ຟັງຊັນ Right

ສົ່ງຄືນຕົວອັກສອນ "n" ຕົວ ທາງດ້ານຂວາສຸດຂອງນິພົດສະຕຣິງ.

ເບິ່ງຕື່ມ: ຟັງຊັນ Left.

ໄວຍາກອນ:


Right (string As String, length As Long)

ປະເພດຄ່າທີ່ສົ່ງກັບ:

String

ພາຣາມິເຕີ:

string: ນິພົດສະຕຣິງໃດໆ ທີ່ທ່ານຕ້ອງການດຶງຕົວອັກສອນທາງຂວາສຸດອອກມາ.

length: ນິພົດຕົວເລກທີ່ກຳນົດຈຳນວນຕົວອັກສອນທີ່ທ່ານຕ້ອງການສົ່ງຄືນ. ຖ້າ length = 0, ຈະສົ່ງຄືນສະຕຣິງທີ່ມີຄວາມຍາວເປັນສູນ. ຄ່າສູງສຸດທີ່ອະນຸຍາດແມ່ນ 2,147,483,648.

ຕົວຢ່າງຕໍ່ໄປນີ້ແປງວັນທີໃນຮູບແບບ YYYY-MM-DD ໃຫ້ເປັນຮູບແບບວັນທີຂອງສະຫະລັດ (MM/DD/YYYY).

ລະຫັດຂໍ້ຜິດພາດ:

5 ການເອີ້ນໃຊ້ໂປຣຊີເຈີບໍ່ຖືກຕ້ອງ

ຕົວຢ່າງ:


Sub ExampleUSDate
Dim sInput As String
Dim sUS_date As String
    sInput = InputBox("ກະລຸນາປ້ອນວັນທີໃນຮູບແບບສາກົນ 'YYYY-MM-DD'")
    sUS_date = Mid(sInput, 6, 2)
    sUS_date = sUS_date & "/"
    sUS_date = sUS_date & Right(sInput, 2)
    sUS_date = sUS_date & "/"
    sUS_date = sUS_date & Left(sInput, 4)
    MsgBox sUS_date
End Sub
ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!