ການຊ່ວຍເຫຼືອ LibreOffice 26.2
ໃນໜ້າທຳອິດຂອງ ຕົວຊ່ວຍສ້າງແຜນພູມ ຫຼື ໃນເມນູຄລິກຂວາຂອງແຜນພູມ ເຈົ້າສາມາດເລືອກປະເພດແຜນພູມໄດ້.
ຕົວຢ່າງແຜນພູມຈະສະແດງຕາມການຕັ້ງຄ່າໃໝ່ທີ່ເຈົ້າປ້ອນເຂົ້າໃນປ່ອງຢ້ຽມ.
ເມື່ອເຈົ້າປິດປ່ອງຢ້ຽມດ້ວຍການກົດ ຕົກລົງ (OK), ການຕັ້ງຄ່າຈະຖືກນຳໃຊ້ຢ່າງຖາວອນ.
ເມື່ອເຈົ້າປິດປ່ອງຢ້ຽມດ້ວຍການກົດ ຍົກເລີກ (Cancel) ຫຼື ປຸ່ມ Escape, ແຜນພູມຈະກັບຄືນສູ່ສະພາວະກ່ອນທີ່ເຈົ້າຈະເປີດປ່ອງຢ້ຽມ.
ສຳລັບແຜນພູມ 3 ມິຕິ ເເຈົ້າສາມາດເລືອກ ເພື່ອຕັ້ງຄ່າທັດສະນະມິຕິ (perspective), ຮູບລັກສະນະ ແລະ ການສ່ອງແສງ.
ປ້ອນຄ່າສຳລັບການໝູນແຜນພູມໃນສາມແກນ ແລະ ສຳລັບມຸມເບິ່ງທັດສະນະມິຕິ.
ຕັ້ງຄ່າທຸກມຸມເປັນ 0 ສຳລັບມຸມເບິ່ງດ້ານໜ້າຂອງແຜນພູມ. ແຜນພູມວົງມົນ ແລະ ແຜນພູມໂດນັດຈະສະແດງເປັນຮູບວົງມົນ.
ເມື່ອເປີດໃຊ້ງານ ແກນມຸມສາກ (Right-angled axes), ເຈົ້າສາມາດໝູນເນື້ອໃນແຜນພູມໄດ້ສະເພາະໃນທິດທາງ X ແລະ Y ເທົ່ານັ້ນ, ນັ້ນຄື ຈະຂະໜານກັບຂອບຂອງແຜນພູມ.
ຄ່າ x ເປັນ 90, ໂດຍຕັ້ງຄ່າ y ແລະ z ເປັນ 0, ຈະເຮັດໃຫ້ເຫັນມຸມເບິ່ງຈາກເທິງລົງລຸ່ມ. ຖ້າຕັ້ງຄ່າ x ເປັນ -90, ເຈົ້າຈະເຫັນດ້ານລຸ່ມຂອງແຜນພູມ.
ການໝູນຈະຖືກນຳໃຊ້ຕາມລຳດັບຄື: x ກ່ອນ, ຈາກນັ້ນແມ່ນ y, ແລະ ສຸດທ້າຍແມ່ນ z.
ເມື່ອເປີດໃຊ້ງານການເຮັດເງົາ (shading) ແລະ ເຈົ້າໝູນແຜນພູມ, ແສງໄຟຈະໝູນໄປນຳຄືກັບວ່າມັນຖືກຍຶດຕິດໄວ້ກັບແຜນພູມ.
ແກນການໝູນຈະກ່ຽວຂ້ອງກັບໜ້າເຈ້ຍສະເໝີ, ບໍ່ແມ່ນກ່ຽວກັບແກນຂອງແຜນພູມ. ສິ່ງນີ້ແຕກຕ່າງຈາກໂປຣແກຣມແຜນພູມອື່ນໆບາງໂປຣແກຣມ.
ໝາຍເລືອກຊ່ອງ ທັດສະນະມິຕິ (Perspective) ເພື່ອເບິ່ງແຜນພູມໃນຮູບແບບທັດສະນະມິຕິຄືກັບເບິ່ງຜ່ານເລນກ້ອງຖ່າຍຮູບ ແທນທີ່ຈະໃຊ້ການສາຍພາບແບບຂະໜານ.
ຕັ້ງຄ່າຄວາມຍາວໂຟກັດດ້ວຍປຸ່ມປັບຄ່າ. 100% ຈະໃຫ້ມຸມເບິ່ງທັດສະນະມິຕິທີ່ຂອບດ້ານໄກຂອງແຜນພູມຈະເບິ່ງຄືວ່າມີຂະໜາດນ້ອຍກວ່າຂອບດ້ານໃກ້ປະມານເຄິ່ງໜຶ່ງ.
ເວີຊັນເກົ່າຂອງ LibreOffice ບໍ່ສາມາດສະແດງເປີເຊັນຂອງທັດສະນະມິຕິໃນຮູບແບບດຽວກັນກັບເວີຊັນປັດຈຸບັນ.
ເລືອກຮູບແບບ (scheme) ຈາກກ່ອງລາຍການ.
ເມື່ອເລືອກຮູບແບບໃດໜຶ່ງ, ຊ່ອງໝາຍເລືອກ ແລະ ແຫຼ່ງກຳເນີດແສງຈະຖືກຕັ້ງຄ່າຕາມນັ້ນ.
ຫາກເຈົ້າໝາຍເລືອກ ຫຼື ຍົກເລີກການໝາຍໃນຮູບແບບທີ່ບໍ່ມີໃນແບບ ສົມຈິງ (Realistic) ຫຼື ແບບ ງ່າຍດາຍ (Simple), ເຈົ້າຈະສ້າງເປັນແບບ ກຳນົດເອງ (Custom).
ໝາຍເລືອກ ການເຮັດເງົາ ເພື່ອໃຊ້ວິທີ Gouraud ສຳລັບການສະແດງຜົນພື້ນຜິວ, ຖ້າບໍ່ດັ່ງນັ້ນຈະໃຊ້ວິທີແບບຮາບພຽງ (flat).
ວິທີແບບຮາບພຽງຈະຕັ້ງຄ່າສີ ແລະ ຄວາມສະຫວ່າງດຽວໃຫ້ກັບແຕ່ລະຮູບຫຼາຍຫຼ່ຽມ. ຈະເຫັນຂອບໄດ້ຊັດເຈນ, ບໍ່ສາມາດເຮັດການໄລ່ສີແບບນຸ້ມນວນ ຫຼື ໄຟສ່ອງສະເພາະຈຸດໄດ້.
ວິທີ Gouraud ຈະໃຊ້ການໄລ່ສີເພື່ອໃຫ້ເບິ່ງລຽບນຽນ ແລະ ສົມຈິງຫຼາຍຂຶ້ນ.
ໝາຍເລືອກ ຂອບວັດຖຸ ເພື່ອແຕ້ມເສັ້ນຕາມຂອບຕ່າງໆ.
ໝາຍເລືອກ ຂອບມົນ ເພື່ອເຮັດໃຫ້ຂອບຂອງຮູບຊົງກ່ອງມີຄວາມມົນລຽບ.
ຕັ້ງຄ່າແຫຼ່ງກຳເນີດແສງສຳລັບມຸມເບິ່ງ 3 ມິຕິ.
ຄລິກທີ່ປຸ່ມໃດໜຶ່ງໃນແປດປຸ່ມເພື່ອເປີດ ຫຼື ປິດແຫຼ່ງກຳເນີດແສງທີ່ກຳນົດທິດທາງ.
ໂດຍເລີ່ມຕົ້ນ, ແຫຼ່ງກຳເນີດແສງທີສອງຈະຖືກເປີດໄວ້. ມັນແມ່ນອັນທຳອິດຂອງແຫຼ່ງແສງ "ປົກກະຕິ" ເຈັດອັນທີ່ມີຄວາມສະຫວ່າງສະໝໍ່າສະເໝີ. ແຫຼ່ງແສງໝາຍເລກໜຶ່ງຈະສ່ອງແສງແບບສະທ້ອນ (specular) ທີ່ມີຈຸດເດັ່ນຂອງແສງ.
ສຳລັບແຫຼ່ງແສງທີ່ເລືອກ, ເຈົ້າສາມາດເລືອກສີ ແລະ ຄວາມເຂັ້ມຂຸ້ນໄດ້ໃນກ່ອງລາຍການທີ່ຢູ່ລຸ່ມແປດປຸ່ມນັ້ນ. ຄ່າຄວາມສະຫວ່າງຂອງແສງທັງໝົດຈະຖືກລວມເຂົ້າກັນ, ສະນັ້ນຄວນໃຊ້ສີເຂັ້ມເມື່ອເປີດໃຊ້ໄຟຫຼາຍດວງ.
ຕົວຢ່າງຂະໜາດນ້ອຍພາຍໃນແຖບນີ້ມີຕົວເລື່ອນສອງອັນເພື່ອຕັ້ງຕຳແໜ່ງແນວຕັ້ງ ແລະ ແນວນອນຂອງແຫຼ່ງແສງທີ່ເລືອກ. ແຫຼ່ງແສງຈະສ່ອງໄປຫາຈຸດເຄິ່ງກາງຂອງວັດຖຸສະເໝີ.
ປຸ່ມຢູ່ມຸມຂອງຕົວຢ່າງຂະໜາດນ້ອຍຈະສະຫຼັບຕົວແບບການສ່ອງແສງພາຍໃນລະຫວ່າງຮູບຊົງມົນ ແລະ ຮູບກ້ອນສາກ.
ໃຊ້ກ່ອງລາຍການ ແສງສະພາບແວດລ້ອມ (Ambient light) ເພື່ອກຳນົດແສງສະພາບແວດລ້ອມທີ່ສ່ອງສະຫວ່າງດ້ວຍຄວາມເຂັ້ມສະໝໍ່າສະເໝີຈາກທຸກທິດທາງ.