ການຄຶງແຖວ ຫຼື ຖັນເປັນສ່ວນຫົວ

ຖ້າທ່ານມີແຖວ ຫຼື ຖັນຂໍ້ມູນຍາວໆທີ່ເກີນຂອບເຂດມຸມມອງຂອງແຜ່ນວຽກ, ທ່ານສາມາດຄຶງບາງແຖວ ຫຼື ຖັນໄວ້ ເຊິ່ງຈະເຮັດໃຫ້ທ່ານຍັງເຫັນຖັນ ຫຼື ແຖວທີ່ຄຶງໄວ້ນັ້ນຢູ່ ໃນຂະນະທີ່ທ່ານເລື່ອນເບິ່ງຂໍ້ມູນສ່ວນທີ່ເຫຼືອ.

  1. ເລືອກແຖວທີ່ຢູ່ດ້ານລຸ່ມ, ຫຼື ຖັນທີ່ຢູ່ທາງຂວາຂອງແຖວ ຫຼື ຖັນທີ່ທ່ານຕ້ອງການໃຫ້ຢູ່ໃນສ່ວນທີ່ຄຶງໄວ້. ທຸກໆແຖວທີ່ຢູ່ດ້ານເທິງ, ຫຼື ທຸກໆຖັນທີ່ຢູ່ທາງຊ້າຍຂອງສ່ວນທີ່ເລືອກຈະຖືກຄຶງ.

    ເພື່ອຄຶງທັງແນວນອນ ແລະ ແນວຕັ້ງ, ໃຫ້ເລືອກ ຫ້ອງຕາຕະລາງ ທີ່ຢູ່ລຸ່ມແຖວ ແລະ ທາງຂວາຂອງຖັນທີ່ທ່ານຕ້ອງການຄຶງ.

  2. ເລືອກ ມຸມມອງ - ຄຶງແຖວ ແລະ ຖັນ.

    ເພື່ອຍົກເລີກການໃຊ້ງານ, ໃຫ້ເລືອກ ມຸມມອງ - ຄຶງແຖວ ແລະ ຖັນ ອີກຄັ້ງ.

ໄອຄອນ ບັນທຶກ

ຖ້າພື້ນທີ່ທີ່ກຳນົດໄວ້ຕ້ອງການໃຫ້ສາມາດເລື່ອນໄດ້, ໃຫ້ໃຊ້ຄຳສັ່ງ ມຸມມອງ - ແຍກປ່ອງຢ້ຽມ. ການແຍກ ແລະ ການຄຶງບໍ່ສາມາດໃຊ້ພ້ອມກັນໄດ້.


ໄອຄອນ ບັນທຶກ

ຖ້າທ່ານຕ້ອງການພິມບາງແຖວໃນທຸກໆໜ້າຂອງເອກະສານ, ໃຫ້ເລືອກ ຮູບແບບ - ຊ່ວງການພິມ - ແກ້ໄຂ.


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!