ການນຳໃຊ້ຫຼາຍແຜ່ນງານ

ການເລືອກຫຼາຍແຜ່ນງານ

ແຖບແຜ່ນງານຂອງແຜ່ນງານປັດຈຸບັນຈະສະແດງເປັນສີຂາວຢູ່ທາງໜ້າແຖບແຜ່ນງານອື່ນສະເໝີ. ແຖບແຜ່ນງານອື່ນໆຈະເປັນສີເທົາເມື່ອບໍ່ໄດ້ຖືກເລືອກ. ໂດຍການຄລິກແຖບແຜ່ນງານອື່ນໃນຂະນະທີ່ກົດ ທ່ານສາມາດເລືອກຫຼາຍແຜ່ນງານໄດ້.

ທ່ານສາມາດໃຊ້ Shift++Page Up ຫຼື Page Down ເພື່ອເລືອກຫຼາຍແຜ່ນງານໂດຍໃຊ້ແປ້ນພິມ.

ການຍົກເລີກການເລືອກ

ເພື່ອຍົກເລີກການເລືອກແຜ່ນງານ, ໃຫ້ຄລິກທີ່ແຖບແຜ່ນງານນັ້ນອີກຄັ້ງໃນຂະນະທີ່ກົດປຸ່ມ . ແຜ່ນງານທີ່ກຳລັງສະແດງຢູ່ປັດຈຸບັນບໍ່ສາມາດເອົາອອກຈາກການເລືອກໄດ້.

ການຄິດໄລ່ຜ່ານຫຼາຍແຜ່ນງານ

ທ່ານສາມາດອ້າງອີງເຖິງຂອບເຂດຂອງແຜ່ນງານໃນສູດໂດຍການກຳນົດແຜ່ນງານທຳອິດ ແລະ ແຜ່ນງານສຸດທ້າຍຂອງຂອບເຂດ, ຕົວຢ່າງ, =SUM(Sheet1.A1:Sheet3.A1) ລວມຄ່າທັງໝົດຂອງຫ້ອງ A1 ໃນ Sheet1 ຫາ Sheet3.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!