ການຊ່ວຍເຫຼືອ LibreOffice 26.2
ແທນທີ່ບາງສ່ວນຂອງຂໍ້ຄວາມດ້ວຍຂໍ້ຄວາມອື່ນ. ຟັງຊັນນີ້ສາມາດໃຊ້ເພື່ອແທນທີ່ໄດ້ທັງຕົວອັກສອນ ແລະ ຕົວເລກ (ເຊິ່ງຈະຖືກປ່ຽນເປັນຂໍ້ຄວາມໂດຍອັດຕະໂນມັດ). ຜົນລັດຂອງຟັງຊັນຈະສະແດງເປັນຂໍ້ຄວາມສະເໝີ. ຖ້າທ່ານຕ້ອງການຄິດໄລ່ຕໍ່ດ້ວຍຕົວເລກທີ່ຖືກແທນທີ່ດ້ວຍຂໍ້ຄວາມແລ້ວ, ທ່ານຈະຕ້ອງປ່ຽນມັນກັບມາເປັນຕົວເລກໂດຍໃຊ້ຟັງຊັນ VALUE.
ຂໍ້ຄວາມໃດໆທີ່ມີຕົວເລກຕ້ອງໃສ່ໃນເຄື່ອງໝາຍຄຳເວົ້າ ຖ້າທ່ານບໍ່ຕ້ອງການໃຫ້ມັນຖືກຕີຄວາມໝາຍເປັນຕົວເລກ ແລະ ຖືກປ່ຽນເປັນຂໍ້ຄວາມໂດຍອັດຕະໂນມັດ.
REPLACE("ຂໍ້ຄວາມ"; ຕຳແໜ່ງ; ຄວາມຍາວ; "ຂໍ້ຄວາມໃໝ່")
ຂໍ້ຄວາມ ໝາຍເຖິງຂໍ້ຄວາມທີ່ບາງສ່ວນຈະຖືກແທນທີ່.
ຕຳແໜ່ງ ໝາຍເຖິງຕຳແໜ່ງພາຍໃນຂໍ້ຄວາມທີ່ຈະເລີ່ມການແທນທີ່.
ຄວາມຍາວ ແມ່ນຈຳນວນຕົວອັກສອນໃນ ຂໍ້ຄວາມ ທີ່ຈະຖືກແທນທີ່.
ຂໍ້ຄວາມໃໝ່ ໝາຍເຖິງຂໍ້ຄວາມທີ່ຈະມານຳໃຊ້ແທນ ຂໍ້ຄວາມ ເດີມ.
=REPLACE("1234567";1;1;"444") ສົ່ງຄືນ "444234567". ຕົວອັກສອນໜຶ່ງຕົວຢູ່ຕຳແໜ່ງທີ 1 ຖືກແທນທີ່ດ້ວຍ ຂໍ້ຄວາມໃໝ່ ທັງໝົດ.