ການຊ່ວຍເຫຼືອ LibreOffice 26.2
ແປງຕົວເລກໃຫ້ເປັນຂໍ້ຄວາມທີ່ສະແງເຖິງຈຳນວນເງິນໃນຮູບແບບສະກຸນເງິນ, ປັດຕົວເລກຕາມຕຳແໜ່ງທົດສະນິຍົມທີ່ລະບຸ, ໂດຍໃຊ້ເຄື່ອງໝາຍຂັ້ນທົດສະນິຍົມທີ່ກົງກັບ ການຕັ້ງຄ່າທ້ອງຖິ່ນໃນປະຈຸບັນ. ໃນຟິວ ຄ່າ ໃຫ້ປ້ອນຕົວເລກທີ່ຈະແປງ. ທ່ານຍັງສາມາດປ້ອນຈຳນວນຕຳແໜ່ງທົດສະນິຍົມໃນຟິວ ທົດສະນິຍົມ ໄດ້. ຖ້າບໍ່ໄດ້ລະບຸຄ່າ, ຕົວເລກທັງໝົດໃນຮູບແບບສະກຸນເງິນຈະສະແດງດ້ວຍທົດສະນິຍົມສອງຕຳແໜ່ງ.
ທ່ານສາມາດຕັ້ງຮູບແບບສະກຸນເງິນໄດ້ໃນການຕັ້ງຄ່າລະບົບຂອງທ່ານ.
DOLLAR(ຄ່າ [; ທົດສະນິຍົມ])
ຄ່າ ແມ່ນຕົວເລກ, ການອ້າງອີງຫາຫ້ອງທີ່ມີຕົວເລກ ຫຼື ສູດທີ່ສົ່ງຄືນຄ່າເປັນຕົວເລກ.
ທົດສະນິຍົມ (ທາງເລືອກ) ແມ່ນຈຳນວນຕຳແໜ່ງທົດສະນິຍົມ.
=DOLLAR(255) ສົ່ງຄືນ $255.00 ສຳລັບທ້ອງຖິ່ນພາສາອັງກິດ (ສະຫະລັດ) ແລະ ສະກຸນເງິນ USD (ໂດລາ); ¥255.00 ສຳລັບທ້ອງຖິ່ນຍີ່ປຸ່ນ ແລະ ສະກຸນເງິນ JPY (ເຢັນ); ຫຼື 255,00 € ສຳລັບທ້ອງຖິ່ນເຢຍລະມັນ ແລະ ສະກຸນເງິນ EUR (ເອີໂຣ).
=DOLLAR(367.456;2) ສົ່ງຄືນ $367.46.