ປຸ່ມລັດສຳລັບ LibreOffice Writer

ທ່ານສາມາດໃຊ້ປຸ່ມລັດເພື່ອປະຕິບັດວຽກງານທົ່ວໄປໃນ LibreOffice ໄດ້ຢ່າງວ່ອງໄວ. ພາກນີ້ຈະສະແດງລາຍຊື່ປຸ່ມລັດເລີ່ມຕົ້ນສຳລັບ LibreOffice Writer.

ໄອຄອນ ບັນທຶກ

ປຸ່ມລັດບາງຢ່າງອາດຈະຖືກກຳນົດໃຫ້ກັບລະບົບເດັສທັອບຂອງທ່ານ. ປຸ່ມທີ່ຖືກກຳນົດໃຫ້ກັບລະບົບເດັສທັອບຈະບໍ່ສາມາດໃຊ້ໃນ LibreOffice ໄດ້. ໃຫ້ລອງກຳນົດປຸ່ມອື່ນແທນ ບໍ່ວ່າຈະເປັນສຳລັບ LibreOffice ໃນ ເຄື່ອງມື - ປັບແຕ່ງ - ຄີບອດ, ຫຼື ໃນລະບົບເດັສທັອບຂອງທ່ານ.


ທ່ານຍັງສາມາດໃຊ້ ປຸ່ມລັດທົ່ວໄປໃນ LibreOffice ໄດ້ອີກດ້ວຍ.

ປຸ່ມຟັງຊັນສຳລັບ LibreOffice Writer

ຜົນທີ່ໄດ້ຮັບ

ປຸ່ມລັດ

ແຖບສູດ

F2

ແຊກຟິວ

+F2

ຕື່ມຂໍ້ຄວາມອັດຕະໂນມັດໃຫ້ສົມບູນ

F3

ແກ້ໄຂຂໍ້ຄວາມອັດຕະໂນມັດ

+F3

ເລືອກເຟຣມຖັດໄປ

Shift+F4

ເປີດມຸມມອງແຫຼ່ງຂໍ້ມູນ

Ctrl+Shift+F4

ເປີດ/ປິດ ຕົວນຳທາງ

F5

ຍ້າຍເຄີເຊີໄປຍັງຕຳແໜ່ງທີ່ເຄີຍຢູ່ ເມື່ອມີການບັນທຶກເອກະສານຄັ້ງສຸດທ້າຍກ່ອນທີ່ຈະປິດຄັ້ງຫຼ້າສຸດ.

Shift+F5

ເປີດຕົວນຳທາງ, ໄປຫາເລກໜ້າ

+Shift+F5

ການກວດສອບຕົວສະກົດ

F7

ພົດຈະນານຸກົມຄຳສັບຄ້າຍຄື

+F7

ໂໝດຂະຫຍາຍ

F8

ເປີດ / ປິດ ການສະແດງເງົາຟິວ

+F8

ໂໝດການເລືອກເພີ່ມເຕີມ

Shift+F8

ໂໝດການເລືອກແບບບລັອກ

Ctrl+Shift+F8

ອັບເດດຟິວ

F9

ສະແດງຟິວ

+F9

ຄິດໄລ່ຕາຕະລາງ

Shift+F9

ອັບເດດຟິວປ້ອນຂໍ້ມູນ ແລະ ລາຍການປ້ອນຂໍ້ມູນ

+Shift+F9

ເປີດ/ປິດ ອັກຂະລະທີ່ບໍ່ສັ່ງພິມ

+F10

ເປີດ/ປິດ ປ່ອງຢ້ຽມຮູບແບບ

ສ້າງຮູບແບບ

Shift+F11

ເນັ້ນໃສ່ກ່ອງນຳໃຊ້ຮູບແບບ

+F11

ອັບເດດຮູບແບບ

+Shift+F11

ສະຫຼັບລາຍການແບບມີລຳດັບ

F12

ແຊກ ຫຼື ແກ້ໄຂຕາຕະລາງ

+F12

ສະຫຼັບລາຍການແບບບໍ່ມີລຳດັບ

Shift+F12

ປິດລາຍການແບບມີລຳດັບ / ບໍ່ມີລຳດັບ

+Shift+F12


ການແກ້ໄຂຂັ້ນສູງ

ຜົນທີ່ໄດ້ຮັບ

ປຸ່ມລັດ

ຊອກຫາ ແລະ ແທນບ່ອນ

+H

ເຮັດຄືນການກະທຳຫຼ້າສຸດ

ຄິດໄລ່ຂໍ້ຄວາມທີ່ເລືອກ ແລະ ສຳເນົາຜົນໄດ້ຮັບໄວ້ໃນຄລິບບອດ.

+ ປຸ່ມບວກ(+)

ເຮັດວຽກຟິວມາກໂຄ

+ເຄື່ອງໝາຍຄູນ * (ສະເພາະຢູ່ແປ້ນຕົວເລກ)

ວາງເນື້ອໃນຈາກຄລິບບອດແບບຂໍ້ຄວາມທີ່ບໍ່ມີຮູບແບບ.

+Shift+V

ໃຊ້ການປະສົມປະສານນີ້ເພື່ອຈັດວາງ ຫຼື ຍົກເລີກການຈັດວາງຕົວນຳທາງ, ປ່ອງຢ້ຽມຮູບແບບ ຫຼື ປ່ອງຢ້ຽມອື່ນໆ ໄດ້ຢ່າງວ່ອງໄວ.

+ ກົດສອງບາດ ຫຼື + Shift + F10


ປຸ່ມລັດສຳລັບການເລືອກຂໍ້ຄວາມ

ຜົນທີ່ໄດ້ຮັບ

ປຸ່ມລັດ

ເລືອກທັງໝົດ

+A

ຍ້າຍເຄີເຊີພ້ອມກັບການເລືອກໄປທາງຊ້າຍ

Shift+ລູກສອນຊ້າຍ

ຍ້າຍເຄີເຊີພ້ອມກັບການເລືອກໄປທາງຂວາ

Shift+ລູກສອນຂວາ

ເລືອກໄປທາງຊ້າຍເທື່ອລະຄຳ

+Shift+ລູກສອນຊ້າຍ

ເລືອກໄປທາງຂວາເທື່ອລະຄຳ

+Shift+ລູກສອນຂວາ

ເລືອກໄປຫາຕົ້ນຫຍໍ້ໜ້າ. ການກົດປຸ່ມຖັດໄປຈະຂະຫຍາຍການເລືອກໄປຫາຕົ້ນຫຍໍ້ໜ້າກ່ອນໜ້າ.

+Shift+ລູກສອນຂຶ້ນ

ເລືອກໄປຫາທ້າຍຫຍໍ້ໜ້າ. ການກົດປຸ່ມຖັດໄປຈະຂະຫຍາຍການເລືອກໄປຫາທ້າຍຫຍໍ້ໜ້າຖັດໄປ.

+Shift+ລູກສອນລົງ

ເລືອກແຖວໃນທິດທາງລົງລຸ່ມ

Shift+ລູກສອນລົງ

ເລືອກແຖວໃນທິດທາງຂຶ້ນເທິງ

Shift+ລູກສອນຂຶ້ນ

ໄປ ແລະ ເລືອກຫາຕົ້ນແຖວ

ໄປ ແລະ ເລືອກຂໍ້ຄວາມຫາທ້າຍເອກະສານ

ໄປ ແລະ ເລືອກຫາທ້າຍແຖວ

ໄປ ແລະ ເລືອກຂໍ້ຄວາມຫາຕົ້ນເອກະສານ

ຍ້າຍລົງໜຶ່ງໜ້າຈໍພ້ອມກັບການເລືອກ

Shift+PageDown

ຍ້າຍຂຶ້ນໜຶ່ງໜ້າຈໍພ້ອມກັບການເລືອກ

Shift+PageUp


ປຸ່ມລັດສຳລັບການຍ້າຍເຄີເຊີ

ຜົນທີ່ໄດ້ຮັບ

ປຸ່ມລັດ

ຍ້າຍເຄີເຊີໄປທາງຊ້າຍ

ລູກສອນຊ້າຍ

ໄປຫາຕົ້ນຄຳ

+ລູກສອນຊ້າຍ

ຍ້າຍເຄີເຊີໄປທາງຂວາ

ລູກສອນຂວາ

ໄປຫາຕົ້ນຄຳຖັດໄປ

+ລູກສອນຂວາ

ຍ້າຍເຄີເຊີຂຶ້ນໜຶ່ງແຖວ

ລູກສອນຂຶ້ນ

ຍ້າຍເຄີເຊີໄປຫາຕົ້ນຫຍໍ້ໜ້າ. ການກົດປຸ່ມຖັດໄປຈະຍ້າຍເຄີເຊີໄປຫາຕົ້ນຫຍໍ້ໜ້າກ່ອນໜ້າ.

Ctrl+ລູກສອນຂຶ້ນ

ຍ້າຍເຄີເຊີລົງໜຶ່ງແຖວ

ລູກສອນລົງ

ຍ້າຍເຄີເຊີໄປຫາຕົ້ນຫຍໍ້ໜ້າຖັດໄປ.

+ລູກສອນລົງ

ໄປຫາຕົ້ນແຖວ

ໄປຫາທ້າຍແຖວ

ໄປຫາຕົ້ນເອກະສານ

ໄປຫາທ້າຍເອກະສານ

ຂຶ້ນໜຶ່ງໜ້າຈໍ

PageUp

ລົງໜຶ່ງໜ້າຈໍ

PageDown


ປຸ່ມລັດສຳລັບການແຊກຂໍ້ຄວາມ

ຜົນທີ່ໄດ້ຮັບ

ປຸ່ມລັດ

ເປີດ/ປິດ ໂໝດແຊກ

Insert

ຍັດຕິພັງແບບອ່ອນ; ການຕັດຄຳທີ່ກຳນົດໂດຍທ່ານ.

+ເຄື່ອງໝາຍຂີດຕໍ່(-)

ຍັດຕິພັງແບບບໍ່ແຍກ (ບໍ່ໃຊ້ສຳລັບການຕັດຄຳ)

+Shift+ເຄື່ອງໝາຍລົບ (-)

ຍະວ່າງແບບບໍ່ແຍກ. ຍະວ່າງແບບບໍ່ແຍກຈະບໍ່ຖືກໃຊ້ສຳລັບການຕັດຄຳ ແລະ ຈະບໍ່ຂະຫຍາຍອອກຫາກຂໍ້ຄວາມຖືກຈັດໃຫ້ພຽງຂອບສອງຂ້າງ.

+Shift+ຍະວ່າງ

ຄຳແນະນຳຖັດໄປດ້ວຍ ການຕື່ມຄຳອັດຕະໂນມັດ

+Tab

ໃຊ້ຄຳແນະນຳກ່ອນໜ້າດ້ວຍ ການຕື່ມຄຳອັດຕະໂນມັດ

+Shift+Tab


ປຸ່ມລັດສຳລັບການແບ່ງ

ຜົນທີ່ໄດ້ຮັບ

ປຸ່ມລັດ

ຂຶ້ນແຖວໃໝ່ໂດຍບໍ່ປ່ຽນຫຍໍ້ໜ້າ

Shift+Enter

ແບ່ງໜ້າດ້ວຍຕົນເອງ

+Enter

ແບ່ງຄໍລຳໃນຂໍ້ຄວາມແບບຫຼາຍຄໍລຳ

+Shift+Enter

Switch cursor between text and header

+PageUp

Switch cursor between text and footer

+PageDown


ປຸ່ມລັດສຳລັບການລຶບຂໍ້ຄວາມ

ຜົນທີ່ໄດ້ຮັບ

ປຸ່ມລັດ

ລຶບຂໍ້ຄວາມຫາທ້າຍຄຳ

ລຶບຂໍ້ຄວາມຫາຕົ້ນຄຳ

ໃນລາຍການ: ລຶບຫຍໍ້ໜ້າຫວ່າງເປົ່າທາງໜ້າຫຍໍ້ໜ້າປັດຈຸບັນ

+Backspace

ລຶບຂໍ້ຄວາມຫາທ້າຍປະໂຫຍກ

ລຶບຂໍ້ຄວາມຫາຕົ້ນປະໂຫຍກ

+Shift+Backspace


ການຈັດຮູບແບບ

ຜົນທີ່ໄດ້ຮັບ

ປຸ່ມລັດ

ຈັດໃຫ້ພຽງຂອບສອງຂ້າງ

+J

ຂີດກ້ອງສອງເສັ້ນ

+D

ຈັດໄວ້ເຄິ່ງກາງ

+E

ຕົວຫ້ອຍເທິງ

+Shift+P

ຈັດໄວ້ທາງຊ້າຍ

+L

ຈັດໄວ້ທາງຂວາ

+R

ຕົວຫ້ອຍລຸ່ມ

+Shift+B

ນຳໃຊ້ຮູບແບບຫຍໍ້ໜ້າຂໍ້ຄວາມເນື້ອໃນ

+0 (ສູນ)

ນຳໃຊ້ຮູບແບບຫຍໍ້ໜ້າ ຫົວຂໍ້ 1

+1

ນຳໃຊ້ຮູບແບບຫຍໍ້ໜ້າ ຫົວຂໍ້ 2

+2

ນຳໃຊ້ຮູບແບບຫຍໍ້ໜ້າ ຫົວຂໍ້ 3

+3

ນຳໃຊ້ຮູບແບບຫຍໍ້ໜ້າ ຫົວຂໍ້ 4

+4

ນຳໃຊ້ຮູບແບບຫຍໍ້ໜ້າ ຫົວຂໍ້ 5

+5


ປຸ່ມລັດສຳລັບຫຍໍ້ໜ້າ, ລາຍການຫຍໍ້ໜ້າ, ລະດັບເຄົ້າຮ່າງ ແລະ ລະດັບລາຍການ

ຜົນທີ່ໄດ້ຮັບ

ປຸ່ມລັດ

ຫຍໍ້ໜ້າໃນລາຍການ. ແຊກຫຍໍ້ໜ້າໃໝ່ພາຍໃນລາຍການໂດຍບໍ່ມີເຄື່ອງໝາຍຫົວຂໍ້ ຫຼື ລຳດັບເລກ, ໃນຂະນະທີ່ຍັງຮັກສາການຈັດຮູບແບບຫຍໍ້ໜ້າຂອງລາຍການໄວ້. ເພື່ອກັບຄືນມານຳໃຊ້ລຳດັບເລກ ຫຼື ເຄື່ອງໝາຍຫົວຂໍ້, ໃຫ້ກົດ Enter ຫຼັງຈາກເພີ່ມເນື້ອໃນໃສ່ຫຍໍ້ໜ້າໃໝ່ແລ້ວ. ປຸ່ມລັດນີ້ຈະບໍ່ເຮັດວຽກຫາກເຄີເຊີຢູ່ທີ່ຕົ້ນຫຍໍ້ໜ້າຂອງລາຍການ.

+ Enter

ຍ້າຍຂຶ້ນ. ຍ້າຍຫຍໍ້ໜ້າທີ່ກຳລັງເຮັດວຽກ ຫຼື ຫຍໍ້ໜ້າທີ່ເລືອກຂຶ້ນໄປໜຶ່ງຫຍໍ້ໜ້າ.

+ລູກສອນຂຶ້ນ

ຍ້າຍລົງ. ຍ້າຍຫຍໍ້ໜ້າທີ່ກຳລັງເຮັດວຽກ ຫຼື ຫຍໍ້ໜ້າທີ່ເລືອກລົງໄປໜຶ່ງຫຍໍ້ໜ້າ.

+ລູກສອນລົງ

ຍ້າຍລະດັບລົງ. ເມື່ອວາງເຄີເຊີໄວ້ທາງໜ້າຫຍໍ້ໜ້າທີ່ມີຮູບແບບ “ຫົວຂໍ້ X” (X = 1-9), ລະດັບເຄົ້າຮ່າງຈະຖືກຍ້າຍລົງໜຶ່ງລະດັບ. ສຳລັບລາຍການຫຍໍ້ໜ້າ, ລະດັບລາຍການຈະຖືກຍ້າຍລົງໜຶ່ງລະດັບ.

Tab

ຍ້າຍລະດັບຂຶ້ນ. ເມື່ອວາງເຄີເຊີໄວ້ທາງໜ້າຫຍໍ້ໜ້າທີ່ມີຮູບແບບ “ຫົວຂໍ້ X” (X = 2-10), ລະດັບເຄົ້າຮ່າງຈະຖືກຍ້າຍຂຶ້ນໜຶ່ງລະດັບ. ສຳລັບລາຍການຫຍໍ້ໜ້າ, ລະດັບລາຍການຈະຖືກຍ້າຍຂຶ້ນໜຶ່ງລະດັບ.

Shift+Tab

ເພີ່ມການຍໍ້ໜ້າ. ເມື່ອວາງເຄີເຊີໄວ້ບ່ອນໃດກໍຕາມໃນຫົວຂໍ້ ຫຼື ລາຍການຫຍໍ້ໜ້າ: ຈະເພີ່ມການຍໍ້ໜ້າສຳລັບທຸກຫົວຂໍ້. ສຳລັບລາຍການຫຍໍ້ໜ້າ, ຈະເພີ່ມການຍໍ້ໜ້າສຳລັບທຸກຫຍໍ້ໜ້າໃນລາຍການດຽວກັນ.

+Tab

ຫຼຸດການຍໍ້ໜ້າ. ເມື່ອວາງເຄີເຊີໄວ້ບ່ອນໃດກໍຕາມໃນຫົວຂໍ້ ຫຼື ລາຍການຫຍໍ້ໜ້າ: ຈະຫຼຸດການຍໍ້ໜ້າສຳລັບທຸກຫົວຂໍ້. ສຳລັບລາຍການຫຍໍ້ໜ້າ, ຈະຫຼຸດການຍໍ້ໜ້າສຳລັບທຸກຫຍໍ້ໜ້າໃນລາຍການດຽວກັນ.

+Shift+Tab


ໄອຄອນ ບັນທຶກ

ເພື່ອແຊກແທັບຢູ່ຕົ້ນຫົວຂໍ້ ຫຼື ລາຍການຫຍໍ້ໜ້າ, ໃຫ້ໃຊ້ຕົວເລືອກ ລຳດັບເລກຕາມດ້ວຍ ໃນແທັບ ຕຳແໜ່ງ ໃນກ່ອງໂຕ້ຕອບ ລຳດັບເລກຫົວຂໍ້ ຫຼື ເຄື່ອງໝາຍຫົວຂໍ້ ແລະ ລຳດັບເລກ. ນອກຈາກນັ້ນ, ທ່ານຍັງສາມາດສຳເນົາແທັບແລ້ວນຳມາວາງໃສ່ທາງໜ້າໄດ້.


ປຸ່ມລັດສຳລັບຕາຕະລາງໃນ LibreOffice Writer

ຜົນທີ່ໄດ້ຮັບ

ປຸ່ມລັດ

ແຊກຫຍໍ້ໜ້າ. ແຊກຫຍໍ້ໜ້າໃໝ່ໃສ່ທາງໜ້າ ຫຼື ທາງຫຼັງຕາຕະລາງໂດຍກົງ. ເຄີເຊີຈະຕ້ອງຖືກວາງໄວ້ທີ່ອັກຂະລະທຳອິດຂອງຫ້ອງທຳອິດ ຫຼື ອັກຂະລະສຸດທ້າຍຂອງຫ້ອງສຸດທ້າຍ.

+ Enter

ເລືອກທັງໝົດ. ຫາກຫ້ອງທີ່ກຳລັງເຮັດວຽກນັ້ນຫວ່າງເປົ່າ: ຈະເລືອກທັງໝົດຕາຕະລາງ. ຖ້າບໍ່ດັ່ງນັ້ນ: ຈະເລືອກເນື້ອໃນຂອງຫ້ອງທີ່ກຳລັງເຮັດວຽກ. ການກົດອີກຄັ້ງຈະເລືອກທັງໝົດຕາຕະລາງ.

+A

ໄປຫາຈຸດເລີ່ມຕົ້ນ. ຫາກຫ້ອງທີ່ກຳລັງເຮັດວຽກຫວ່າງເປົ່າ: ຈະໄປຫາຕົ້ນຕາຕະລາງ. ຖ້າບໍ່ດັ່ງນັ້ນ: ການກົດຄັ້ງທຳອິດຈະໄປຫາຕົ້ນຫ້ອງທີ່ກຳລັງເຮັດວຽກ, ຄັ້ງທີສອງຈະໄປຫາຕົ້ນຕາຕະລາງປັດຈຸບັນ, ແລະ ຄັ້ງທີສາມຈະໄປຫາຕົ້ນເອກະສານ.

+Home

ໄປຫາຈຸດສິ້ນສຸດ. ຫາກຫ້ອງທີ່ກຳລັງເຮັດວຽກຫວ່າງເປົ່າ: ຈະໄປຫາທ້າຍຕາຕະລາງ. ຖ້າບໍ່ດັ່ງນັ້ນ: ການກົດຄັ້ງທຳອິດຈະໄປຫາທ້າຍຫ້ອງທີ່ກຳລັງເຮັດວຽກ, ຄັ້ງທີສອງຈະໄປຫາທ້າຍຕາຕະລາງປັດຈຸບັນ, ແລະ ຄັ້ງທີສາມຈະໄປຫາທ້າຍເອກະສານ.

+End

ແຊກຕຳແໜ່ງແທັບ (ສະເພາະໃນຕາຕະລາງ). ອີງຕາມຕົວຈັດການປ່ອງຢ້ຽມທີ່ໃຊ້ຢູ່, ທ່ານອາດຈະໃຊ້ +Tab ແທນກໍໄດ້.

+Tab

ຂະໜາດຂອງຄໍລຳ/ແຖວ ຢູ່ສ່ວນທ້າຍ. ເພີ່ມ/ຫຼຸດ ຂະໜາດຂອງຄໍລຳ/ແຖວ ຢູ່ຂອບຂ້າງຂວາ/ຂ້າງລຸ່ມ ຂອງຫ້ອງ.

+ປຸ່ມລູກສອນ

ຂະໜາດຂອງຄໍລຳ/ແຖວ ຢູ່ສ່ວນຕົ້ນ. ເພີ່ມ/ຫຼຸດ ຂະໜາດຂອງຄໍລຳ/ແຖວ ຢູ່ຂອບຂ້າງຊ້າຍ/ຂ້າງເທິງ ຂອງຫ້ອງ.

+Shift+ປຸ່ມລູກສອນ

ຄືກັນກັບ , ແຕ່ຈະມີຜົນປ່ຽນແປງສະເພາະຫ້ອງທີ່ກຳລັງເຮັດວຽກຢູ່ເທົ່ານັ້ນ.

+ປຸ່ມລູກສອນ

ຄືກັນກັບ , ແຕ່ຈະມີຜົນປ່ຽນແປງສະເພາະຫ້ອງທີ່ກຳລັງເຮັດວຽກຢູ່ເທົ່ານັ້ນ.

+Shift+ປຸ່ມລູກສອນ

ການປ້ອງກັນຫ້ອງ. ຍົກເລີກການປ້ອງກັນຫ້ອງຈາກທຸກຕາຕະລາງທີ່ເລືອກ. ຫາກບໍ່ມີການເລືອກຕາຕະລາງ, ການປ້ອງກັນຫ້ອງຈະຖືກຍົກເລີກອອກຈາກທຸກຕາຕະລາງໃນເອກະສານ.

+Shift+T

ລຶບເນື້ອໃນ

ຫາກບໍ່ມີການເລືອກທັງໝົດຫ້ອງ, ຂໍ້ຄວາມຕັ້ງແຕ່ເຄີເຊີໄປຫາທ້າຍປະໂຫຍກປັດຈຸບັນຈະຖືກລຶບ. ຫາກເຄີເຊີຢູ່ທ້າຍຫ້ອງ ແລະ ບໍ່ມີການເລືອກທັງໝົດຫ້ອງ, ເນື້ອໃນຂອງຫ້ອງຖັດໄປຈະຖືກລຶບ.

ຫາກບໍ່ມີການເລືອກທັງໝົດຫ້ອງ ແລະ ເຄີເຊີຢູ່ທ້າຍຕາຕະລາງ, ຫຍໍ້ໜ້າທີ່ຕາມຫຼັງຕາຕະລາງຈະຖືກລຶບ, ຍົກເວັ້ນແຕ່ວ່າມັນເປັນຫຍໍ້ໜ້າສຸດທ້າຍໃນເອກະສານ.

ຫາກເລືອກໜຶ່ງຫ້ອງ ຫຼື ຫຼາຍກວ່ານັ້ນ, ທຸກແຖວທີ່ມີການເລືອກຈະຖືກລຶບ. ຫາກເລືອກທຸກແຖວບໍ່ວ່າຈະເລືອກທັງໝົດ ຫຼື ບາງສ່ວນ, ທັງໝົດຕາຕະລາງຈະຖືກລຶບ.

Shift++Del


ປຸ່ມລັດສຳລັບສ່ວນຕ່າງໆ

ຜົນທີ່ໄດ້ຮັບ

ປຸ່ມລັດ

ແຊກຫຍໍ້ໜ້າ. ແຊກຫຍໍ້ໜ້າໃໝ່ໃສ່ທາງໜ້າ ຫຼື ທາງຫຼັງຂອງສ່ວນນັ້ນໂດຍກົງ. ເຄີເຊີຈະຕ້ອງຖືກວາງໄວ້ທີ່ອັກຂະລະທຳອິດ ຫຼື ອັກຂະລະສຸດທ້າຍຂອງສ່ວນນັ້ນ.

+ Enter


ປຸ່ມລັດສຳລັບການຍ້າຍ ແລະ ການປ່ຽນຂະໜາດເຟຣມ, ຮູບພາບ ແລະ ວັດຖຸ

ຜົນທີ່ໄດ້ຮັບ

ປຸ່ມລັດ

ເຄີເຊີຢູ່ພາຍໃນເຟຣມ ແລະ ບໍ່ມີການເລືອກຂໍ້ຄວາມ: Escape ຈະເລືອກເຟຣມ.

ເມື່ອເຟຣມຖືກເລືອກ: Escape ຈະຍົກເລີກການວາງເຄີເຊີອອກຈາກເຟຣມ.

Esc

ຫາກເລືອກເຟຣມ: ຈະວາງເຄີເຊີໄວ້ທີ່ສ່ວນທ້າຍຂອງຂໍ້ຄວາມໃນເຟຣມ. ຫາກທ່ານກົດປຸ່ມໃດໜຶ່ງທີ່ສະແດງອັກຂະລະໃນໜ້າຈໍ, ແລະ ເອກະສານຢູ່ໃນໂໝດແກ້ໄຂ, ອັກຂະລະນັ້ນຈະຖືກເພີ່ມເຂົ້າໃສ່ຂໍ້ຄວາມ.

F2 ຫຼື Enter ຫຼື ປຸ່ມໃດໜຶ່ງທີ່ສະແດງອັກຂະລະໃນໜ້າຈໍ

ຍ້າຍວັດຖຸ.

+ປຸ່ມລູກສອນ

ປ່ຽນຂະໜາດໂດຍການຍ້າຍມຸມຂວາລຸ່ມ.

+ປຸ່ມລູກສອນ

ປ່ຽນຂະໜາດໂດຍການຍ້າຍມຸມຊ້າຍເທິງ.

+Shift+ປຸ່ມລູກສອນ

ເລືອກຈຸດຢຶດຂອງວັດຖຸ (ໃນໂໝດແກ້ໄຂຈຸດ).

+Tab


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!