ຕົວດຳເນີນການໃນ LibreOffice Calc

ທ່ານສາມາດໃຊ້ຕົວດຳເນີນການຕໍ່ໄປນີ້ໃນ LibreOffice Calc:

ຕົວດຳເນີນການເລກຄະນິດ

ຕົວດຳເນີນການເຫຼົ່ານີ້ສົ່ງຄືນຜົນລັດເປັນຕົວເລກ.

ຕົວດຳເນີນການ

ຊື່

ຕົວຢ່າງ

+

ການບວກ

1+1

-

ການລົບ

2-1

-

ການເຮັດໃຫ້ເປັນຄ່າລົບ

-5

*

ການຄູນ

2*2

/

ການຫານ

9/3

%

ເປີເຊັນ

15%

^

ການຍົກກຳລັງ

3^2


ໄອຄອນ ບັນທຶກ

ຄຳນຳໜ້າ "-" (ການເຮັດໃຫ້ເປັນຄ່າລົບ) ມີລຳດັບຄວາມສຳຄັນສູງກວ່າ "^" (ການຍົກກຳລັງ). ຕົວຢ່າງ -3^2 ເທົ່າກັບ 9, ເຊິ່ງແມ່ນກຳລັງສອງຂອງຕົວເລກຄ່າລົບ.


ໄອຄອນ ຄຳເຕືອນ

B^X ອາດຈະ ຫຼື ອາດຈະບໍ່ລາຍງານຂໍ້ຜິດພາດ #NUM! ເມື່ອ B ເປັນຄ່າລົບ ແລະ X ບໍ່ແມ່ນຈຳນວນຖ້ວນ. ນິພົດ =B^X ຈະຖືກຄິດໄລ່ໃນຮູບແບບດຽວກັນກັບ =POWER(B;X).


ຕົວດຳເນີນການປຽບທຽບ

ຕົວດຳເນີນການເຫຼົ່ານີ້ຈະສົ່ງຄືນຄ່າເປັນ ຈິງ (true) ຫຼື ເທັດ (false).

ຕົວດຳເນີນການ

ຊື່

ຕົວຢ່າງ

=

ເທົ່າກັບ

A1=B1

>

ໃຫຍ່ກວ່າ

A1>B1

<

ນ້ອຍກວ່າ

A1<B1

>=

ໃຫຍ່ກວ່າ ຫຼື ເທົ່າກັບ

A1>=B1

<=

ນ້ອຍກວ່າ ຫຼື ເທົ່າກັບ

A1<=B1

<>

ບໍ່ເທົ່າກັບ

A1<>B1


ຕົວດຳເນີນການຂໍ້ຄວາມ

ຕົວດຳເນີນການທີ່ລວມຂໍ້ຄວາມທີ່ແຍກກັນໃຫ້ເປັນຂໍ້ຄວາມດຽວ.

ຕົວດຳເນີນການ

ຊື່

ຕົວຢ່າງ

&

ການເຊື່ອມຂໍ້ຄວາມ

"Sun" & "day" ແມ່ນ "Sunday"


ຕົວດຳເນີນການອ້າງອີງ

ຕົວດຳເນີນການເຫຼົ່ານີ້ຈະສົ່ງຄືນຊ່ວງຂອງຫ້ອງຂໍ້ມູນເປັນສູນ, ໜຶ່ງ ຫຼື ຫຼາຍຫ້ອງ.

ຊ່ວງ (Range) ມີລຳດັບຄວາມສຳຄັນສູງສຸດ, ຖັດມາແມ່ນສ່ວນຕັດ (intersection), ແລະ ສຸດທ້າຍແມ່ນສ່ວນຮ່ວມ (union).

ຕົວດຳເນີນການ

ຊື່

ຕົວຢ່າງ

:

ຊ່ວງ

A1:C108, A:D ຫຼື 3:13

!

ສ່ວນຕັດ

SUM(A1:B6!B5:C12)

ຄຳນວນຜົນບວກຂອງທຸກຫ້ອງໃນສ່ວນຕັດ; ໃນຕົວຢ່າງນີ້, ຜົນໄດ້ຮັບແມ່ນຜົນບວກຂອງຫ້ອງ B5 ແລະ B6.

~

ການຕໍ່ກັນ ຫຼື ການລວມກຸ່ມ

ຮັບເອົາສອງການອ້າງອີງ ແລະ ສົ່ງຄືນລາຍການອ້າງອີງ, ເຊິ່ງເປັນການຕໍ່ການອ້າງອີງເບື້ອງຊ້າຍຕາມດ້ວຍການອ້າງອີງເບື້ອງຂວາ. ລາຍການທີ່ຊ້ຳກັນຈະຖືກອ້າງອີງສອງເທື່ອ.

=COUNT(A1:B2~B2:C3) ນັບຄ່າຂອງ A1:B2 ແລະ B2:C3. ສັງເກດວ່າຫ້ອງ B2 ຈະຖືກນັບສອງເທື່ອ.

=INDEX(A1:B2~C1:D2;2;1;2) ເລືອກຫ້ອງ C2, ນັ້ນຄື, ຫ້ອງທຳອິດຂອງແຖວທີສອງ, ຖັນທຳອິດ, ຂອງຊ່ວງທີສອງ (C1:D2) ໃນລາຍການຊ່ວງ.


ໄອຄອນ ບັນທຶກ

ບໍ່ອະນຸຍາດໃຫ້ໃຊ້ລາຍການອ້າງອີງພາຍໃນນິພົດອາເຣ.


ລຳດັບຄວາມສຳຄັນຂອງຕົວດຳເນີນການ

ການຈັດກຸ່ມ ແລະ ລຳດັບຄວາມສຳຄັນຂອງຕົວດຳເນີນການ, ຈາກລຳດັບສູງສຸດຫາຕ່ຳສຸດ.

ການຈັດກຸ່ມ

ຕົວດຳເນີນການ

ຄຳອະທິບາຍ

ຊ້າຍ

:

ຊ່ວງ.

ຊ້າຍ

!

ສ່ວນຕັດການອ້າງອີງ (A1:C4!B1:B5 ແມ່ນ B1:B4).

ຊ້າຍ

~

ການລວມການອ້າງອີງ.

ຂວາ

+,-

ຕົວດຳເນີນການຢູນາຣີແບບຕື່ມໜ້າ. ຕົວຢ່າງ, -5 ຫຼື -A1. ສັງເກດວ່າພວກມັນມີລຳດັບຄວາມສຳຄັນທີ່ຕ່າງຈາກການບວກ ແລະ ການລົບ.

ຊ້າຍ

%

ຕົວດຳເນີນການຢູນາຣີແບບຕໍ່ທ້າຍ % (ຫານໃຫ້ 100). ສັງເກດວ່າອັນນີ້ໃຊ້ໄດ້ກັບນິພົດ, ຕົວຢ່າງ, B1%.

ຊ້າຍ

^

ເລກກຳລັງ (2^3 ແມ່ນ 8).

ຊ້າຍ

*,/

ຄູນ, ຫານ.

ຊ້າຍ

+,-

ການດຳເນີນການແບບບິນາຣີ ບວກ, ລົບ. ສັງເກດວ່າການບວກ ແລະ ລົບແບບຢູນາຣີ (ຕື່ມໜ້າ) ມີລຳດັບຄວາມສຳຄັນທີ່ຕ່າງກັນ.

ຊ້າຍ

&

ການດຳເນີນການແບບບິນາຣີສຳລັບການຕໍ່ຂໍ້ຄວາມ. ສັງເກດວ່າ "&" ຈະຕ້ອງໃສ່ເຄື່ອງໝາຍກຳກັບເມື່ອລວມຢູ່ໃນເອກະສານ XML.

ຊ້າຍ

=, <>, <, <=,
>, >=

ຕົວດຳເນີນການປຽບທຽບ ເທົ່າກັບ, ບໍ່ເທົ່າກັບ, ໜ້ອຍກວ່າ, ໜ້ອຍກວ່າ ຫຼື ເທົ່າກັບ, ຫຼາຍກວ່າ, ຫຼາຍກວ່າ ຫຼື ເທົ່າກັບ.


ໄອຄອນ ບັນທຶກ

ເຄື່ອງໝາຍຕື່ມໜ້າ "-" ມີລຳດັບຄວາມສຳຄັນສູງກວ່າ "^", "^" ແມ່ນການຈັດກຸ່ມຈາກຊ້າຍ, ແລະ ສ່ວນຕັດການອ້າງອີງມີລຳດັບຄວາມສຳຄັນສູງກວ່າການລວມການອ້າງອີງ.


ໄອຄອນ ບັນທຶກ

ເຄື່ອງໝາຍຕື່ມໜ້າ "+" ແລະ "-" ຖືກກຳນົດໃຫ້ເປັນການຈັດກຸ່ມຈາກຂວາ. ແນວໃດກໍຕາມ, ສັງເກດວ່າແອັບພລິເຄຊັນທົ່ວໄປທີ່ນຳໃຊ້ຕົວດຳເນີນການຕາມຂໍ້ກຳນົດນີ້ ອາດຈະນຳໃຊ້ພວກມັນເປັນການຈັດກຸ່ມຈາກຊ້າຍ ເພາະຜົນການຄຳນວນຈະຄືກັນ.


ໄອຄອນ ບັນທຶກ

ລຳດັບຄວາມສຳຄັນສາມາດປ່ຽນແປງໄດ້ໂດຍການໃຊ້ວົງເລັບ, ເຊັ່ນ "=2+3*4" ຈະໄດ້ 14 ແຕ່ "=(2+3)*4" ຈະໄດ້ 20.


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!