ການຊ່ວຍເຫຼືອ LibreOffice 26.2
ຊ່ວຍໃຫ້ທ່ານສາມາດເລືອກຊື່ຟອນຈາກລາຍຊື່ ຫຼື ປ້ອນຊື່ຟອນໂດຍກົງໄດ້.
ທ່ານສາມາດປ້ອນຫຼາຍຟອນໄດ້ໂດຍການຂັ້ນດ້ວຍເຄື່ອງໝາຍຈ້ຳຈຸດ (;). LibreOffice ຈະໃຊ້ແຕ່ລະຟອນຕາມລຳດັບ ຫາກຟອນກ່ອນໜ້ານັ້ນບໍ່ມີຢູ່ໃນລະບົບ.
ການປ່ຽນແປງຟອນໃດໆ ຈະມີຜົນກັບຂໍ້ຄວາມທີ່ເລືອກ ຫຼື ຄຳສັບທີ່ເຄີເຊີວາງຢູ່. ຖ້າບໍ່ມີການເລືອກຂໍ້ຄວາມ, ຟອນຈະມີຜົນກັບຂໍ້ຄວາມທີ່ຈະພິມຕໍ່ຈາກນັ້ນ.
ຊື່ຟອນຫ້າອັນຫຼ້າສຸດທີ່ຖືກເລືອກຈະສະແດງຢູ່ສ່ວນເທິງຂອງກ່ອງຄອມໂບ.

ຊື່ຟອນ
ໃນ LibreOffice ທ່ານຈະເຫັນຟອນທີ່ມີຢູ່ກໍຕໍ່ເມື່ອມີການຕິດຕັ້ງເຄື່ອງພິມເປັນເຄື່ອງພິມມາດຕະຖານໃນລະບົບຂອງທ່ານເທົ່ານັ້ນ. ສຳລັບການຕິດຕັ້ງເຄື່ອງພິມເປັນເຄື່ອງພິມມາດຕະຖານ ກະລຸນາເບິ່ງເອກະສານຄູ່ມືຂອງລະບົບປະຕິບັດການຂອງທ່ານ.
ທ່ານສາມາດເຫັນຊື່ຟອນທີ່ຖືກຈັດຮູບແບບຕາມຟອນນັ້ນໆ ໄດ້ ຖ້າທ່ານໝາຍເອົາຟິວ ສະແດງຕົວຢ່າງຟອນ ໃນ LibreOffice - ການເບິ່ງ ໃນກ່ອງຂໍ້ຄວາມ ຕົວເລືອກ.