ກ່ອງຊື່

ສະແດງການອ້າງອີງສຳລັບເຊວປະຈຸບັນ, ຊ່ວງຂອງເຊວທີ່ເລືອກ, ຫຼື ຊື່ຂອງເຂດ. ທ່ານຍັງສາມາດເລືອກຊ່ວງຂອງເຊວ, ແລ້ວພິມຊື່ສຳລັບຊ່ວງນັ້ນໃສ່ໃນ ກ່ອງຊື່.

ກ່ອງລາຍການກ່ອງຊື່

ກ່ອງຊື່

ເພື່ອໄປຫາເຊວໃດໜຶ່ງ, ຫຼື ເພື່ອເລືອກຊ່ວງເຊວ, ໃຫ້ພິມການອ້າງອີງເຊວ, ຫຼື ການອ້າງອີງຊ່ວງເຊວໃສ່ໃນກ່ອງນີ້, ຕົວຢ່າງ, F1, ຫຼື A1:C4. ທ່ານຍັງສາມາດປ້ອນຊື່ເຕັມຂອງແຜ່ນງານ; ຄຳແນະນຳເຄື່ອງມືຈະປ່ຽນເປັນ "ໄປຫາແຜ່ນງານ", ແລະ ການກົດ Enter ຈະສະຫຼັບໄປຫາແຜ່ນງານນັ້ນ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!