DECIMAL

ແປງຂໍ້ຄວາມທີ່ແທນຕົວເລກໃນ ລະບົບຕົວເລກ ດ້ວຍເລກຖານທີ່ກຳນົດ ໃຫ້ເປັນເລກຖ້ວນບວກ. ເລກຖານຕ້ອງຢູ່ໃນຊ່ວງ 2 ຫາ 36. ຈະບໍ່ສົນໃຈຍະຫວ່າງ ແລະ ແທັບ (tab). ຟິວ ຂໍ້ຄວາມ ຈະບໍ່ແຍກຕົວອັກສອນນ້ອຍ-ໃຫຍ່.

ຖ້າເລກຖານແມ່ນ 16, ຕົວອັກສອນນຳໜ້າ x ຫຼື X ຫຼື 0x ຫຼື 0X, ແລະ ຕົວອັກສອນຕໍ່ທ້າຍ h ຫຼື H ຈະບໍ່ຖືກນັບ. ຖ້າເລກຖານແມ່ນ 2, ຕົວອັກສອນ b ຫຼື B ຕໍ່ທ້າຍກໍຈະບໍ່ຖືກນັບເຊັ່ນກັນ. ຕົວອັກສອນອື່ນໆທີ່ບໍ່ໄດ້ຢູ່ໃນລະບົບຕົວເລກນັ້ນຈະເຮັດໃຫ້ເກີດຂໍ້ຜິດພາດ.

ໄວຍາກອນ

DECIMAL("ຂໍ້ຄວາມ"; ເລກຖານ)

ຂໍ້ຄວາມ ແມ່ນຂໍ້ຄວາມທີ່ຈະແປງ.

ເລກຖານ ລະບຸຖານຂອງລະບົບຕົວເລກ. ມັນສາມາດເປັນເລກຖ້ວນບວກໃດໆກໍໄດ້ລະຫວ່າງ 2 ຫາ 36.

ຕົວຢ່າງ

=DECIMAL("17";10) ສົ່ງຄືນ 17.

=DECIMAL("FACE";16) ສົ່ງຄືນ 64206.

=DECIMAL("0101";2) ສົ່ງຄືນ 5.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!