ຕົວເລືອກ

ຕັ້ງຄ່າຕົວເລືອກເພີ່ມເຕີມສໍາລັບປ້າຍຊື່ ຫຼື ນາມບັດຂອງທ່ານ, ລວມທັງການເຊື່ອມຂໍ້ມູນຂໍ້ຄວາມ ແລະ ການຕັ້ງຄ່າເຄື່ອງພິມ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກແຖບ ໄຟລ໌ - ໃໝ່ - ປ້າຍຊື່ - ຕົວເລືອກ.

ຈາກສ່ວນຕິດຕໍ່ແບບແທັບ:

ໃນແຖບ ໄຟລ໌, ຄລິກຄ້າງໃສ່ໄອຄອນ ໃໝ່, ເລືອກແຖບ ປ້າຍຊື່ - ຕົວເລືອກ.

ໃນເມນູແອັບພລິເຄຊັນ (ທາງດ້ານຂວາ), ເລືອກແຖບ ໃໝ່ - ປ້າຍຊື່ - ຕົວເລືອກ.

ໃນເມນູ ໄຟລ໌ ຂອງແຖບ ໄຟລ໌, ເລືອກແຖບ ໃໝ່ - ປ້າຍຊື່ - ຕົວເລືອກ.


ທັງໝົດໜ້າ

ສ້າງປ້າຍຊື່ ຫຼື ນາມບັດແບບເຕັມໜ້າ.

ປ້າຍຊື່ອັນດຽວ

ພິມປ້າຍຊື່ ຫຼື ນາມບັດອັນດຽວໃນໜ້າ.

ຖັນ

ປ້ອນຖັນທີ່ທ່ານຕ້ອງການວາງປ້າຍຊື່ ຫຼື ນາມບັດອັນດຽວຂອງທ່ານ.

ແຖວ

ປ້ອນແຖວທີ່ທ່ານຕ້ອງການວາງປ້າຍຊື່ ຫຼື ນາມບັດອັນດຽວຂອງທ່ານ.

ເຊື່ອມຂໍ້ມູນເນື້ອຫາ

ອະນຸຍາດໃຫ້ທ່ານແກ້ໄຂປ້າຍຊື່ ຫຼື ນາມບັດອັນດຽວ ແລະ ອັບເດດເນື້ອຫາຂອງປ້າຍຊື່ ຫຼື ນາມບັດທີ່ເຫຼືອຢູ່ໃນໜ້າ ເມື່ອທ່ານຄລິກທີ່ປຸ່ມ ເຊື່ອມຂໍ້ມູນປ້າຍຊື່.

ເຊື່ອມຂໍ້ມູນປ້າຍຊື່

ປຸ່ມ ເຊື່ອມຂໍ້ມູນປ້າຍຊື່ ຈະປາກົດຢູ່ໃນເອກະສານຂອງທ່ານ ຖ້າທ່ານໄດ້ເລືອກ ເຊື່ອມຂໍ້ມູນເນື້ອຫາ ໃນແຖບ ຕົວເລືອກ ເມື່ອທ່ານສ້າງປ້າຍຊື່ ຫຼື ນາມບັດ.

ສຳເນົາເນື້ອຫາຂອງປ້າຍຊື່ ຫຼື ນາມບັດມຸມຊ້າຍເທິງ ໄປໃສ່ປ້າຍຊື່ ຫຼື ນາມບັດທີ່ເຫຼືອຢູ່ໃນໜ້າ.

ເຄື່ອງພິມ

ສະແດງຊື່ຂອງເຄື່ອງພິມທີ່ເລືອກໃນປັດຈຸບັນ.

ຕັ້ງຄ່າ

ເປີດໄດອາລັອກ ຕັ້ງຄ່າເຄື່ອງພິມ.

ເອກະສານໃໝ່

ສ້າງເອກະສານໃໝ່ເພື່ອແກ້ໄຂ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!