ແຖບວັດຖຸຂໍ້ຄວາມ

ປະກອບມີຄຳສັ່ງການຈັດຮູບແບບສຳລັບຂໍ້ຄວາມທີ່ຢູ່ໃນວັດຖຸການແຕ້ມ. ແຖບ ວັດຖຸຂໍ້ຄວາມ ຈະປະກົດຂຶ້ນເມື່ອທ່ານດັບເບິນຄລິກໃສ່ພາຍໃນວັດຖຸການແຕ້ມ.

ຊື່ຟອນ

ຊ່ວຍໃຫ້ທ່ານສາມາດເລືອກຊື່ຟອນຈາກລາຍຊື່ ຫຼື ປ້ອນຊື່ຟອນໂດຍກົງໄດ້.

ທ່ານສາມາດປ້ອນຫຼາຍຟອນໄດ້ໂດຍການຂັ້ນດ້ວຍເຄື່ອງໝາຍຈ້ຳຈຸດ (;). LibreOffice ຈະໃຊ້ແຕ່ລະຟອນຕາມລຳດັບ ຫາກຟອນກ່ອນໜ້ານັ້ນບໍ່ມີຢູ່ໃນລະບົບ.

ໄອຄອນ

ຊື່ຟອນ

ຂະໜາດຟອນ

ຊ່ວຍໃຫ້ທ່ານສາມາດເລືອກຂະໜາດຟອນທີ່ແຕກຕ່າງກັນຈາກລາຍຊື່ ຫຼື ປ້ອນຂະໜາດດ້ວຍຕົນເອງໄດ້.

ຕົວໜາ

ເຮັດໃຫ້ຂໍ້ຄວາມທີ່ເລືອກເປັນຕົວໜາ. ຫາກເຄີເຊີຢູ່ໃນຄຳສັບ, ທັງຄຳສັບນັ້ນຈະກາຍເປັນຕົວໜາ. ຫາກຂໍ້ຄວາມທີ່ເລືອກ ຫຼື ຄຳສັບນັ້ນເປັນຕົວໜາຢູ່ແລ້ວ, ຮູບແບບຕົວໜາຈະຖືກຍົກເລີກ.

ໄອຄອນ ຕົວໜາ

ຕົວໜາ

ຕົວເນັ້ນ

ເຮັດໃຫ້ຂໍ້ຄວາມທີ່ເລືອກເປັນຕົວອຽງ. ຫາກເຄີເຊີຢູ່ໃນຄຳສັບ, ທັງຄຳສັບນັ້ນຈະກາຍເປັນຕົວອຽງ. ຫາກຂໍ້ຄວາມທີ່ເລືອກ ຫຼື ຄຳສັບນັ້ນເປັນຕົວອຽງຢູ່ແລ້ວ, ຮູບແບບຕົວອຽງຈະຖືກຍົກເລີກ.

ຫາກເຄີເຊີບໍ່ໄດ້ຢູ່ໃນຄຳສັບ ແລະ ບໍ່ມີການເລືອກຂໍ້ຄວາມ, ຮູບແບບຕົວອັກສອນຈະຖືກນຳໃຊ້ກັບຂໍ້ຄວາມທີ່ທ່ານຈະພິມຕໍ່ໄປ.

ໄອຄອນ ຕົວເນີ້ງ

ຕົວເນີ້ງ

ຂີດກ້ອງ

ຂີດກ້ອງ ຫຼື ຍົກເລີກການຂີດກ້ອງຈາກຂໍ້ຄວາມທີ່ເລືອກ.

ໄອຄອນ ຂີດກ້ອງ

ຂີດກ້ອງ

ຕົວຫ້ອຍເທິງ

ຫຼຸດຂະໜາດຟອນຂອງຂໍ້ຄວາມທີ່ເລືອກ ແລະ ຍົກຂໍ້ຄວາມຂຶ້ນເໜືອເສັ້ນພື້ນຖານ.

ໄອຄອນຕົວຂຶ້ນ (Superscript)

ຕົວຂຶ້ນ (Superscript)

ຕົວຫ້ອຍລຸ່ມ

ຫຼຸດຂະໜາດຟອນຂອງຂໍ້ຄວາມທີ່ເລືອກ ແລະ ຫ້ອຍຂໍ້ຄວາມລົງໃຕ້ເສັ້ນພື້ນຖານ.

ໄອຄອນຕົວຫ້ອຍ (Subscript)

ຕົວຫ້ອຍ (Subscript)

ຊ້າຍ

ຈັດວາງຫຍໍ້ໜ້າທີ່ເລືອກໃຫ້ພຽງກັບຂອບຊ້າຍຂອງກ່ອງບັນຈຸ.

ໄອຄອນ ຈັດວາງຕອນເລີ່ມ

ຈັດວາງຕອນເລີ່ມ

ກາງ

ຈັດວາງຫຍໍ້ໜ້າທີ່ເລືອກໃຫ້ຢູ່ເຄິ່ງກາງຂອງກ່ອງບັນຈຸ.

ໄອຄອນ ໄວ້ກາງ

ຂວາ

ຈັດວາງຫຍໍ້ໜ້າທີ່ເລືອກໃຫ້ພຽງກັບຂອບຂວາຂອງກ່ອງບັນຈຸ.

ໄອຄອນ ຈັດວາງຕອນທ້າຍ

ຈັດວາງຕອນທ້າຍ

ຈັດພຽງຂອບ

ຈັດວາງຫຍໍ້ໜ້າທີ່ເລືອກໃຫ້ພຽງທັງຂອບຊ້າຍ ແລະ ຂອບຂວາຂອງກ່ອງບັນຈຸ. ຫາກທ່ານຕ້ອງການ, ທ່ານຍັງສາມາດກຳນົດຕົວເລືອກການຈັດວາງສຳລັບແຖວສຸດທ້າຍຂອງຫຍໍ້ໜ້າໄດ້ ໂດຍການເລືອກ ຮູບແບບ - ຫຍໍ້ໜ້າ - ການຈັດວາງ.

ໄອຄອນ ຈັດໃຫ້ສະເໝີຂອບ

ຈັດໃຫ້ສະເໝີຂອບ

ການຮອງຮັບພາສາອາຊີ

ຄຳສັ່ງເຫຼົ່ານີ້ສາມາດເຂົ້າເຖິງໄດ້ຫຼັງຈາກທີ່ທ່ານເປີດການຮອງຮັບສຳລັບພາສາອາຊີໃນ - ພາສາ ແລະ ທ້ອງຖິ່ນ - ທົ່ວໄປ.

ຂໍ້ຄວາມແລ່ນຈາກຊ້າຍຫາຂວາ

ລະບຸທິດທາງແນວນອນຂອງຂໍ້ຄວາມ.

ໄອຄອນທິດທາງຂໍ້ຄວາມຈາກຊ້າຍຫາຂວາ

ທິດທາງຂໍ້ຄວາມຈາກຊ້າຍຫາຂວາ

ຂໍ້ຄວາມແລ່ນຈາກເທິງລົງລຸ່ມ

ລະບຸທິດທາງແນວຕັ້ງຂອງຂໍ້ຄວາມ.

ໄອຄອນທິດທາງຂໍ້ຄວາມຈາກເທິງລົງລຸ່ມ

ທິດທາງຂໍ້ຄວາມຈາກເທິງລົງລຸ່ມ

ເລືອກທັງໝົດ

ເລືອກເນື້ອໃນທັງໝົດຂອງໄຟລ໌, ເຟຣມ ຫຼື ວັດຖຸຂໍ້ຄວາມປັດຈຸບັນ.

ໄອຄອນ ເລືອກທັງໝົດ

ເລືອກທັງໝົດ

ຕົວອັກສອນ

ປ່ຽນຟອນ ແລະ ການຈັດຮູບແບບຟອນສໍາລັບອັກສອນທີ່ເລືອກ.

ໄອຄອນ ອັກຂະລະ

ອັກຂະລະ

ຫຍໍ້ໜ້າ

ຢູ່ບ່ອນນີ້ທ່ານສາມາດກຳນົດການຍໍ້ໜ້າ, ໄລຍະຫ່າງ, ການຈັດວາງ ແລະ ໄລຍະຫ່າງແຖວສຳລັບຫຍໍ້ໜ້າທີ່ເລືອກໄວ້ໃນປັດຈຸບັນ.

ໄອຄອນ ຫຍໍ້ໜ້າ

ຫຍໍ້ໜ້າ

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!