ອັກສອນຟອນ
ລະບຸການຈັດຮູບແບບ ແລະ ຟອນທີ່ທ່ານຕ້ອງການນຳໃຊ້.
ຈາກແຖບເມນູ:
ເລືອກແທັບ .
ເມນູ - ປຸ່ມ ແກ້ໄຂ.
ຈາກແຖບເມນູ:
ເລືອກແທັບ ຮູບແບບ - ຫົວຂໍ້ - ອັກຂະລະ.
ເລືອກແທັບ ຮູບແບບ - ຄຳອະທິບາຍສັນຍະລັກ - ອັກຂະລະ.
ເລືອກແທັບ ຮູບແບບ - ແກນ - ອັກຂະລະ.
ຈາກແຖບເມນູ:
ເລືອກແທັບ .
ຈາກແຖບຂ້າງ:
ເລືອກລາຍການ , ເປີດເມນູຄລິກຂວາຂອງຮູບແບບໃດໜຶ່ງ, ແລ້ວເລືອກແທັບ .
ການປ່ຽນແປງຈະຖືກນຳໃຊ້ກັບສ່ວນທີ່ເລືອກປັດຈຸບັນ, ທັງຄຳທີ່ມີເຄີເຊີຢູ່, ຫຼື ຂໍ້ຄວາມໃໝ່ທີ່ທ່ານພິມ.
ອີງຕາມການຕັ້ງຄ່າພາສາຂອງທ່ານ, ທ່ານສາມາດປ່ຽນການຈັດຮູບແບບສໍາລັບປະເພດຟອນຕໍ່ໄປນີ້:
-
ຟອນຂໍ້ຄວາມຕາເວັນຕົກ - ຊຸດອັກສອນລາຕິນ.
-
ຟອນຂໍ້ຄວາມອາຊີ - ຊຸດອັກສອນຈີນ, ຍີ່ປຸ່ນ ຫຼື ເກົາຫຼີ
-
ຟອນການຈັດວາງຂໍ້ຄວາມທີ່ຊັບຊ້ອນ (CTL) - ທິດທາງຂໍ້ຄວາມຈາກຂວາໄປຊ້າຍ
ເພື່ອເປີດໃຊ້ການຮອງຮັບການຈັດວາງຂໍ້ຄວາມທີ່ຊັບຊ້ອນ ແລະ ຊຸດອັກສອນອາຊີ, ໃຫ້ເລືອກ LibreOffice - ຄ່າກຳນົດເຄື່ອງມື - ຕົວເລືອກ - ພາສາ ແລະ ທ້ອງຖິ່ນ - ທົ່ວໄປ, ແລ້ວເລືອກຊ່ອງ ເປີດໃຊ້ງານ ໃນສ່ວນທີ່ກ່ຽວຂ້ອງ.
ປ້ອນຊື່ຂອງຟອນທີ່ຕິດຕັ້ງແລ້ວທີ່ທ່ານຕ້ອງການໃຊ້, ຫຼື ເລືອກຟອນຈາກລາຍຊື່.
ທ່ານສາມາດເຫັນຊື່ຟອນທີ່ຖືກຈັດຮູບແບບຕາມຟອນນັ້ນໆ ໄດ້ ຖ້າທ່ານໝາຍເອົາຟິວ ສະແດງຕົວຢ່າງຟອນ ໃນ LibreOffice - ການເບິ່ງ ໃນກ່ອງຂໍ້ຄວາມ ຕົວເລືອກ.
ຮູບແບບຕົວອັກສອນ
ເລືອກການຈັດຮູບແບບທີ່ທ່ານຕ້ອງການນຳໃຊ້.
ຂະໜາດຟອນ
ປ້ອນ ຫຼື ເເລືອກຂະໜາດຟອນທີ່ທ່ານຕ້ອງການນຳໃຊ້. ສໍາລັບຟອນທີ່ປັບຂະໜາດໄດ້, ທ່ານຍັງສາມາດປ້ອນຄ່າທົດສະນິຍົມໄດ້.
ຫາກທ່ານກຳລັງສ້າງສະໄຕລ໌ທີ່ອີງໃສ່ສະໄຕລ໌ອື່ນ, ທ່ານສາມາດປ້ອນຄ່າເປັນເປີເຊັນ ຫຼື ຄ່າເປັນພອຍ (point) ໄດ້ (ຕົວຢ່າງ: -2pt ຫຼື +5pt).
ພາສາ
ຕັ້ງຄ່າພາສາທີ່ຕົວສະກົດຄຳໃຊ້ສໍາລັບຂໍ້ຄວາມທີ່ເລືອກ ຫຼື ຂໍ້ຄວາມທີ່ທ່ານພິມ. ໂມດູນພາສາທີ່ມີໃຫ້ໃຊ້ຈະມີເຄື່ອງໝາຍຖືກຢູ່ທາງໜ້າ.
ຫາກລາຍຊື່ພາສາເປັນກ່ອງຄອມໂບທີ່ແກ້ໄຂໄດ້, ທ່ານສາມາດປ້ອນ ແທັກພາສາ BCP 47 ທີ່ຖືກຕ້ອງໄດ້ ຫາກພາສາທີ່ທ່ານຕ້ອງການກຳນົດບໍ່ມີຢູ່ໃນລາຍຊື່ທີ່ເລືອກໄດ້.
ສໍາລັບລາຍລະອຽດແທັກພາສາ ກະລຸນາເບິ່ງໜ້າ Wikipedia IETF language tag ແລະ ບົດຄວາມ W3C Language tags in HTML and XML.
ທ່ານຍັງສາມາດປ່ຽນການຕັ້ງຄ່າທ້ອງຖິ່ນສໍາລັບຫ້ອງໄດ້ (ເລືອກ ຮູບແບບ - ຫ້ອງ - ຕົວເລກ).
ການກວດສອບຕົວສະກົດສຳລັບພາສາທີ່ເລືອກຈະເຮັດວຽກກໍ່ຕໍ່ເມື່ອທ່ານໄດ້ຕິດຕັ້ງໂມດູນພາສາທີ່ກ່ຽວຂ້ອງແລ້ວເທົ່ານັ້ນ. ລາຍການພາສາຈະມີເຄື່ອງໝາຍຖືກຢູ່ທາງໜ້າ ຖ້າການກວດສອບການສະກົດຄຳຖືກເປີດໃຊ້ສຳລັບພາສານັ້ນ.
ເລືອກ ແລະ ໃຊ້ຄຸນສົມບັດການຈັດຕົວອັກສອນຂອງຟອນກັບຕົວອັກສອນ.
ຊ່ອງສະແດງຕົວຢ່າງ
ສະແດງຕົວຢ່າງຂອງສິ່ງທີ່ເລືອກໃນປະຈຸບັນ.
ຕັ້ງຄ່າໃໝ່
ຕັ້ງຄ່າການປ່ຽນແປງໃນແທັບປະຈຸບັນຄືນໃໝ່ໃຫ້ເປັນຄ່າທີ່ໃຊ້ໃນຕອນເປີດກ່ອງໂຕ້ຕອບນີ້.
ຕົກລົງ
ບັນທຶກທຸກການປ່ຽນແປງ ແລະ ປິດກ່ອງໂຕ້ຕອບ.
ຍົກເລີກ
ການຄລິກ ຍົກເລີກ ຈະປິດກ່ອງໂຕ້ຕອບໂດຍບໍ່ບັນທຶກການປ່ຽນແປງໃດໆທີ່ເກີດຂຶ້ນ.
ປຸ່ມຕໍ່ໄປນີ້ຈະປາກົດຂຶ້ນສໍາລັບ ສະໄຕລ໌ຫຍໍ້ໜ້າ ແລະ ສະໄຕລ໌ອັກສອນ ເທົ່ານັ້ນ.
ນຳໃຊ້
ນຳໃຊ້ການແກ້ໄຂໃນທຸກແທັບໂດຍບໍ່ຕ້ອງປິດກ່ອງໂຕ້ຕອບ. ບໍ່ສາມາດຍ້ອນຄືນດ້ວຍ ຕັ້ງຄ່າໃໝ່ ໄດ້.
ຕັ້ງຄ່າໃໝ່ຕາມຕົວຫຼັກ
ຄ່າສຳລັບແທັບປະຈຸບັນຈະຖືກຕັ້ງຄ່າຕາມທີ່ພົບໃນແທັບທີ່ກ່ຽວຂ້ອງຂອງຮູບແບບທີ່ລະບຸໃນ “ສືບທອດຈາກ” ໃນແທັບທົ່ວໄປ. ໃນທຸກກໍລະນີ, ລວມທັງເມື່ອ “ສືບທອດຈາກ” ແມ່ນ “- ບໍ່ມີ -”, ຄ່າໃນແທັບປະຈຸບັນທີ່ລະບຸໃນ “ປະກອບມີ” ຈະຖືກລຶບອອກ.