ຟັງຊັນ GetSystemTicks

ສົ່ງຄືນຈຳນວນ system ticks ທີ່ສະໜອງໃຫ້ໂດຍລະບົບປະຕິບັດການ. ທ່ານສາມາດໃຊ້ຟັງຊັນນີ້ເພື່ອເພີ່ມປະສິດທິພາບຂອງບາງຂະບວນການ.

ໄວຍາກອນ:


GetSystemTicks()

ຄ່າສົ່ງຄືນ:

Long

ລະຫັດຂໍ້ຜິດພາດ:

5 ການເອີ້ນໃຊ້ໂປຣຊີເຈີບໍ່ຖືກຕ້ອງ

ຕົວຢ່າງ:


Sub ExampleWait
Dim lTick As Long
    lTick = GetSystemTicks()
    Wait 2000
    lTick = (GetSystemTicks() - lTick)
    MsgBox "" & lTick & " Ticks" ,0,"ການຢຸດຊົ່ວຄາວໃຊ້ເວລາ"
End Sub
ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!