ການປັບປ່ຽນລຳດັບຕົວເລກໃນລາຍການລຳດັບຕົວເລກ

ທ່ານສາມາດເອົາລຳດັບຕົວເລກອອກຈາກຫຍໍ້ໜ້າໃນລາຍການລຳດັບຕົວເລກ ຫຼື ປ່ຽນເລກທີ່ລາຍການລຳດັບຕົວເລກເລີ່ມຕົ້ນໄດ້.

ຖ້າທ່ານຕ້ອງການຫົວຂໍ້ທີ່ມີລຳດັບເລກ, ໃຫ້ເລືອກ ເຄື່ອງມື - ການໃສ່ລຳດັບເລກຫົວຂໍ້. ຄຳສັ່ງນີ້ຈະເປີດປ່ອງຢ້ຽມໂຕ້ຕອບທີ່ສາມາດກຳນົດຮູບແບບການໃສ່ລຳດັບເລກໃຫ້ກັບຮູບແບບຫຍໍ້ໜ້າທີ່ໃຊ້ສຳລັບຫົວຂໍ້. ຢ່າໃຊ້ໄອຄອນ ສະຫຼັບລາຍການແບບລຳດັບ ໃນ ແຖບການຈັດຮູບແບບ ຫຼື ປ່ອງຢ້ຽມໂຕ້ຕອບ ຮູບແບບ - ຫົວຂໍ້ຍ່ອຍ ແລະ ການໃສ່ລຳດັບເລກ.

ວິທີການເອົາຕົວເລກອອກຈາກຫຍໍ້ໜ້າໃນລາຍການລຳດັບຕົວເລກ

  1. ກົດທີ່ທາງໜ້າຕົວອັກສອນທຳອິດຂອງຫຍໍ້ໜ້າທີ່ທ່ານຕ້ອງການເອົາລຳດັບຕົວເລກອອກ.

  2. ເຮັດອັນໃດອັນໜຶ່ງດັ່ງຕໍ່ໄປນີ້:

ວິທີການປ່ຽນເລກທີ່ລາຍການລຳດັບຕົວເລກເລີ່ມຕົ້ນ

  1. ກົດບ່ອນໃດກໍໄດ້ໃນລາຍການລຳດັບຕົວເລກ.

  2. ເລືອກ ຮູບແບບ - ສັນຍະລັກ ແລະ ລຳດັບຕົວເລກ, ແລ້ວກົດແທັບ ປັບແຕ່ງ.

  3. ປ້ອນເລກທີ່ທ່ານຕ້ອງການໃຫ້ລາຍການເລີ່ມຕົ້ນໃນກ່ອງ ເລີ່ມຕົ້ນທີ່.

  4. ກົດ ຕົກລົງ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!