ການຊ່ວຍເຫຼືອ LibreOffice 26.2
ຄົ້ນຫາເກນໃນອາເຣທີ່ໄດ້ຈັດລຽງລຳດັບໄວ້ແລ້ວ ແລະ ສົ່ງຄືນຜົນລັດທີ່ກົງກັນ. ສົ່ງຄືນເນື້ອໃນຂອງເຊວຈາກຊ່ວງທີ່ມີແຖວດຽວ ຫຼື ຄໍລຳດຽວ.
ທາງເລືອກອື່ນ, ຄ່າທີ່ກຳນົດໃຫ້ (ທີ່ມີດັດຊະນີດຽວກັນ) ຈະຖືກສົ່ງຄືນໃນຄໍລຳ ແລະ ແຖວທີ່ຕ່າງກັນ. ເຊິ່ງຕ່າງຈາກ VLOOKUP ແລະ HLOOKUP, ເພາະຊ່ວງຂໍ້ມູນທີ່ຄົ້ນຫາ ແລະ ຊ່ວງຜົນລັດອາດຈະຢູ່ຕຳແໜ່ງທີ່ຕ່າງກັນ; ບໍ່ຈຳເປັນຕ້ອງຢູ່ຕິດກັນ.
LOOKUP(Lookup; SearchVector [; ResultVector])
Lookup ແມ່ນຄ່າຂອງປະເພດຂໍ້ມູນໃດໆ ທີ່ຕ້ອງການຄົ້ນຫາ; ສາມາດປ້ອນໂດຍກົງ ຫຼື ເປັນການອ້າງອີງເຊວ.
SearchVector ແມ່ນອາເຣຂອງຂໍ້ມູນ. ການຄົ້ນຫາຈະຖືກປະຕິບັດໃນແຖວທຳອິດ ຫຼື ຄໍລຳທຳອິດຂອງອາເຣ.
ຊ່ວງຂໍ້ມູນຄົ້ນຫາ (Search vector) ສຳລັບ LOOKUP ຕ້ອງຖືກຈັດລຽງລຳດັບຈາກນ້ອຍຫາໃຫຍ່, ຖ້າບໍ່ດັ່ງນັ້ນການຄົ້ນຫາຈະບໍ່ສົ່ງຄືນຜົນລັດທີ່ຖືກຕ້ອງ. ຄ່າຕົວເລກຈະມາກ່ອນຄ່າປະເພດຂໍ້ຄວາມ ຖ້າມີທັງສອງປະເພດຢູ່ຮ່ວມກັນ (ຕົວຢ່າງ: -2, 0, 2, “A”, “B”).
ຖ້າ SearchVector ມີຈຳນວນຄໍລຳ ແລະ ແຖວເທົ່າກັນ ຫຼື ມີຈຳນວນແຖວຫຼາຍກວ່າຄໍລຳ, LOOKUP ຈະຄົ້ນຫາໃນຄໍລຳທຳອິດ (ຄືກັບ VLOOKUP), ແລະ ສົ່ງຄືນຄ່າທີ່ກົງກັນໃນຄໍລຳສຸດທ້າຍ.
ຖ້າ SearchVector ມີຈຳນວນຄໍລຳຫຼາຍກວ່າແຖວ, LOOKUP ຈະຄົ້ນຫາໃນແຖວທຳອິດ (ຄືກັບ HLOOKUP), ແລະ ສົ່ງຄືນຄ່າທີ່ກົງກັນໃນແຖວສຸດທ້າຍ.
ResultVector ແມ່ນອີກຊ່ວງຂໍ້ມູນໜຶ່ງທີ່ມີແຖວດຽວ ຫຼື ຄໍລຳດຽວ ເຊິ່ງຈະເປັນບ່ອນດຶງເອົາຜົນລັດຂອງຟັງຊັນ. ຜົນລັດທີ່ໄດ້ແມ່ນຄ່າໃນເຊວຂອງຊ່ວງຜົນລັດທີ່ມີດັດຊະນີດຽວກັນກັບຕຳແໜ່ງທີ່ພົບໃນຊ່ວງຂໍ້ມູນຄົ້ນຫາ.
ຖ້າບໍ່ມີການລະບຸ ResultVector, ຟັງຊັນຈະສົ່ງຄືນຄ່າທີ່ພົບໃນແຖວສຸດທ້າຍ ຫຼື ຄໍລຳສຸດທ້າຍຂອງອາເຣ SearchVector.
ຖ້າ SearchVector ເປັນອາເຣມິຕິດຽວ ແລະ ບໍ່ໄດ້ລະບຸ ResultVector, ຟັງຊັນຈະສົ່ງຄືນຄ່າສຸດທ້າຍທີ່ພົບຂອງຄ່າທີ່ຄົ້ນຫາ ຖ້າມັນມີຢູ່ໃນ SearchVector.
ຕາຕະລາງລຸ່ມນີ້ສະແດງລະຫັດປະເທດຂອງບາງປະເທດ.
ແຫຼ່ງຂໍ້ມູນ: https://www.countrycode.org

=LOOKUP(46;A2:B34) ສົ່ງຄືນ "Sweden", ເຊິ່ງແມ່ນປະເທດທີ່ມີລະຫັດ 46. ເນື່ອງຈາກບໍ່ໄດ້ກຳນົດຊ່ວງຜົນລັດ, ຟັງຊັນຈຶ່ງສົ່ງຄືນຄ່າໃນຄໍລຳສຸດທ້າຍຂອງອາເຣຄົ້ນຫາ.
=LOOKUP(55;A2:A34,D2:D34) ສົ່ງຄືນ "BR/BRA", ເຊິ່ງແມ່ນລະຫັດ ISO ສຳລັບລະຫັດປະເທດ 55 (ບຣາຊິລ).
=LOOKUP(7;A2:B34) ສົ່ງຄືນ "Russia", ເຊິ່ງແມ່ນຄ່າສຸດທ້າຍທີ່ພົບຂອງລະຫັດປະເທດ 7 ໃນອາເຣຄົ້ນຫາ.