ການຈັດລະບຽບໄລບຣາຣີ ແລະ ໂມດູນ

ຄອນເທນເນີໄລບຣາຣີ Basic

ໄລບຣາຣີ LibreOffice Basic ສາມາດຖືກເກັບໄວ້ໃນ 3 ຄອນເທນເນີທີ່ແຕກຕ່າງກັນ:

ເພື່ອເຂົ້າເຖິງມາໂຄຣທີ່ເກັບໄວ້ໃນໄລບຣາຣີຂອງ ມາໂຄຣຂອງແອັບພລິເຄຊັນ ຫຼື ມາໂຄຣຂອງຂ້ອຍ ຈາກຄອນເທນເນີອື່ນ, ລວມທັງຄອນເທນເນີເອກະສານ, ໃຫ້ໃຊ້ GlobalScope specifier.

ການຈັດລະບຽບໄລບຣາຣີ

ການສ້າງໄລບຣາຣີໃໝ່

  1. ເລືອກ ເຄື່ອງມື - ມາໂຄຣ - ຈັດລະບຽບມາໂຄຣ - Basic ແລະ ຄລິກ ຕົວຈັດລະບຽບ ຫຼື ຄລິກໄອຄອນ ເລືອກໂມດູນ ໃນ Basic IDE ເພື່ອເປີດໄດອາລັອກ ຕົວຈັດລະບຽບມາໂຄຣ.

  2. ຄລິກແຖບ ໄລບຣາຣີ.

  3. ເລືອກບ່ອນທີ່ທ່ານຕ້ອງການຄັດຕິດໄລບຣາຣີໃນລາຍການ ສະຖານທີ່. ຖ້າທ່ານເລືອກ ມາໂຄຣ ແລະ ໄດອາລັອກຂອງແອັບພລິເຄຊັນ, ໄລບຣາຣີຈະເປັນຂອງແອັບພລິເຄຊັນ LibreOffice ແລະ ຈະນຳໃຊ້ໄດ້ກັບທຸກເອກະສານ. ຖ້າທ່ານເລືອກເອກະສານ ໄລບຣາຣີຈະຖືກຄັດຕິດໃສ່ກັບເອກະສານນັ້ນ ແລະ ນຳໃຊ້ໄດ້ຈາກບ່ອນນັ້ນເທົ່ານັ້ນ.

  4. ຄລິກ ໃໝ່ ແລະ ໃສ່ຊື່ເພື່ອສ້າງໄລບຣາຣີໃໝ່.

ນຳເຂົ້າໄລບຣາຣີ

  1. ເລືອກ ເຄື່ອງມື - ມາໂຄຣ - ຈັດລະບຽບມາໂຄຣ - Basic ແລະ ຄລິກ ຕົວຈັດລະບຽບ ຫຼື ຄລິກໄອຄອນ ເລືອກໂມດູນ ໃນ Basic IDE ເພື່ອເປີດໄດອາລັອກ ຕົວຈັດລະບຽບມາໂຄຣ.

  2. ຄລິກແຖບ ໄລບຣາຣີ.

  3. ເລືອກບ່ອນທີ່ທ່ານຕ້ອງການນຳເຂົ້າໄລບຣາຣີໃນລາຍການ ສະຖານທີ່. ຖ້າທ່ານເລືອກ ມາໂຄຣ ແລະ ໄດອາລັອກຂອງແອັບພລິເຄຊັນ, ໄລບຣາຣີຈະເປັນຂອງແອັບພລິເຄຊັນ LibreOffice ແລະ ຈະນຳໃຊ້ໄດ້ກັບທຸກເອກະສານ. ຖ້າທ່ານເລືອກເອກະສານ ໄລບຣາຣີຈະຖືກນຳເຂົ້າໃສ່ເອກະສານນັ້ນ ແລະ ນຳໃຊ້ໄດ້ຈາກບ່ອນນັ້ນເທົ່ານັ້ນ.

  4. ຄລິກ ນຳເຂົ້າ... ແລະ ເລືອກໄລບຣາຣີພາຍນອກທີ່ຈະນຳເຂົ້າ.

  5. ເລືອກທຸກໄລບຣາຣີທີ່ຈະນຳເຂົ້າໃນໄດອາລັອກ ນຳເຂົ້າໄລບຣາຣີ. ໄດອາລັອກຈະສະແດງທຸກໄລບຣາຣີທີ່ມີຢູ່ໃນໄຟລ໌ທີ່ເລືອກ.

  6. ຖ້າທ່ານຕ້ອງການແຊກໄລບຣາຣີເປັນການອ້າງອີງເທົ່ານັ້ນ ໃຫ້ໝາຍຕິກໃສ່ຫ້ອງ ແຊກເປັນການອ້າງອີງ (ອ່ານຢ່າງດຽວ). ໄລບຣາຣີແບບອ່ານຢ່າງດຽວສາມາດເຮັດວຽກໄດ້ຢ່າງເຕັມທີ່ ແຕ່ບໍ່ສາມາດແກ້ໄຂໄດ້ໃນ Basic IDE.

  7. ໝາຍຕິກໃສ່ຫ້ອງ ແທນທີ່ໄລບຣາຣີທີ່ມີຢູ່ ຖ້າທ່ານຕ້ອງການໃຫ້ໄລບຣາຣີທີ່ມີຊື່ຄືກັນຖືກຂຽນທັບ.

  8. ຄລິກ ຕົກລົງ ເພື່ອນຳເຂົ້າໄລບຣາຣີ.

ສົ່ງອອກໄລບຣາຣີ

  1. ເລືອກ ເຄື່ອງມື - ມາໂຄຣ - ຈັດລະບຽບມາໂຄຣ - Basic ແລະ ຄລິກ ຕົວຈັດລະບຽບ ຫຼື ຄລິກໄອຄອນ ເລືອກໂມດູນ ໃນ Basic IDE ເພື່ອເປີດໄດອາລັອກ ຕົວຈັດລະບຽບມາໂຄຣ.

  2. ຄລິກແຖບ ໄລບຣາຣີ.

  3. ໃນລາຍການ ສະຖານທີ່ ທ່ານສາມາດກຳນົດບ່ອນທີ່ໄລບຣາຣີຂອງທ່ານຖືກເກັບໄວ້. ເລືອກໄລບຣາຣີທີ່ທ່ານຕ້ອງການສົ່ງອອກ. ໝາຍເຫດວ່າທ່ານບໍ່ສາມາດສົ່ງອອກໄລບຣາຣີ ມາດຕະຖານ (Standard) ໄດ້.

  4. ຄລິກ ສົ່ງອອກ...

  5. ເລືອກວ່າທ່ານຕ້ອງການສົ່ງອອກໄລບຣາຣີເປັນສ່ວນຂະຫຍາຍ ຫຼື ເປັນໄລບຣາຣີ BASIC.

  6. ຄລິກ ຕົກລົງ.

  7. ເລືອກບ່ອນທີ່ທ່ານຕ້ອງການສົ່ງອອກໄລບຣາຣີ.

  8. ຄລິກ ບັນທຶກ ເພື່ອສົ່ງອອກໄລບຣາຣີ.

ການລຶບໄລບຣາຣີ

  1. ເລືອກ ເຄື່ອງມື - ມາໂຄຣ - ຈັດລະບຽບມາໂຄຣ - Basic ແລະ ຄລິກ ຕົວຈັດລະບຽບ ຫຼື ຄລິກໄອຄອນ ເລືອກໂມດູນ ໃນ Basic IDE ເພື່ອເປີດໄດອາລັອກ ຕົວຈັດລະບຽບມາໂຄຣ.

  2. ຄລິກແຖບ ໄລບຣາຣີ.

  3. ເລືອກໄລບຣາຣີທີ່ຈະລຶບຈາກລາຍການ.

  4. ຄລິກ ລຶບ.

ການຈັດລະບຽບໂມດູນ ແລະ ໄດອາລັອກ

ການສ້າງໂມດູນ ຫຼື ໄດອາລັອກໃໝ່

  1. ເລືອກ ເຄື່ອງມື - ມາໂຄຣ - ຈັດລະບຽບມາໂຄຣ - Basic ແລະ ຄລິກ ຕົວຈັດລະບຽບ ຫຼື ຄລິກໄອຄອນ ເລືອກໂມດູນ ໃນ Basic IDE ເພື່ອເປີດໄດອາລັອກ ຕົວຈັດລະບຽບມາໂຄຣ.

  2. ຄລິກແຖບ ໂມດູນ ຫຼື ແຖບ ໄດອາລັອກ.

  3. ເລືອກໄລບຣາຣີທີ່ຈະແຊກໂມດູນໃສ່ ແລະ ຄລິກ ໃໝ່.

  4. ປ້ອນຊື່ສຳລັບໂມດູນ ຫຼື ໄດອາລັອກ ແລະ ຄລິກ ຕົກລົງ.

ການປ່ຽນຊື່ໂມດູນ ຫຼື ໄດອາລັອກ

  1. ເລືອກ ເຄື່ອງມື - ມາໂຄຣ - ຈັດລະບຽບມາໂຄຣ - Basic ແລະ ຄລິກ ຕົວຈັດລະບຽບ ຫຼື ຄລິກໄອຄອນ ເລືອກໂມດູນ ໃນ Basic IDE ເພື່ອເປີດໄດອາລັອກ ຕົວຈັດລະບຽບມາໂຄຣ.

  2. ຄລິກສອງຄັ້ງໃສ່ໂມດູນທີ່ຈະປ່ຽນຊື່ (ໂດຍເວັ້ນໄລຍະຫ່າງລະຫວ່າງການຄລິກ). ປ້ອນຊື່ໃໝ່ລົງໄປ.

    ໃນ Basic IDE, ຄລິກຂວາໃສ່ຊື່ຂອງໂມດູນ ຫຼື ໄດອາລັອກໃນແຖບດ້ານລຸ່ມຂອງໜ້າຈໍ, ເເລືອກ ປ່ຽນຊື່ ແລະ ພິມຊື່ໃໝ່ລົງໄປ.

  3. ກົດ Enter ເພື່ອຢືນຢັນການປ່ຽນແປງຂອງທ່ານ.

ການລຶບໂມດູນ ຫຼື ໄດອາລັອກ

  1. ເລືອກ ເຄື່ອງມື - ມາໂຄຣ - ຈັດລະບຽບມາໂຄຣ - Basic ແລະ ຄລິກ ຕົວຈັດລະບຽບ ຫຼື ຄລິກໄອຄອນ ເລືອກໂມດູນ ໃນ Basic IDE ເພື່ອເປີດໄດອາລັອກ ຕົວຈັດລະບຽບມາໂຄຣ.

  2. ຄລິກແຖບ ໂມດູນ ຫຼື ແຖບ ໄດອາລັອກ.

  3. ເລືອກໂມດູນ ຫຼື ໄດອາລັອກທີ່ຈະລຶບຈາກລາຍການ. ດັບເບິນຄລິກທີ່ລາຍການເພື່ອເບິ່ງລາຍການຍ່ອຍ ຖ້າຈຳເປັນ.

  4. ຄລິກ ລຶບ.

ໄອຄອນ ຄຳເຕືອນ

ການລຶບໂມດູນຈະລຶບທຸກໂປຣຊີເຢີ ແລະ ຟັງຊັນທີ່ມີຢູ່ໃນໂມດູນນັ້ນຢ່າງຖາວອນ.


ການຈັດລະບຽບໂປຣເຈັກລະຫວ່າງເອກະສານ ຫຼື ເທັມເພລດ

ການຍ້າຍ ຫຼື ຄັດລອກໂມດູນລະຫວ່າງເອກະສານ, ເທັມເພລດ ແລະ ແອັບພລິເຄຊັນ.

  1. ເປີດທຸກເອກະສານ ຫຼື ເທັມເພລດທີ່ທ່ານຕ້ອງການຍ້າຍ ຫຼື ຄັດລອກໂມດູນ ຫຼື ໄດອາລັອກ.

  2. ເລືອກ ເຄື່ອງມື - ມາໂຄຣ - ຈັດລະບຽບມາໂຄຣ - Basic ແລະ ຄລິກ ຕົວຈັດລະບຽບ ຫຼື ຄລິກໄອຄອນ ເລືອກໂມດູນ ໃນ Basic IDE ເພື່ອເປີດໄດອາລັອກ ຕົວຈັດລະບຽບມາໂຄຣ.

  3. ເພື່ອຍ້າຍໂມດູນ ຫຼື ໄດອາລັອກໄປຍັງເອກະສານອື່ນ, ໃຫ້ຄລິກໃສ່ວັດຖຸທີ່ກ່ຽວຂ້ອງໃນລາຍການ ແລະ ລາກມັນໄປຍັງຕຳແໜ່ງທີ່ຕ້ອງການ. ເສັ້ນແນວນອນຈະບອກເຖິງຕຳແໜ່ງເປົ້າໝາຍຂອງວັດຖຸປັດຈຸບັນໃນຂະນະທີ່ລາກ. ກົດປຸ່ມ ຄ້າງໄວ້ໃນຂະນະທີ່ລາກ ເພື່ອຄັດລອກວັດຖຸແທນການຍ້າຍ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!