ຮູບແບບຕົວເລກທີ່ຜູ້ໃຊ້ກຳນົດເອງ

ທ່ານສາມາດກຳນົດຮູບແບບຕົວເລກຂອງທ່ານເອງ ເພື່ອສະແດງຕົວເລກໃນ LibreOffice Calc.

ຕົວຢ່າງ: ເພື່ອສະແດງຕົວເລກ 10,200,000 ເປັນ 10.2 ລ້ານ:

  1. ເລືອກຫ້ອງຕາຕະລາງທີ່ທ່ານຕ້ອງການໃຊ້ຮູບແບບໃໝ່ທີ່ກຳນົດເອງ.

  2. ເລືອກ ຮູບແບບ - ຫ້ອງຕາຕະລາງ - ຕົວເລກ.

  3. ໃນກ່ອງລາຍການ ໝວດໝູ່ ໃຫ້ເລືອກ "ຜູ້ໃຊ້ກຳນົດເອງ".

  4. ໃນຊ່ອງຂໍ້ຄວາມ ລະຫັດຮູບແບບ ໃຫ້ປ້ອນລະຫັດຕໍ່ໄປນີ້:

    0.0,, "ລ້ານ"

  5. ຄລິກ ຕົກລົງ.

ຕາຕະລາງຕໍ່ໄປນີ້ສະແດງໃຫ້ເຫັນຜົນຂອງການປັດເສດ, ເຄື່ອງໝາຍແຍກຫຼັກພັນ (,), ເຄື່ອງໝາຍແຍກທົດສະນິຍົມ (.) ແລະ ຕົວແທນ # ແລະ 0.

ຕົວເລກ

.#,, "ລ້ານ"

0.0,, "ລ້ານ"

#,, "ລ້ານ"

10200000

10.2 ລ້ານ

10.2 ລ້ານ

10 ລ້ານ

500000

.5 ລ້ານ

0.5 ລ້ານ

1 ລ້ານ

100000000

100. ລ້ານ

100.0 ລ້ານ

100 ລ້ານ


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!