ການໝູນ

ໝູນວັດຖຸທີ່ເລືອກ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ເລືອກແຖບ ຮູບແບບ - ຕຳແໜ່ງ ແລະ ຂະໜາດ - ການໝຸນ.

ໄອຄອນ ການໝຸນ

ໝຸນ


ຈຸດໝູນ

ວັດຖຸທີ່ເລືອກຈະຖືກໝູນອ້ອມຈຸດໝູນທີ່ທ່ານລະບຸ. ຈຸດໝູນເລີ່ມຕົ້ນແມ່ນຢູ່ໃຈກາງຂອງວັດຖຸ.

ໄອຄອນ ບັນທຶກ

ຖ້າທ່ານຕັ້ງຈຸດໝູນໄກເກີນຂອບເຂດຂອງວັດຖຸ, ວັດຖຸອາດຈະຖືກໝູນອອກນອກໜ້າເອກະສານ.


ຕຳແໜ່ງ X

ປ້ອນໄລຍະຫ່າງແນວນອນຈາກຂອບຊ້າຍຂອງໜ້າຫາຈຸດໝູນ.

ຕຳແໜ່ງ Y

ປ້ອນໄລຍະຫ່າງແນວຕັ້ງຈາກຂອບເທິງຂອງໜ້າຫາຈຸດໝູນ.

ການຕັ້ງຄ່າເລີ່ມຕົ້ນ

ຄລິກບ່ອນທີ່ທ່ານຕ້ອງການວາງຈຸດໝູນ.

ມຸມການໝູນ

ລະບຸຈຳນວນອົງສາທີ່ທ່ານຕ້ອງການໝູນວັດຖຸທີ່ເລືອກ, ຫຼື ຄລິກໃນຕາຕະລາງການໝູນ.

ມຸມ

ປ້ອນຈຳນວນອົງສາທີ່ທ່ານຕ້ອງການໝູນວັດຖຸທີ່ເລືອກ.

ວົງລໍ້ການໝູນ

ໝູນວົງລໍ້ເພື່ອຕັ້ງມຸມການໝູນ. ຄລິກທີ່ວົງລໍ້ເພື່ອຕັ້ງມຸມການໝູນໃຫ້ເປັນຄ່າທະວີຄູນຂອງ 15 ອົງສາທີ່ໃກ້ທີ່ສຸດ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!