ການຊ່ວຍເຫຼືອ LibreOffice 26.2
ສົ່ງຄືນຄ່າຕົວເລກວັນທີພາຍໃນສຳລັບຂໍ້ຄວາມໃນເຄື່ອງໝາຍຄຳເວົ້າ.
ຕົວເລກວັນທີພາຍໃນຈະຖືກສົ່ງຄືນເປັນຕົວເລກ. ຕົວເລກນີ້ຖືກກຳນົດໂດຍລະບົບວັນທີທີ່ LibreOffice ໃຊ້ໃນການຄິດໄລ່ວັນທີ.
ຖ້າຂໍ້ຄວາມມີຄ່າເວລາລວມຢູ່ນຳ, DATEVALUE ຈະສົ່ງຄືນພຽງແຕ່ພາກສ່ວນເລກຖ້ວນຂອງການແປງເທົ່ານັ້ນ.
DATEVALUE("ຂໍ້ຄວາມ")
ຂໍ້ຄວາມ ແມ່ນຮູບແບບວັນທີທີ່ຖືກຕ້ອງ ແລະ ຕ້ອງປ້ອນເຂົ້າດ້ວຍເຄື່ອງໝາຍຄຳເວົ້າ.
=DATEVALUE("1954-07-20") ໄດ້ຜົນຄື 19925.