ການຊ່ວຍເຫຼືອ LibreOffice 26.2
ລະບຸຮູບແບບການວາງຄຳຂຶ້ນຕົ້ນສຳລັບເອກະສານ ຈົດໝາຍວຽນ ຫຼື ອີເມວວຽນ. ຊື່ຂອງກ່ອງໂຕ້ຕອບນີ້ຈະແຕກຕ່າງກັນລະຫວ່າງຜູ້ຮັບເພດຍິງ ແລະ ຜູ້ຮັບເພດຊາຍ.
ເລືອກຟິວແລ້ວລາກຟິວນັ້ນໄປຍັງອີກລາຍຊື່ໜຶ່ງ.
ເພີ່ມຟິວທີ່ເລືອກຈາກລາຍຊື່ອົງປະກອບຄຳຂຶ້ນຕົ້ນໄປຍັງອີກລາຍຊື່ໜຶ່ງ. ທ່ານສາມາດເພີ່ມຟິວດຽວກັນໄດ້ຫຼາຍກວ່າໜຶ່ງຄັ້ງ.
ລຶບຟິວທີ່ເລືອກອອກຈາກລາຍຊື່.
ຈັດລຽງຟິວໂດຍການລາກ ແລະ ວາງ ຫຼື ໃຊ້ປຸ່ມລູກສອນ.
ເລືອກຄ່າຈາກລາຍຊື່ສຳລັບຄຳຂຶ້ນຕົ້ນ ແລະ ຟິວເຄື່ອງໝາຍວັກຕອນ.
ສະແດງຕົວຢ່າງຂອງຂໍ້ມູນລາຍການທຳອິດໃນຖານຂໍ້ມູນ ດ້ວຍຮູບແບບຄຳຂຶ້ນຕົ້ນປັດຈຸບັນ.
ເລືອກລາຍການໃນລາຍຊື່ ແລ້ວຄລິກປຸ່ມລູກສອນເພື່ອຍ້າຍລາຍການນັ້ນ.