ເຊວໃນຮູບແບບສະກຸນເງິນ

ໃນ LibreOffice Calc, ທ່ານສາມາດຕັ້ງຮູບແບບສະກຸນເງິນໃດໆໃຫ້ກັບຕົວເລກກໍໄດ້. ເມື່ອທ່ານຄລິກໄອຄອນ ສະກຸນເງິນ Icon ໃນແຖບ ການຈັດຮູບແບບ ເພື່ອຈັດຮູບແບບຕົວເລກ, ເເຊວນັ້ນຈະໄດ້ຮັບຮູບແບບສະກຸນເງິນເລີ່ມຕົ້ນທີ່ຕັ້ງໄວ້ພາຍໃຕ້ - ພາສາ ແລະ ທ້ອງຖິ່ນ - ທົ່ວໄປ.

ໄອຄອນ ບັນທຶກ

ການແລກປ່ຽນເອກະສານ LibreOffice Calc ອາດເຮັດໃຫ້ເກີດຄວາມເຂົ້າໃຈຜິດໄດ້, ຖ້າຫາກເອກະສານ LibreOffice Calc ຂອງທ່ານຖືກເປີດໂດຍຜູ້ໃຊ້ທີ່ນຳໃຊ້ຮູບແບບສະກຸນເງິນເລີ່ມຕົ້ນທີ່ແຕກຕ່າງກັນ.


ໃນ LibreOffice Calc, ທ່ານສາມາດກຳນົດໃຫ້ຕົວເລກທີ່ທ່ານຈັດຮູບແບບເປັນ "1,234.50 €" ຍັງຄົງເປັນສະກຸນເງິນເອີໂຣຢູ່ໃນປະເທດອື່ນ ແລະ ບໍ່ປ່ຽນເປັນສະກຸນເງິນໂດລາ.

ທ່ານສາມາດປ່ຽນຮູບແບບສະກຸນເງິນໃນກ່ອງໂຕ້ຕອບ ຈັດຮູບແບບເຊວ (ເລືອກແຖບ ຮູບແບບ - ເຊວ - ຕົວເລກ) ໂດຍການຕັ້ງຄ່າປະເທດສອງຢ່າງ. ໃນຫ້ອງ ພາສາ ໃຫ້ເລືອກການຕັ້ງຄ່າພື້ນຖານສຳລັບຕົວຂັ້ນທົດສະນິຍົມ ແລະ ຕົວຂັ້ນຫຼັກພັນ. ໃນລາຍການ ຮູບແບບ ທ່ານສາມາດເລືອກສັນຍະລັກສະກຸນເງິນ ແລະ ຕຳແໜ່ງຂອງມັນໄດ້.

  1. ຕົວຢ່າງ, ຖ້າພາສາຖືກຕັ້ງເປັນ "ຄ່າເລີ່ມຕົ້ນ" ແລະ ທ່ານກຳລັງໃຊ້ການຕັ້ງຄ່າທ້ອງຖິ່ນຂອງເຢຍລະມັນ, ຮູບແບບສະກຸນເງິນຈະເປັນ "1.234,00 €". ຈະມີການໃຊ້ຈຸດກ່ອນຫຼັກພັນ ແລະ ໃຊ້ຈຸດກ່ອນຕຳແໜ່ງທົດສະນິຍົມ. ຖ້າທ່ານເລືອກຮູບແບບສະກຸນເງິນຍ່ອຍ "$ English (US)" ຈາກລາຍການ ຮູບແບບ, ທ່ານຈະໄດ້ຮູບແບບດັ່ງນີ້: "$ 1.234,00". ທ່ານຈະເຫັນວ່າຕົວຂັ້ນຍັງຄົງຄືເກົ່າ. ມີພຽງແຕ່ສັນຍະລັກສະກຸນເງິນເທົ່ານັ້ນທີ່ຖືກປ່ຽນ, ແຕ່ຮູບແບບພື້ນຖານຂອງການຂຽນຍັງຄົງຄືເກົ່າຕາມການຕັ້ງຄ່າທ້ອງຖິ່ນ.

  2. ຖ້າພາຍໃຕ້ ພາສາ, ທ່ານປ່ຽນເຊວເປັນ "English (US)", ການຕັ້ງຄ່າທ້ອງຖິ່ນພາສາອັງກິດຈະຖືກນຳມາໃຊ້ ແລະ ຮູບແບບສະກຸນເງິນເລີ່ມຕົ້ນຈະກາຍເປັນ "$ 1,234.00".

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!