົວຊ່ວຍສ້າງຈະສ້າງແມ່ແບບເອກະສານ ແລະ ບັນທຶກໄວ້. ເອກະສານໃໝ່ທີ່ອີງຕາມແມ່ແບບນີ້ຈະສະແດງຜົນໃນພື້ນທີ່ເຮັດວຽກ ໂດຍໃຊ້ຊື່ໄຟລ "UntitledX".

ຍົກເລີກ

ການຄລິກ ຍົກເລີກ ຈະປິດກ່ອງໂຕ້ຕອບໂດຍບໍ່ບັນທຶກການປ່ຽນແປງໃດໆທີ່ເກີດຂຶ້ນ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!