ຕົວດຳເນີນການ AND

ຮວມສອງສຳນວນເຂົ້າກັນທາງຕັກກະສາດ.

ໄວຍາກອນ:


ຜົນໄດ້ຮັບ = ສຳນວນ1 And ສຳນວນ2

ພາຣາມີເຕີ:

ຜົນໄດ້ຮັບ: ຕົວປ່ຽນຕົວເລກໃດໜຶ່ງທີ່ບັນທຶກຜົນຂອງການຮວມກັນ.

ສຳນວນ1, ສຳນວນ2: ສຳນວນໃດໜຶ່ງທີ່ທ່ານຕ້ອງການຮວມເຂົ້າກັນ.

ສຳນວນ Boolean ທີ່ຮວມດ້ວຍ AND ຈະສົ່ງຄືນຄ່າ True ກໍຕໍ່ເມື່ອທັງສອງສຳນວນມີຄ່າເປັນ True ເທົ່ານັ້ນ:

True AND True ຈະສົ່ງຄືນ True; ສຳລັບການຮວມກັນແບບອື່ນໆ ຜົນໄດ້ຮັບຈະເປັນ False.

ຕົວດຳເນີນການ AND ຍັງເຮັດການປຽບທຽບແບບບິດ (bitwise) ຂອງບິດທີ່ຢູ່ໃນຕຳແໜ່ງດຽວກັນໃນສອງສຳນວນຕົວເລກ.

ຕົວຢ່າງ:


Sub ExampleAnd
Dim A As Variant, B As Variant, C As Variant, D As Variant
Dim vVarOut As Variant
    A = 10: B = 8: C = 6: D = Null
    vVarOut = A > B And B > C ' ສົ່ງຄືນ -1
    vVarOut = B > A And B > C ' ສົ່ງຄືນ 0
    vVarOut = A > B And B > D ' ສົ່ງຄືນ 0
    vVarOut = (B > D And B > A) ' ສົ່ງຄືນ 0
    vVarOut = B And A ' ສົ່ງຄືນ 8 ຍ້ອນການຮວມກັນແບບບິດ (bitwise And) ຂອງທັງສອງອາກິວເມັນ
End Sub
ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!