ເລືອກລາຍຊື່ທີ່ຢູ່

ເລືອກລາຍຊື່ທີ່ຢູ່ທີ່ທ່ານຕ້ອງການໃຊ້ສຳລັບ ຈົດໝາຍວຽນ, ແລ້ວຄລິກ ຕົກລົງ.

ເພີ່ມ

ເລືອກໄຟລ໌ຖານຂໍ້ມູນທີ່ມີທີ່ຢູ່ທີ່ທ່ານຕ້ອງການໃຊ້ເປັນລາຍຊື່ທີ່ຢູ່. ຖ້າໄຟລ໌ນັ້ນມີຫຼາຍກວ່າໜຶ່ງຕາຕະລາງ, ກ່ອງໂຕ້ຕອບ ເລືອກຕາຕະລາງ ຈະເປີດຂຶ້ນ.

ສ້າງ

ເປີດກ່ອງໂຕ້ຕອບ ລາຍຊື່ທີ່ຢູ່ໃໝ່ ເຊິ່ງທ່ານສາມາດສ້າງລາຍຊື່ທີ່ຢູ່ໃໝ່ໄດ້.

ຕົວຕອງ

ເປີດກ່ອງໂຕ້ຕອບ ຕົວຕອງມາດຕະຖານ ເຊິ່ງທ່ານສາມາດນຳໃຊ້ຕົວຕອງກັບລາຍຊື່ທີ່ຢູ່ ເພື່ອສະແດງສະເພາະຜູ້ຮັບທີ່ທ່ານຕ້ອງການເບິ່ງໄດ້.

ແກ້ໄຂ

ເປີດກ່ອງໂຕ້ຕອບ ລາຍຊື່ທີ່ຢູ່ໃໝ່ ເຊິ່ງທ່ານສາມາດແກ້ໄຂລາຍຊື່ທີ່ຢູ່ທີ່ເລືອກໄດ້.

ປ່ຽນຕາຕະລາງ

ເປີດກ່ອງໂຕ້ຕອບ ເລືອກຕາຕະລາງ ເຊິ່ງທ່ານສາມາດເລືອກຕາຕະລາງອື່ນເພື່ອໃຊ້ສຳລັບຈົດໝາຍວຽນໄດ້.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!