ການຊ່ວຍເຫຼືອ LibreOffice 26.2
ກວດສອບບັນຫາການເຂົ້າເຖິງທົ່ວໄປໃນເອກະສານ, ແລະ ຮອງຮັບຂໍ້ກຳນົດ PDF/UA ໃນປ່ອງຢ້ຽມສົ່ງອອກ PDF ແລະ ສ່ວນການເຂົ້າເຖິງຂອງແຖບຂ້າງ.
ເຄື່ອງມືກວດສອບການເຂົ້າເຖິງຈະກວດຜ່ານໂຄງສ້າງເອກະສານ ແລະ ຮວບຮວມບັນຫາການເຂົ້າເຖິງທີ່ເປັນໄປໄດ້ທັງໝົດ. ການກວດສອບສາມາດເຮັດໄດ້ດ້ວຍຕົນເອງຜ່ານເມນູ ຫຼື ຈະຖືກກະຕຸ້ນຫຼັງຈາກປ່ອງຢ້ຽມສົ່ງອອກ PDF ເມື່ອເປີດໃຊ້ການຮອງຮັບ PDF/UA.
ແຖບການກວດສອບການເຂົ້າເຖິງຢູ່ແຖບຂ້າງຈະສະແດງລາຍຊື່ຂອງບັນຫາທັງໝົດທີ່ພົບໃນເອກະສານຂໍ້ຄວາມ.
ມີລິ້ງໃຫ້ເພື່ອໄປຫາບັນຫາໄດ້ທັນທີ. ຄລິກສອງບາດທີ່ລິ້ງເພື່ອໄປຫາ ແລະ ເລືອກວັດຖຸທີ່ມີບັນຫາການເຂົ້າເຖິງ.
ຄລິກປຸ່ມແກ້ໄຂເພື່ອໄປຫາບັນຫາ ແລະ ໃຊ້ຄຳສັ່ງເພື່ອແກ້ໄຂມັນ.
ການກວດສອບທີ່ມີການນຳໃຊ້ໃນປັດຈຸບັນຄື:
ກວດສອບວ່າມີການຕັ້ງຊື່ຫົວຂໍ້ເອກະສານແລ້ວ.
ກວດສອບວ່າມີການຕັ້ງພາສາຂອງເອກະສານແລ້ວ, ຫຼື ຮູບແບບທັງໝົດທີ່ໃຊ້ຢູ່ມີການຕັ້ງພາສາໄວ້.
ກວດສອບຮູບພາບ, ກຣາບຟິກ, ວັດຖຸ OLE ທັງໝົດ ສຳລັບຂໍ້ຄວາມອະທິບາຍ (ຫຼື ຫົວຂໍ້ໃນບາງວັດຖຸ).
ກວດສອບວ່າຕາຕະລາງບໍ່ມີການແຍກ ຫຼື ລວມຫ້ອງ, ເຊິ່ງອາດເຮັດໃຫ້ຜູ້ໃຊ້ທີ່ມີຄວາມບົກພ່ອງທາງສາຍຕາເກີດຄວາມສັບສົນ.
ກວດສອບການໃສ່ລຳດັບເລກແບບປອມ/ເຮັດເອງ (ບໍ່ໄດ້ໃຊ້ການໃສ່ລຳດັບເລກແບບລະບົບ). ຕົວຢ່າງ: ການຂຽນ "1." "2." "3." ຢູ່ຕອນເລີ່ມຕົ້ນຂອງຫຍໍ້ໜ້າ.
ກວດສອບວ່າຂໍ້ຄວາມໄຮເປີລິ້ງບໍ່ແມ່ນຕົວໄຮເປີລິ້ງເອງ - ໄຮເປີລິ້ງຄວນມີຄຳອະທິບາຍ.
ກວດສອບຄວາມແຕກຕ່າງ (contrast) ລະຫວ່າງຂໍ້ຄວາມ ແລະ ພື້ນຫຼັງ. ຂັ້ນຕອນການຄຳນວນແມ່ນຖືກອະທິບາຍໄວ້ໃນຂໍ້ກຳນົດ WCAG.
ກວດສອບຂໍ້ຄວາມທີ່ກະພິບ, ເຊິ່ງອາດເປັນບັນຫາສຳລັບຄົນທີ່ມີຄວາມບົກພ່ອງທາງສະຕິປັນຍາ ຫຼື ໂລກລົມຊັກທີ່ເກີດຈາກແສງ.
ກວດສອບເຊີນອັດ ແລະ ໝາຍເຫດທ້າຍເອກະສານ, ເຊິ່ງເປັນສິ່ງທີ່ຄວນຫຼີກເວັ້ນ.
ກວດສອບລຳດັບຫົວຂໍ້. ລຳດັບຂອງຫົວຂໍ້ຕ້ອງເພີ່ມຂຶ້ນຕາມລຳດັບໂດຍບໍ່ມີການຂ້າມ (ຕົວຢ່າງ: ຫົວຂໍ້ 1 ໄປຫາ ຫົວຂໍ້ 3, ໂດຍຂ້າມ ຫົວຂໍ້ 2).
ກວດສອບວ່າ ຂໍ້ຄວາມສື່ຄວາມໝາຍເພີ່ມເຕີມດ້ວຍການຈັດຮູບແບບ (ໂດຍກົງ) ຫຼື ບໍ່.