ຄຸນສົມບັດການເຊື່ອມ

ຖ້າທ່ານດັບເບິ້ນຄລິກທີ່ການເຊື່ອມຕໍ່ລະຫວ່າງສອງເຂດຂໍ້ມູນໃນການອອກແບບຄຳຖາມ, ຫຼື ຖ້າທ່ານເລືອກ ແຊກ - ຄວາມສຳພັນໃໝ່, ກ່ອງໂຕ້ຕອບ ຄຸນສົມບັດການເຊື່ອມ ຈະປາກົດຂຶ້ນ. ຄຸນສົມບັດເຫຼົ່ານີ້ຈະຖືກໃຊ້ໃນທຸກຄຳຖາມທີ່ຈະສ້າງຂຶ້ນໃນອະນາຄົດ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ເປີດການອອກແບບການສອບຖາມ ແລ້ວເລືອກ ແຊກ - ຄວາມສຳພັນໃໝ່, ຫຼື ດັບເບິນຄລິກທີ່ເສັ້ນເຊື່ອມຕໍ່ລະຫວ່າງສອງຕາຕະລາງ.


ຕາຕະລາງທີ່ມີສ່ວນຮ່ວມ

ລະບຸສອງຕາຕະລາງທີ່ຕ່າງກັນທີ່ທ່ານຕ້ອງການຈະເຊື່ອມຕໍ່.

ເຂດຂໍ້ມູນທີ່ມີສ່ວນຮ່ວມ

ລະບຸສອງເຂດຂໍ້ມູນທີ່ຈະຖືກເຊື່ອມຕໍ່ດ້ວຍຄວາມສຳພັນ.

ຕົວເລືອກ

ປະເພດ

ລະບຸປະເພດການເຊື່ອມຂອງການເຊື່ອມທີ່ເລືອກ. ຖານຂໍ້ມູນບາງແຫ່ງຮອງຮັບພຽງແຕ່ບາງປະເພດຂອງການເຊື່ອມເທົ່ານັ້ນ.

ການເຊື່ອມພາຍໃນ

ໃນການເຊື່ອມພາຍໃນ, ຕາຕະລາງຜົນໄດ້ຮັບຈະບັນຈຸສະເພາະລະບຽບຂໍ້ມູນທີ່ຂໍ້ມູນໃນເຂດຂໍ້ມູນທີ່ເຊື່ອມຕໍ່ນັ້ນຄືກັນ. ໃນ SQL ຂອງ LibreOffice ການເຊື່ອມປະເພດນີ້ຈະຖືກສ້າງຂຶ້ນໂດຍຄຳສັ່ງ WHERE ທີ່ກ່ຽວຂ້ອງ.

ການເຊື່ອມເບື້ອງຊ້າຍ

ໃນການເຊື່ອມເບື້ອງຊ້າຍ, ຕາຕະລາງຜົນໄດ້ຮັບຈະບັນຈຸທຸກລະບຽບຂໍ້ມູນຂອງເຂດຂໍ້ມູນທີ່ຄົ້ນຫາຈາກຕາຕະລາງເບື້ອງຊ້າຍ ແລະ ຈະບັນຈຸສະເພາະລະບຽບຂໍ້ມູນຈາກຕາຕະລາງເບື້ອງຂວາທີ່ຂໍ້ມູນໃນເຂດຂໍ້ມູນທີ່ເຊື່ອມຕໍ່ນັ້ນຄືກັນ. ໃນ SQL ຂອງ LibreOffice ການເຊື່ອມປະເພດນີ້ກົງກັບຄຳສັ່ງ LEFT OUTER JOIN.

ການເຊື່ອມເບື້ອງຂວາ

ໃນການເຊື່ອມເບື້ອງຂວາ, ຕາຕະລາງຜົນໄດ້ຮັບຈະບັນຈຸທຸກລະບຽບຂໍ້ມູນຂອງເຂດຂໍ້ມູນທີ່ຄົ້ນຫາຈາກຕາຕະລາງເບື້ອງຂວາ ແລະ ຈະບັນຈຸສະເພາະລະບຽບຂໍ້ມູນຈາກຕາຕະລາງເບື້ອງຊ້າຍທີ່ຂໍ້ມູນໃນເຂດຂໍ້ມູນທີ່ເຊື່ອມຕໍ່ນັ້ນຄືກັນ. ໃນ SQL ຂອງ LibreOffice ການເຊື່ອມປະເພດນີ້ກົງກັບຄຳສັ່ງ RIGHT OUTER JOIN.

ການເຊື່ອມທັງໝົດ

ໃນການເຊື່ອມທັງໝົດ, ຕາຕະລາງຜົນໄດ້ຮັບຈະບັນຈຸທຸກລະບຽບຂໍ້ມູນຂອງເຂດຂໍ້ມູນທີ່ຄົ້ນຫາຈາກທັງຕາຕະລາງເບື້ອງຊ້າຍ ແລະ ເບື້ອງຂວາ. ໃນ SQL ຂອງ LibreOffice ການເຊື່ອມປະເພດນີ້ກົງກັບຄຳສັ່ງ FULL OUTER JOIN.

ການເຊື່ອມແບບທຳມະຊາດ (Natural)

ໃນການເຊື່ອມແບບທຳມະຊາດ, ຄຳສະເພາະ NATURAL ຈະຖືກແຊກເຂົ້າໃນຄຳສັ່ງ SQL ທີ່ກຳນົດຄວາມສຳພັນ. ຄວາມສຳພັນຈະເຊື່ອມຕໍ່ທຸກຖັນທີ່ມີຊື່ຖັນຄືກັນໃນທັງສອງຕາຕະລາງ. ຕາຕະລາງຜົນໄດ້ຮັບຈະບັນຈຸພຽງຖັນດຽວສຳລັບແຕ່ລະຄູ່ຂອງຖັນທີ່ມີຊື່ຄືກັນ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!