ການຊ່ວຍເຫຼືອ LibreOffice 26.2
ຈັດຮູບແບບຕົວອັກສອນທຳອິດຂອງຫຍໍ້ໜ້າໃຫ້ເປັນຕົວອັກສອນຂະໜາດໃຫຍ່ ເຊິ່ງສາມາດກວມເອົາໄດ້ຫຼາຍແຖວ. ຫຍໍ້ໜ້າຈະຕ້ອງມີຈຳນວນແຖວຢ່າງໜ້ອຍເທົ່າກັບທີ່ທ່ານກຳນົດໄວ້ໃນຊ່ອງ ແຖວ.
ນຳໃຊ້ການຕັ້ງຄ່າຕົວໜັງສືໃຫຍ່ຕົ້ນຫຍໍ້ໜ້າເຂົ້າໃນຫຍໍ້ໜ້າທີ່ເລືອກ.
ສະແດງຕົວອັກສອນທຳອິດຂອງຄຳທຳອິດໃນຫຍໍ້ໜ້າເປັນຕົວໜັງສືໃຫຍ່ຕົ້ນຫຍໍ້ໜ້າ, ແລະ ຕົວອັກສອນທີ່ເຫຼືອຂອງຄຳນັ້ນເປັນຕົວພິມຂະໜາດໃຫຍ່.
ປ້ອນຈຳນວນຕົວອັກສອນທີ່ຈະປ່ຽນເປັນຕົວໜັງສືໃຫຍ່ຕົ້ນຫຍໍ້ໜ້າ.
ປ້ອນຈຳນວນແຖວທີ່ທ່ານຕ້ອງການໃຫ້ຕົວໜັງສືໃຫຍ່ຕົ້ນຫຍໍ້ໜ້າຂະຫຍາຍລົງມາຈາກແຖວທຳອິດຂອງຫຍໍ້ໜ້າ. ຫຍໍ້ໜ້າທີ່ສັ້ນກວ່າຈະບໍ່ມີຕົວໜັງສືໃຫຍ່ຕົ້ນຫຍໍ້ໜ້າ. ສາມາດເລືອກໄດ້ແຕ່ 2-9 ແຖວ.
ປ້ອນຈຳນວນໄລຍະຫ່າງທີ່ຈະເຫຼືອໄວ້ລະຫວ່າງຕົວໜັງສືໃຫຍ່ຕົ້ນຫຍໍ້ໜ້າ ແລະ ຂໍ້ຄວາມສ່ວນທີ່ເຫຼືອໃນຫຍໍ້ໜ້າ.
ປ້ອນຂໍ້ຄວາມທີ່ທ່ານຕ້ອງການໃຫ້ສະແດງເປັນຕົວໜັງສືໃຫຍ່ຕົ້ນຫຍໍ້ໜ້າ ແທນຕົວອັກສອນທຳອິດຂອງຫຍໍ້ໜ້າ.
ເລືອກຮູບແບບການຈັດຮູບແບບທີ່ທ່ານຕ້ອງການນຳໃຊ້ອັນຕົວໜັງສືໃຫຍ່ຕົ້ນຫຍໍ້ໜ້າ. ເພື່ອໃຊ້ຮູບແບບການຈັດຮູບແບບຂອງຫຍໍ້ໜ້າປັດຈຸບັນ, ໃຫ້ເລືອກ [ບໍ່ມີ].