ການຊຸ່ມຕົວຢ່າງ (Sampling)

ສ້າງຕາຕະລາງທີ່ມີຂໍ້ມູນທີ່ຊຸ່ມມາຈາກຕາຕະລາງອື່ນ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ຂໍ້ມູນ - ສະຖິຕິ - ການຊຸ່ມຕົວຢ່າງ

ຈາກສ່ວນຕິດຕໍ່ແບບແທັບ:

ເລືອກ ຂໍ້ມູນ - ສະຖິຕິ - ການຊຸ່ມຕົວຢ່າງ.

ໃນເມນູ ຂໍ້ມູນ ຂອງແຖບ ຂໍ້ມູນ, ໃຫ້ເລືອກ ສະຖິຕິ - ການຊຸ່ມຕົວຢ່າງ.


ການຊຸ່ມຕົວຢ່າງຊ່ວຍໃຫ້ທ່ານເລືອກຂໍ້ມູນຈາກຕາຕະລາງ ຕົ້ນທາງ (ປະຊາກອນ) ເພື່ອຕື່ມໃສ່ຕາຕະລາງ ປາຍທາງ. ການຊຸ່ມຕົວຢ່າງສາມາດເຮັດໄດ້ແບບສຸ່ມ ຫຼື ແບບມີຄາບເວລາ, ທັງແບບແທນທີ່ ຫຼື ບໍ່ແທນທີ່.

ໄອຄອນ ບັນທຶກ

ການຊຸ່ມຕົວຢ່າງຈະເຮັດແບບເປັນແຖວ. ໝາຍຄວາມວ່າ ຂໍ້ມູນທີ່ຖືກຊຸ່ມຈະມາທັງແຖວຂອງຕາຕະລາງຕົ້ນທາງ ແລະ ກັອບປີ້ລົງໃນແຖວຂອງຕາຕະລາງປາຍທາງ.


ຂໍ້ມູນ

ຊ່ວງຂໍ້ມູນເຂົ້າ: ການອ້າງອີງຂອງຊ່ວງຂໍ້ມູນທີ່ຈະວິເຄາະ.

ຜົນຮັບໄປທີ່: ການອ້າງອີງຂອງເຊລເທິງຊ້າຍສຸດຂອງຊ່ວງຂໍ້ມູນທີ່ຈະສະແດງຜົນຮັບ.

ວິທີການຊຸ່ມຕົວຢ່າງ

ແບບສຸ່ມ

ເລືອກແຖວຈາກຕາຕະລາງຕົ້ນທາງຕາມ ຂະໜາດຕົວຢ່າງ ທີ່ກຳນົດໄວ້ໂດຍການສຸ່ມ.

ຂະໜາດຕົວຢ່າງ

ຈຳນວນແຖວທີ່ຈະຊຸ່ມຈາກຕາຕະລາງຕົ້ນທາງ. ຂະໜາດຕົວຢ່າງຈະຖືກຈຳກັດບໍ່ໃຫ້ເກີນຈຳນວນປະຊາກອນ ສຳລັບການຊຸ່ມແບບບໍ່ແທນທີ່.

ແບບມີການແທນທີ່

ເມື່ອໝາຍເລືອກ, ຈະເອົາກຸ່ມຕົວຢ່າງກັບຄືນໃສ່ໃນປະຊາກອນ (ຕາຕະລາງແຫຼ່ງຂໍ້ມູນ) ຫຼັງຈາກການສຸ່ມ. ກຸ່ມຕົວຢ່າງສາມາດຖືກສຸ່ມໄດ້ຫຼາຍກວ່າໜຶ່ງຄັ້ງ ແລະ ດັ່ງນັ້ນຈຶ່ງສາມາດມີຂະໜາດກຸ່ມຕົວຢ່າງທີ່ໃຫຍ່ກວ່າປະຊາກອນໄດ້. ຕົວເລືອກນີ້ບໍ່ສາມາດໃຊ້ຮ່ວມກັບ ຮັກສາລຳດັບ. ເມື່ອບໍ່ໄດ້ໝາຍເລືອກ, ກຸ່ມຕົວຢ່າງທີ່ຖືກສຸ່ມອອກມາຈະບໍ່ຖືກເອົາກັບຄືນໃສ່ໃນປະຊາກອນ ແລະ ຂະໜາດຂອງກຸ່ມຕົວຢ່າງຈະຖືກຈຳກັດໃຫ້ບໍ່ເກີນຂະໜາດຂອງປະຊາກອນ.

ຮັກສາລຳດັບ

ເມື່ອໝາຍເລືອກ, ຕົວຢ່າງຈະຖືກດຶງອອກຕາມລຳດັບຂອງຂໍ້ມູນປະຊາກອນ. ຕົວຢ່າງຈະບໍ່ຖືກສົ່ງກັບຄືນໃສ່ກຸ່ມປະຊາກອນ (ໃຊ້ຮ່ວມກັບ ມີການແທນທີ່ ບໍ່ໄດ້). ຕົວເລືອກນີ້ຈະຖືກໝາຍເລືອກໂດຍອັດຕະໂນມັດສຳລັບການສຸ່ມຕົວຢ່າງ ເປັນໄລຍະ. ເມື່ອບໍ່ໄດ້ໝາຍເລືອກ, ຕົວຢ່າງຈະຖືກດຶງອອກແບບສຸ່ມ.

ແບບມີຄາບເວລາ (Periodic)

ເລືອກແຖວຕາມຈັງຫວະທີ່ກຳນົດໂດຍ ຄາບເວລາ (Period).

ຄາບເວລາ (Period)

ຈຳນວນແຖວທີ່ຈະຂ້າມເປັນໄລຍະໃນເວລາດຶງຕົວຢ່າງ. ໄລຍະ ແມ່ນຖືກຈຳກັດໃຫ້ບໍ່ເກີນຂະໜາດຂອງປະຊາກອນ.

ຕົວຢ່າງ

ຂໍ້ມູນຕໍ່ໄປນີ້ຈະຖືກໃຊ້ເປັນຕົວຢ່າງຂອງຕາຕະລາງຕົ້ນທາງສຳລັບການຊຸ່ມຕົວຢ່າງ:

 

A

B

C

1

11

21

31

2

12

22

32

3

13

23

33

4

14

24

34

5

15

25

35

6

16

26

36

7

17

27

37

8

18

28

38

9

19

29

39


ການຊຸ່ມຕົວຢ່າງດ້ວຍຄາບເວລາ 2 ຈະໄດ້ຜົນລັດເປັນຕາຕະລາງຕໍ່ໄປນີ້:

12

22

32

14

24

34

16

26

36

18

28

38


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!