ຕຳແໜ່ງ (ຮູບແບບລາຍຊື່ - ແບບເກົ່າ)
ຕັ້ງຄ່າການຫຍໍ້ໜ້າ, ໄລຍະຫ່າງ ແລະ ຕົວເລືອກການຈັດວາງສຳລັບສັນຍະລັກການໃສ່ເລກລຳດັບ, ເຊັ່ນ ຕົວເລກ ຫຼື ເຄື່ອງໝາຍຫົວຂໍ້, ໃຫ້ກັບລາຍການແບບມີລຳດັບ ແລະ ບໍ່ມີລຳດັບ.
ເລືອກ - ແທັບ ຕຳແໜ່ງ.
ເລືອກ (Command+TF11) - ເລືອກຮູບແບບລາຍການ - ເມນູຄລິກຂວາຂອງລາຍການ - ເລືອກ - ແທັບ ຕຳແໜ່ງ.
ເລືອກ - ເລືອກຮູບແບບລາຍການ - ເມນູຄລິກຂວາຂອງລາຍການ - ເລືອກ - ແທັບ ຕຳແໜ່ງ.
ເລືອກແທັບ .
ລະດັບ
ເລືອກລະດັບທີ່ທ່ານຕ້ອງການແກ້ໄຂ. ເພື່ອນຳໃຊ້ຕົວເລືອກໃຫ້ກັບທຸກລະດັບ, ໃຫ້ເລືອກ “1-10”.
LibreOffice Writer ຈະໃຊ້ການຄວບຄຸມຕຳແໜ່ງທີ່ສະແດງຢູ່ນີ້ ເມື່ອເປີດເອກະສານທີ່ໃຊ້ວິທີການວາງຕຳແໜ່ງ ແລະ ໄລຍະຫ່າງທີ່ແຕກຕ່າງກັນ. ສຳລັບການຄວບຄຸມມາດຕະຖານ ເບິ່ງໄດ້ທີ່ ຕຳແໜ່ງ (ຮູບແບບລາຍຊື່).
ຫຍໍ້ໜ້າ
ປ້ອນຈຳນວນໄລຍະຫ່າງລະຫວ່າງຂອບໜ້າເບື້ອງຊ້າຍ (ຫຼື ຂອບຊ້າຍຂອງວັດຖຸຂໍ້ຄວາມ) ແລະ ຂອບຊ້າຍຂອງພື້ນທີ່ການໃຫ້ເລກລຳດັບ. ຖ້າຮູບແບບຫຍໍ້ໜ້າປັດຈຸບັນມີການຫຍໍ້ໜ້າຢູ່ແລ້ວ, ຄ່າທີ່ທ່ານປ້ອນຢູ່ນີ້ຈະຖືກເພີ່ມເຂົ້າໃນການຫຍໍ້ໜ້ານັ້ນ.
ທຽບພັນ
ຫຍໍ້ໜ້າລະດັບປັດຈຸບັນໂດຍທຽບພັນກັບລະດັບກ່ອນໜ້າໃນລຳດັບຊັ້ນຂອງລາຍຊື່.
ຄວາມກວ້າງຂອງການໃຫ້ເລກລຳດັບ
ປ້ອນຄວາມກວ້າງຂອງພື້ນທີ່ການໃຫ້ເລກລຳດັບ. ສັນຍະລັກເລກລຳດັບສາມາດຈັດຊ້າຍ, ກາງ ຫຼື ຂວາ ໃນພື້ນທີ່ນີ້ໄດ້.
ໄລຍະຫ່າງຕ່ຳສຸດລະຫວ່າງເລກລຳດັບ ແລະ ຂໍ້ຄວາມ.
ການຈັດວາງສັນຍະລັກເລກລຳດັບຈະຖືກປັບເພື່ອໃຫ້ໄດ້ໄລຍະຫ່າງຕ່ຳສຸດທີ່ຕ້ອງການ. ຖ້າບໍ່ສາມາດເຮັດໄດ້ຍ້ອນພື້ນທີ່ເລກລຳດັບບໍ່ກວ້າງພໍ, ຈຸດເລີ່ມຕົ້ນຂອງຂໍ້ຄວາມຈະຖືກປັບແທນ.
ຈັດວາງສັນຍະລັກເລກລຳດັບໄວ້ທາງຊ້າຍ, ກາງ ຫຼື ຂວາ ໃນພື້ນທີ່ການໃຫ້ເລກລຳດັບ. ຕຳແໜ່ງອາດຈະຖືກປັບເພື່ອຮັກສາໄລຍະຫ່າງຕ່ຳສຸດໄວ້.
ຕົວເລືອກ ການຈັດວາງເລກລຳດັບ ບໍ່ໄດ້ເປັນການຕັ້ງຄ່າການຈັດວາງຂອງຢໍ້າໜ້າ.
ເລີ່ມຕົ້ນ
ຕັ້ງຄ່າການຫຍໍ້ໜ້າ ແລະ ຄ່າໄລຍະຫ່າງຄືນເປັນຄ່າເລີ່ມຕົ້ນ.
ສະແດງຕົວຢ່າງ
ສະແດງຕົວຢ່າງຂອງສິ່ງທີ່ເລືອກໃນປະຈຸບັນ.
ໂຫຼດ/ບັນທຶກ
ບັນທຶກ ຫຼື ໂຫຼດຮູບແບບການໃສ່ລຳດັບເລກສຳລັບຫົວຂໍ້. ຮູບແບບການໃສ່ລຳດັບເລກທີ່ບັນທຶກໄວ້ສາມາດໂຫຼດໄປໃຊ້ໃນເອກະສານຂໍ້ຄວາມອື່ນໆໄດ້.
ປຸ່ມ ໂຫຼດ/ບັນທຶກ ມີໃຫ້ໃຊ້ສະເພາະສຳລັບການໃສ່ລຳດັບເລກຫົວຂໍ້ເທົ່ານັ້ນ. ໃຫ້ໃຊ້ຮູບແບບລາຍການເພື່ອບັນທຶກການຈັດຮູບແບບສຳລັບລາຍການແບບລຳດັບ ຫຼື ບໍ່ເປັນລຳດັບ.
ຕັ້ງຄ່າໃໝ່
ຕັ້ງຄ່າການປ່ຽນແປງໃນແທັບປະຈຸບັນຄືນໃໝ່ໃຫ້ເປັນຄ່າທີ່ໃຊ້ໃນຕອນເປີດກ່ອງໂຕ້ຕອບນີ້.
ນຳໃຊ້
ນຳໃຊ້ການແກ້ໄຂໃນທຸກແທັບໂດຍບໍ່ຕ້ອງປິດກ່ອງໂຕ້ຕອບ. ບໍ່ສາມາດຍ້ອນຄືນດ້ວຍ ຕັ້ງຄ່າໃໝ່ ໄດ້.
ການຄວບຄຸມນີ້ຈະປາກົດຂຶ້ນເມື່ອແກ້ໄຂຮູບແບບລາຍການເທົ່ານັ້ນ.