ໂຄງຮ່າງ

ສະແດງຮູບແບບຕ່າງໆທີ່ທ່ານສາມາດນຳໃຊ້ກັບລາຍການແບບລຳດັບຊັ້ນ. LibreOffice ຮອງຮັບລະດັບໂຄງຮ່າງສູງສຸດເກົ້າລະດັບໃນລຳດັບຊັ້ນຂອງລາຍການ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ເປີດໜ້າຕ່າງ ສັນຍະລັກ ແລະ ລຳດັບເລກ, ແລ້ວເລືອກ ໂຄງຮ່າງ.

ຈາກແຖບເມນູ:

ເປີດ ຮູບແບບ - ຫຍໍ້ໜ້າ - ໂຄງຮ່າງ ແລະ ລາຍການ, ຄລິກທີ່ ແກ້ໄຂຮູບແບບ - ແທັບ ໂຄງຮ່າງ.

ຈາກແຖບເຄື່ອງມື:

ໄອຄອນ ຮູບແບບໂຄງຮ່າງ

ເລືອກຮູບແບບໂຄງຮ່າງ

ຈາກແຖບຂ້າງ:

ເປີດ ຮູບແບບ () - ຮູບແບບລາຍການ - ເມນູຄລິກຂວາຂອງລາຍການ - ເລືອກແທັບ ໃໝ່/ແກ້ໄຂຮູບແບບ - ໂຄງຮ່າງ.

ເປີດ ຮູບແບບ () - ຮູບແບບຫຍໍ້ໜ້າ, ເມນູຄລິກຂວາຂອງລາຍການ - ເລືອກ ໃໝ່/ແກ້ໄຂຮູບແບບ - ໂຄງຮ່າງ ແລະ ລາຍການ, ຄລິກທີ່ ແກ້ໄຂຮູບແບບ - ແທັບ ໂຄງຮ່າງ.


ການເລືອກ

ກົດໃສ່ຮູບແບບໂຄງຮ່າງທີ່ທ່ານຕ້ອງການໃຊ້.

ປັບແຕ່ງ

ຕັ້ງຄ່າຕົວເລືອກການຈັດຮູບແບບສຳລັບລາຍການແບບມີລຳດັບ ຫຼື ບໍ່ມີລຳດັບ. ຖ້າທ່ານຕ້ອງການ, ທ່ານສາມາດນຳໃຊ້ການຈັດຮູບແບບໃຫ້ກັບແຕ່ລະລະດັບໃນລຳດັບຊັ້ນຂອງລາຍການໄດ້.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!