ການເຊັນຊື່ດີຈີຕອນໃສ່ແຖວລາຍເຊັນ

LibreOffice ຊ່ວຍໃຫ້ທ່ານສາມາດເຊັນຊື່ດີຈີຕອນໃສ່ແຖວລາຍເຊັນໃນເອກະສານຂອງທ່ານໄດ້.

ເມື່ອເຊັນຊື່ໃສ່ແຖວລາຍເຊັນ, LibreOffice ຈະຕື່ມຊື່ຂອງຜູ້ເຊັນໃສ່ແຖວ, ເພີ່ມຂໍ້ມູນຜູ້ອອກໃບຮັບຮອງດີຈີຕອນ ແລະ ສາມາດໃສ່ວັນທີຂອງການເຊັນຊື່ໄດ້ (ຖ້າຕ້ອງການ).

ເພື່ອເຂົ້າເຖິງຄຳສັ່ງນີ້...

ເລືອກເມນູລັດຂອງວັດຖຸຮູບພາບແຖວລາຍເຊັນ. ເເລືອກ ເຊັນຊື່ແຖວລາຍເຊັນ.


ຊື່ຂອງທ່ານ

ປ້ອນຊື່ຂອງທ່ານໃນຖານະຜູ້ເຊັນເອກະສານ. ຊື່ຂອງທ່ານຈະຖືກໃສ່ໄວ້ເທິງແຖວລາຍເຊັນຕາມແນວນອນ.

ໃບຮັບຮອງ

ຄລິກທີ່ປຸ່ມ ເລືອກໃບຮັບຮອງ ເພື່ອເປີດກ່ອງໂຕ້ຕອບ ເລືອກໃບຮັບຮອງ, ເຊິ່ງຈະມີລາຍຊື່ໃບຮັບຮອງຂອງທ່ານ. ເລືອກໃບຮັບຮອງທີ່ເໝາະສົມສຳລັບການເຊັນຊື່ເອກະສານ.

ໄອຄອນ ບັນທຶກ

ຂໍ້ມູນຂອງຜູ້ອອກໃບຮັບຮອງຈະຖືກໃສ່ໄວ້ທີ່ສ່ວນລຸ່ມຂອງວັດຖຸແຖວລາຍເຊັນ.


ຄຳແນະນຳຈາກຜູ້ສ້າງເອກະສານ

ສ່ວນນີ້ສະແດງຄຳແນະນຳທີ່ປ້ອນໂດຍຜູ້ສ້າງເອກະສານເມື່ອ ເພີ່ມແຖວລາຍເຊັນ.

ເພີ່ມຄຳເຫັນ

ປ້ອນຄຳເຫັນກ່ຽວກັບລາຍເຊັນ. ຄຳເຫັນຈະຖືກສະແດງຢູ່ໃນຊ່ອງ ລາຍລະອຽດ ຂອງໃບຮັບຮອງ.

ໄອຄອນ ບັນທຶກ

ຖ້າເປີດໃຊ້ງານໃນຕອນທີ່ສ້າງແຖວລາຍເຊັນ, ວັນທີຂອງການເຊັນຊື່ຈະຖືກໃສ່ໄວ້ທີ່ມຸມຂວາເທິງຂອງວັດຖຸແຖວລາຍເຊັນ.


ແຖວລາຍເຊັນທີ່ເຊັນແລ້ວ

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!