ການຊ່ວຍເຫຼືອ LibreOffice 26.2
ແຊກຄຳເຫັນໃສ່ຂໍ້ຄວາມທີ່ເລືອກ, ສະໄລ້ການນຳສະເໜີ, ໜ້າຮູບແຕ້ມ ຫຼື ທີ່ຕຳແໜ່ງເຄີເຊີຂອງສະເປຣດຊີດປັດຈຸບັນ.
ເລືອກ ກວດທານ - ແຊກຄຳເຫັນ.
ເລືອກ ໜ້າຫຼັກ - ແຊກຄຳເຫັນ.
ເລືອກ ແຊກ - ຄຳເຫັນ.
ຢູ່ຫ້ອງທີ່ບໍ່ມີຄຳເຫັນ, ເລືອກ ແຊກ - ຄຳເຫັນ.
ຢູ່ຫ້ອງທີ່ມີຄຳເຫັນຢູ່ແລ້ວ, ເລືອກ ແຜ່ນງານ - ຄຳເຫັນຫ້ອງ - ແກ້ໄຂຄຳເຫັນ.
ຢູ່ຫ້ອງທີ່ບໍ່ມີຄຳເຫັນ, ເລືອກ ກວດທານ - ຄຳເຫັນ.
ຢູ່ຫ້ອງທີ່ມີຄຳເຫັນຢູ່ແລ້ວ, ເລືອກ ກວດທານ - ແກ້ໄຂຄຳເຫັນ.
ຢູ່ຫ້ອງທີ່ມີຄຳເຫັນຢູ່ແລ້ວ, ເລືອກ ແກ້ໄຂຄຳເຫັນ.
ຢູ່ຫ້ອງທີ່ບໍ່ມີຄຳເຫັນ, ເເລືອກ ແຊກຄຳເຫັນ.
ເພື່ອແຊກຄຳເຫັນໃນຫ້ອງ: Command+OptionCtrl + Alt + M.
ເພື່ອແກ້ໄຂຄຳເຫັນໃນຫ້ອງ: Command+OptionCtrl + Alt + C.
ແກ້ໄຂຄຳເຫັນ
ແຊກຄຳເຫັນ
ຄຳເຫັນໂດຍຜູ້ຂຽນທີ່ແຕກຕ່າງກັນຈະໄດ້ຮັບສີທີ່ແຕກຕ່າງກັນ. ເລືອກ LibreOffice - ສິ່ງທີ່ມັກເຄື່ອງມື - ຕົວເລືອກ - LibreOffice - ຂໍ້ມູນຜູ້ໃຊ້ ເພື່ອປ້ອນຊື່ຂອງທ່ານເພື່ອໃຫ້ມັນສາມາດສະແດງເປັນຜູ້ຂຽນຄຳເຫັນ.
ເມື່ອທ່ານຄັດຕິດຄຳເຫັນໃສ່ຫ້ອງ, ປ້າຍຄຳເວົ້າຈະປະກົດຂຶ້ນເຊິ່ງທ່ານສາມາດປ້ອນຂໍ້ຄວາມຂອງທ່ານໄດ້. ຮູບສີ່ຫຼ່ຽມມົນນ້ອຍໆຢູ່ມຸມຂວາເທິງຂອງຫ້ອງຈະໝາຍຕຳແໜ່ງຂອງຄຳເຫັນ. ເພື່ອສະແດງຄຳເຫັນແບບຖາວອນ, ໃຫ້ຄລິກຂວາໃສ່ຫ້ອງນັ້ນ, ແລ້ວເລືອກ ສະແດງຄຳເຫັນ.

ເພື່ອປ່ຽນຄຸນລັກສະນະວັດຖຸຂອງຄຳເຫັນ, ຕົວຢ່າງເຊັ່ນ: ສີພື້ນຫຼັງ, ໃຫ້ເລືອກ ສະແດງຄຳເຫັນ ດັ່ງຂ້າງເທິງ, ຈາກນັ້ນຄລິກຂວາໃສ່ຄຳເຫັນ. ຫ້າມ ຄລິກສອງຄັ້ງໃສ່ຂໍ້ຄວາມ!
ເພື່ອແກ້ໄຂຄຳເຫັນທີ່ສະແດງຢູ່, ໃຫ້ດັບເບິລຄລິກໃສ່ຂໍ້ຄວາມຄຳເຫັນ. ເພື່ອແກ້ໄຂຄຳເຫັນທີ່ບໍ່ໄດ້ສະແດງໄວ້ແບບຖາວອນ, ໃຫ້ຄລິກຂວາໃສ່ຫ້ອງທີ່ມີຄຳເຫັນນັ້ນ, ແລ້ວເລືອກ ແກ້ໄຂຄຳເຫັນ. ເພື່ອກຳນົດຮູບແບບຂອງຂໍ້ຄວາມຄຳເຫັນ, ໃຫ້ຄລິກຂວາໃສ່ຂໍ້ຄວາມຄຳເຫັນໃນໂໝດແກ້ໄຂ.
ເພື່ອປ່ຽນຕຳແໜ່ງ ຫຼື ຂະໜາດຂອງຄຳເຫັນ, ໃຫ້ລາກຂອບ ຫຼື ມຸມຂອງກ່ອງຄຳເຫັນ.
ເພື່ອລຶບຄຳເຫັນ, ໃຫ້ຄລິກຂວາໃສ່ຫ້ອງນັ້ນ, ແລ້ວເລືອກ ລຶບຄຳເຫັນ.
ທ່ານຍັງສາມາດຄລິກຂວາໃສ່ຊື່ຄຳເຫັນໃນປ່ອງຢ້ຽມ ຕົວນຳທາງ ເພື່ອເລືອກ ແກ້ໄຂຄຳເຫັນ ຫຼື ລຶບຄຳເຫັນ.
ເພື່ອຕັ້ງຄ່າຕົວເລືອກການພິມສຳລັບຄຳເຫັນໃນສະເປຣດຊີດຂອງທ່ານ, ໃຫ້ເລືອກ ຮູບແບບ - ຮູບແບບໜ້າ, ແລ້ວຄລິກທີ່ແຖບ ແຜ່ນງານ.
ໃຊ້ຄຳສັ່ງ ແຊກ - ຄຳເຫັນ ຫຼື ປຸ່ມປະສົມຂ້າງເທິງເພື່ອແຊກຈຸດຢຶດຄຳເຫັນໃສ່ໃນ ສະໄລ້ໜ້າ ປັດຈຸບັນ. ກ່ອງຄຳເຫັນທີ່ມີສີຈະຖືກສະແດງຢູ່ມຸມຊ້າຍເທິງ, ເພື່ອປ້ອນຂໍ້ຄວາມຄຳເຫັນ. ກ່ອງສີນ້ອຍໆ - ຈຸດຢຶດ - ຢູ່ເບື້ອງຊ້າຍເທິງຂອງ ສະໄລ້ໜ້າ ຈະປະກອບດ້ວຍຕົວອັກສອນຫຍໍ້ຂອງຊື່ຜູ້ຂຽນ, ຕາມດ້ວຍໝາຍເລກລຳດັບ. ຄລິກທີ່ຈຸດຢຶດເພື່ອເປີດ ຫຼື ປິດຄຳເຫັນທີ່ກ່ຽວຂ້ອງ.
ຊື່ຜູ້ຂຽນ ແລະ ວັນທີ ແລະ ເວລາການສ້າງຄຳເຫັນຈະຖືກສະແດງຢູ່ດ້ານລຸ່ມຂອງກ່ອງຄຳເຫັນ.
ກ່ອງຄຳເຫັນປະກອບດ້ວຍປຸ່ມທີ່ມີລູກສອນຊີ້ລົງ. ຄລິກທີ່ໄອຄອນເພື່ອເປີດເມນູທີ່ມີຄຳສັ່ງສຳລັບການຈັດການຄຳເຫັນ.

ໃຊ້ຄຳສັ່ງ ແຊກ - ຄຳເຫັນ ຫຼື ປຸ່ມປະສົມຂ້າງເທິງເພື່ອແຊກຈຸດຢຶດຄຳເຫັນໃສ່ໃນ ສະໄລ້ໜ້າ ປັດຈຸບັນ. ກ່ອງຄຳເຫັນທີ່ມີສີຈະຖືກສະແດງຢູ່ມຸມຊ້າຍເທິງ, ເພື່ອປ້ອນຂໍ້ຄວາມຄຳເຫັນ. ກ່ອງສີນ້ອຍໆ - ຈຸດຢຶດ - ຢູ່ເບື້ອງຊ້າຍເທິງຂອງ ສະໄລ້ໜ້າ ຈະປະກອບດ້ວຍຕົວອັກສອນຫຍໍ້ຂອງຊື່ຜູ້ຂຽນ, ຕາມດ້ວຍໝາຍເລກລຳດັບ. ຄລິກທີ່ຈຸດຢຶດເພື່ອເປີດ ຫຼື ປິດຄຳເຫັນທີ່ກ່ຽວຂ້ອງ.
ຊື່ຜູ້ຂຽນ ແລະ ວັນທີ ແລະ ເວລາການສ້າງຄຳເຫັນຈະຖືກສະແດງຢູ່ດ້ານລຸ່ມຂອງກ່ອງຄຳເຫັນ.
ກ່ອງຄຳເຫັນປະກອບດ້ວຍປຸ່ມທີ່ມີລູກສອນຊີ້ລົງ. ຄລິກທີ່ໄອຄອນເພື່ອເປີດເມນູທີ່ມີຄຳສັ່ງສຳລັບການຈັດການຄຳເຫັນ.

ໃຊ້ຄຳສັ່ງ ແຊກ - ຄຳເຫັນ ຫຼື ປຸ່ມປະສົມ Command+OptionCtrl+Alt+C ເພື່ອແຊກຈຸດຢຶດຄຳເຫັນທີ່ຕຳແໜ່ງເຄີເຊີປັດຈຸບັນ. ກ່ອງຄຳເຫັນທີ່ມີສີຈະຖືກສະແດງຢູ່ຂອບໜ້າ, ເພື່ອປ້ອນຂໍ້ຄວາມຄຳເຫັນ. ເສັ້ນຈະເຊື່ອມຕໍ່ຈຸດຢຶດຫາສາມກ່ອງຄຳເຫັນ. ຖ້າຊ່ວງຂໍ້ຄວາມຖືກເລືອກໄວ້, ຄຳເຫັນຈະຖືກຄັດຕິດໃສ່ຊ່ວງຂໍ້ຄວາມນັ້ນ. ຊ່ວງຂໍ້ຄວາມທີ່ມີຄຳເຫັນຈະຖືກເຮັດເປັນເງົາ.

ຜູ້ໃຊ້ທຸກຄົນທີ່ມີສິດຂຽນລົງໃນເອກະສານສາມາດແກ້ໄຂ ແລະ ລຶບຄຳເຫັນຂອງຜູ້ຂຽນທັງໝົດໄດ້. ທ່ານສາມາດໃຊ້ປຸ່ມປະສົມ Command+OptionCtrl+Alt+C ເພື່ອແກ້ໄຂຄຳເຫັນທີ່ຕຳແໜ່ງເຄີເຊີປັດຈຸບັນ.
ຊື່ຜູ້ຂຽນ ແລະ ວັນທີ ແລະ ເວລາການສ້າງຄຳເຫັນຈະຖືກສະແດງຢູ່ດ້ານລຸ່ມຂອງກ່ອງຄຳເຫັນ.
ກ່ອງຄຳເຫັນປະກອບດ້ວຍປຸ່ມທີ່ມີລູກສອນຊີ້ລົງ. ຄລິກທີ່ໄອຄອນເພື່ອເປີດເມນູທີ່ມີຄຳສັ່ງສຳລັບການຈັດການຄຳເຫັນ.
ໃນກ່ອງໂຕ້ຕອບ ຊອກຫາ ແລະ ແທນທີ່ ຂອງເອກະສານຂໍ້ຄວາມ, ທ່ານສາມາດເລືອກທີ່ຈະລວມຂໍ້ຄວາມຄຳເຫັນເຂົ້າໃນການຄົ້ນຫາຂອງທ່ານ.
ຖ້າຄຳເຫັນໃນເອກະສານຂໍ້ຄວາມຖືກຂຽນໂດຍຜູ້ຂຽນຄົນອື່ນ, ຈະມີຄຳສັ່ງ ຕອບ ໃນເມນູທາງລັດ. ຄຳສັ່ງນີ້ຈະແຊກຄຳເຫັນໃໝ່ຢູ່ຕິດກັບຄຳເຫັນທີ່ທ່ານຕ້ອງການຕອບ. ຈຸດຢຶດຄຳເຫັນຈະເປັນອັນດຽວກັນສຳລັບທັງສອງຄຳເຫັນ. ພິມຂໍ້ຄວາມຕອບຂອງທ່ານໃນຄຳເຫັນໃໝ່. ບັນທຶກ ແລະ ສົ່ງເອກະສານຂອງທ່ານໃຫ້ຜູ້ຂຽນຄົນອື່ນໆ, ຈາກນັ້ນຜູ້ຂຽນເຫຼົ່ານັ້ນກໍສາມາດເພີ່ມການຕອບໄດ້ຄືກັນ.
ເມື່ອເອກະສານໄດ້ຖືກກວດສອບ ແລະ ໃຫ້ຄຳເຫັນແລ້ວ ແລະ ຕ້ອງການການດຳເນີນການຂອງທ່ານໃນເນື້ອໃນ, ທ່ານສາມາດໝາຍຄຳເຫັນວ່າ ແກ້ໄຂແລ້ວ ຫຼື ຍັງບໍ່ໄດ້ແກ້ໄຂ. ເປີດເມນູທາງລັດຂອງຄຳເຫັນ ຫຼື ຄລິກທີ່ລາຍການແບບເລື່ອນລົງຂອງຄຳເຫັນເພື່ອໝາຍທີ່ຊ່ອງ ແກ້ໄຂແລ້ວ. ເມື່ອທ່ານໝາຍຄຳເຫັນວ່າແກ້ໄຂແລ້ວ, ຄຳວ່າ Resolved (ແກ້ໄຂແລ້ວ) ຈະຖືກແຊກຢູ່ກ້ອງວັນທີໃນກ່ອງຄຳເຫັນ. ເມື່ອໝາຍວ່າຍັງບໍ່ໄດ້ແກ້ໄຂ, ຄຳວ່າ Resolved ຈະຖືກລຶບອອກ.
ທ່ານສາມາດສະຫຼັບການສະແດງຄຳເຫັນທີ່ແກ້ໄຂແລ້ວທັງໝົດໃນເອກະສານໄດ້. ຄຳເຫັນທີ່ແກ້ໄຂແລ້ວທີ່ຖືກເຊື່ອງໄວ້ຈະບໍ່ຖືກສະແດງໃນຂອບໜ້າ ແຕ່ຈະບໍ່ຖືກລຶບອອກ. ທ່ານສາມາດສະແດງຄຳເຫັນທີ່ເຊື່ອງໄວ້ທັງໝົດຄືນມາໄດ້. ເລືອກ ແລະ ໝາຍ ມຸມມອງ - ຄຳເຫັນທີ່ແກ້ໄຂແລ້ວ ເພື່ອສະແດງຄຳເຫັນທີ່ແກ້ໄຂແລ້ວ. ຍົກເລີກການໝາຍເພື່ອເຊື່ອງຄຳເຫັນທີ່ແກ້ໄຂແລ້ວ. ຄ່າເລີ່ມຕົ້ນແມ່ນການສະແດງຄຳເຫັນທີ່ແກ້ໄຂແລ້ວທັງໝົດ.
ເມື່ອເຄີເຊີຢູ່ໃນຄຳເຫັນ, ທ່ານສາມາດກົດ Command+OptionCtrl+Alt+Page Down ເພື່ອໂດດໄປຫາຄຳເຫັນຖັດໄປ, ຫຼື ກົດ Command+OptionCtrl+Alt+Page Up ເພື່ອໂດດໄປຫາຄຳເຫັນກ່ອນໜ້າ.
ເມື່ອເຄີເຊີຢູ່ໃນຂໍ້ຄວາມປົກກະຕິ, ໃຫ້ກົດປຸ່ມທີ່ກ່າວມາຂ້າງເທິງເພື່ອໂດດໄປຫາຈຸດຢຶດຄຳເຫັນຖັດໄປ ຫຼື ກ່ອນໜ້າ.
ທ່ານຍັງສາມາດເປີດ ຕົວນຳທາງ ເພື່ອເບິ່ງລາຍຊື່ຄຳເຫັນທັງໝົດໄດ້. ຄລິກຂວາໃສ່ຊື່ຄຳເຫັນໃນຕົວນຳທາງເພື່ອແກ້ໄຂ ຫຼື ລຶບຄຳເຫັນ.
ໃຊ້ ມຸມມອງ - ຄຳເຫັນ ເພື່ອສະແດງ ຫຼື ເຊື່ອງຄຳເຫັນທັງໝົດໃນສະເປຣດຊີດ.
ໃຊ້ ມຸມມອງ - ຄຳເຫັນ ເພື່ອສະແດງ ຫຼື ເຊື່ອງຄຳເຫັນຈຸດຢຶດທັງໝົດຢູ່ເບື້ອງເທິງຂອງໜ້າ.
ໃຊ້ ມຸມມອງ - ຄຳເຫັນ ເພື່ອສະແດງ ຫຼື ເຊື່ອງຄຳເຫັນຈຸດຢຶດທັງໝົດຢູ່ເບື້ອງເທິງຂອງສະໄລ້.
ໃຊ້ ມຸມມອງ - ຄຳເຫັນ ຫຼື ຄລິກທີ່ປຸ່ມ ຄຳເຫັນ ທາງເບື້ອງຂວາຂອງບັນທັດແນວນອນເພື່ອສະແດງ ຫຼື ເຊື່ອງຄຳເຫັນທັງໝົດ.
ທ່ານບໍ່ສາມາດພິມຄຳເຫັນຂອງສະໄລ້ໄດ້.
ທ່ານສາມາດເລືອກໃຊ້ ມຸມມອງບັນທຶກ ເພື່ອຂຽນໜ້າບັນທຶກສຳລັບແຕ່ລະສະໄລ້ໄດ້.
ທ່ານບໍ່ສາມາດພິມຄຳເຫັນຂອງໜ້າຮູບແຕ້ມໄດ້.
ຄຳເຫັນຈະຖືກພິມອອກເມື່ອພວກມັນຖືກເຮັດໃຫ້ເຫັນ.
ເພື່ອປ່ຽນຕົວເລືອກການພິມສຳລັບຄຳເຫັນສຳລັບເອກະສານຂໍ້ຄວາມທັງໝົດຂອງທ່ານ, ໃຫ້ເລືອກ LibreOffice - ສິ່ງທີ່ມັກເຄື່ອງມື - ຕົວເລືອກ - LibreOffice Writer - ພິມ.
