ການຊ່ວຍເຫຼືອ LibreOffice 26.2
ກຳນົດວ່າທ່ານຕ້ອງການລົງທະບຽນຖານຂໍ້ມູນ, ເປີດຖານຂໍ້ມູນເພື່ອແກ້ໄຂ ຫຼື ແຊກຕາຕະລາງໃໝ່.
ເລືອກເພື່ອລົງທະບຽນຖານຂໍ້ມູນພາຍໃນຊຸດ LibreOffice ຂອງທ່ານ. ຫຼັງຈາກລົງທະບຽນແລ້ວ, ຖານຂໍ້ມູນຈະຖືກສະແດງໃນປ່ອງຢ້ຽມ ເບິ່ງ - ແຫຼ່ງຂໍ້ມູນ. ທ່ານຕ້ອງລົງທະບຽນຖານຂໍ້ມູນເພື່ອໃຫ້ສາມາດແຊກຟີວຖານຂໍ້ມູນໃນເອກະສານ (ແຊກ - ຟີວ - ຟີວອື່ນໆ) ຫຼື ໃນການຈົດໝາຍວຽນ.
ເລືອກເພື່ອເກັບຂໍ້ມູນຖານຂໍ້ມູນໄວ້ພາຍໃນໄຟລ໌ຖານຂໍ້ມູນທີ່ສ້າງຂຶ້ນເທົ່ານັ້ນ.
ເລືອກເພື່ອສະແດງໄຟລ໌ຖານຂໍ້ມູນ, ເຊິ່ງທ່ານສາມາດແກ້ໄຂໂຄງສ້າງຂອງຖານຂໍ້ມູນໄດ້.
ເລືອກເພື່ອເອີ້ນໃຊ້ ຕົວຊ່ວຍສ້າງຕາຕະລາງ ຫຼັງຈາກຕົວຊ່ວຍສ້າງຖານຂໍ້ມູນສຳເລັດແລ້ວ.