ຟັງຊັນ InStr

ສົ່ງຄືນຕຳແໜ່ງຂອງຂໍ້ຄວາມພາຍໃນຂໍ້ຄວາມອື່ນ.

ຟັງຊັນ Instr ສົ່ງຄືນຕຳແໜ່ງທີ່ພົບຂໍ້ຄວາມທີ່ກົງກັນ. ຖ້າບໍ່ພົບຂໍ້ຄວາມ, ຟັງຊັນຈະສົ່ງຄືນ 0.

ໄວຍາກອນ:


InStr ([ເລີ່ມ ເປັນ Long,] ຂໍ້ຄວາມ1 ເປັນ String, ຂໍ້ຄວາມ2 ເປັນ String[, ປຽບທຽບ ເປັນ Integer]) ເປັນ Integer

ປະເພດຄ່າທີ່ສົ່ງກັບ:

Integer

ພາຣາມິເຕີ:

ເລີ່ມ: ນິພົດຕົວເລກທີ່ລະບຸຕຳແໜ່ງໃນຂໍ້ຄວາມທີ່ການຄົ້ນຫາຂໍ້ຄວາມຍ່ອຍເລີ່ມຕົ້ນ. ຖ້າທ່ານລະເວັ້ນພາລາມິເຕີນີ້, ການຄົ້ນຫາຈະເລີ່ມຢູ່ຕົວອັກສອນທຳອິດຂອງຂໍ້ຄວາມ. ຄ່າຕໍ່າສຸດທີ່ອະນຸຍາດແມ່ນ 1. ຄ່າສູງສຸດແມ່ນ 2,147,483,648.

ຂໍ້ຄວາມ1: ນິພົດຂໍ້ຄວາມທີ່ກຳລັງຖືກຄົ້ນຫາ.

ຂໍ້ຄວາມ2: ນິພົດຂໍ້ຄວາມທີ່ທ່ານຕ້ອງການຄົ້ນຫາ.

ປຽບທຽບ: ຮູບແບບການປຽບທຽບທາງເລືອກ. ຄ່າສາມາດເປັນ 0 ຫຼື 1. ຄ່າເລີ່ມຕົ້ນແມ່ນ 1 ເຊິ່ງໝາຍເຖິງບໍ່ຈຳແນກຕົວພິມໃຫຍ່-ນ້ອຍ. ຄ່າ 0 ໝາຍເຖິງຈຳແນກຕົວພິມໃຫຍ່-ນ້ອຍ.

ໄອຄອນ ບັນທຶກ

Case-insensitive comparison may use locale specifics, for example, "s" may match "β".


ເພື່ອຫຼີກເວັ້ນຂໍ້ຜິດພາດໃນເວລາດຳເນີນການ (run-time error), ຫ້າມຕັ້ງພາລາມິເຕີ ປຽບທຽບ ຖ້າພາລາມິເຕີ ເລີ່ມ ຖືກລະເວັ້ນ.

ລະຫັດຂໍ້ຜິດພາດ:

5 ການເອີ້ນໃຊ້ໂປຣຊີເຈີບໍ່ຖືກຕ້ອງ

ຕົວຢ່າງ:


Sub ExamplePosition
  Const sCalc = "LibreOffice Calc"

  Instr(sCalc, "calc")     ' ສົ່ງຄືນ 13
  Instr(String1:=sCalc, String2:="calc", Start:=1)  ' ສົ່ງຄືນ 13
  Instr(11, sCalc, "c")     ' ສົ່ງຄືນ 13
  Instr(11, sCalc, "c",  1) ' ສົ່ງຄືນ 13
  Instr(11, sCalc, "c",  0) ' ສົ່ງຄືນ 16
End Sub
ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!