ຟິວປ້ອນຂໍ້ມູນ

ແຊກຟິວຂໍ້ຄວາມທີ່ທ່ານສາມາດເປີດ ແລະ ແກ້ໄຂໄດ້ໂດຍການຄລິກໃສ່ມັນໃນເອກະສານ. ທ່ານສາມາດໃຊ້ຟິວປ້ອນຂໍ້ມູນສຳລັບຂໍ້ຄວາມ, ຫຼື ເພື່ອກຳນົດຄ່າໃໝ່ໃຫ້ກັບຕົວປ່ຽນ.

ເພື່ອປ່ຽນເນື້ອໃນຂອງຟິວປ້ອນຂໍ້ມູນໃນເອກະສານ, ໃຫ້ຄລິກໃສ່ຟິວ, ແລ້ວແກ້ໄຂຂໍ້ຄວາມໃນຫ້ອງດ້ານລຸ່ມຂອງກ່ອງໂຕ້ຕອບ.

ການອ້າງອີງ

ຫ້ອງນີ້ສະແດງຊື່ທີ່ທ່ານປ້ອນໃນຫ້ອງ ການອ້າງອີງ ໃນແທັບ ຟັງຊັນ ຫຼື ຕົວປ່ຽນ ຂອງກ່ອງໂຕ້ຕອບ ຟິວ. ຫ້ອງດ້ານລຸ່ມສະແດງເນື້ອໃນຂອງຟິວ.

ຕໍ່ໄປ

ໂດດໄປຫາຟິວປ້ອນຂໍ້ມູນຖັດໄປໃນເອກະສານ. ປຸ່ມນີ້ຈະມີໃຫ້ໃຊ້ເມື່ອທ່ານວາງເຄີເຊີໄວ້ທາງໜ້າຟິວປ້ອນຂໍ້ມູນໂດຍກົງ, ແລ້ວກົດ Shift+Ctrl+F9.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!