ຄຳສັ່ງ Kill

ລຶບໄຟລ໌ອອກຈາກດິສກ໌.

ໄວຍາກອນ:


Kill File As String

ພາຣາມິເຕີ:

ໄຟລ໌: ນິພົດສະຕຣິງໃດໜຶ່ງທີ່ມີການລະບຸໄຟລ໌ທີ່ຊັດເຈນ. ທ່ານຍັງສາມາດໃຊ້ ຮູບແບບ URL ໄດ້.

ລະຫັດຂໍ້ຜິດພາດ:

5 ການເອີ້ນໃຊ້ໂປຣຊີເຈີບໍ່ຖືກຕ້ອງ

76 ບໍ່ພົບເສັ້ນທາງ (Path)

ຕົວຢ່າງ:


Sub ExampleKill
    Kill "C:\Users\ThisUser\datafile.dat" ' ໄຟລ໌ຕ້ອງຖືກສ້າງຂຶ້ນກ່ອນລ່ວງໜ້າ
End Sub
ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!