ແກ້ໄຂເຊິງອັດ ຫຼື ໝາຍເຫດທ້າຍບົດ

ແກ້ໄຂຈຸດຢຶດເຊິງອັດ ຫຼື ໝາຍເຫດທ້າຍບົດທີ່ເລືອກ. ຄລິກທາງໜ້າຂອງເຊິງອັດ ຫຼື ໝາຍເຫດທ້າຍບົດ, ແລ້ວເລືອກຄຳສັ່ງນີ້.

ເພື່ອເຂົ້າເຖິງຄຳສັ່ງນີ້...

ເລືອກ ແກ້ໄຂ - ການອ້າງອີງ - ຄຳອະທິບາຍລຸ່ມໜ້າ ຫຼື ຄຳອະທິບາຍທ້າຍເອກະສານ


ເພື່ອແກ້ໄຂຂໍ້ຄວາມຂອງເຊິງອັດ ຫຼື ໝາຍເຫດທ້າຍບົດ, ໃຫ້ຄລິກໃນພື້ນທີ່ເຊິງອັດຢູ່ດ້ານລຸ່ມຂອງໜ້າ, ຫຼື ຢູ່ຕອນທ້າຍຂອງເອກະສານ.

ໄອຄອນ ບັນທຶກ

ເພື່ອໂດດໄປຫາຂໍ້ຄວາມເຊິງອັດ ຫຼື ໝາຍເຫດທ້າຍບົດຢ່າງວ່ອງໄວ, ໃຫ້ຄລິກທີ່ຈຸດຢຶດຂອງໝາຍເຫດໃນເອກະສານ. ທ່ານຍັງສາມາດວາງເຄີເຊີໄວ້ທາງໜ້າ ຫຼື ທາງຫຼັງເຄື່ອງໝາຍ, ແລ້ວກົດ +Shift+PgDn. ເພື່ອໂດດກັບຄືນໄປຫາຈຸດຢຶດຂອງໝາຍເຫດ, ໃຫ້ກົດ PgUp.


ລຳດັບຕົວເລກ

ເລືອກປະເພດລຳດັບຕົວເລກສຳລັບເຊິງອັດ ຫຼື ໝາຍເຫດທ້າຍບົດ.

ອັດຕະໂນມັດ

ກຳນົດເລກລຽງລຳດັບໃຫ້ກັບເຊິງອັດ ຫຼື ທ້າຍບົດທີ່ທ່ານແຊກໂດຍອັດຕະໂນມັດ. ເພື່ອປ່ຽນການຕັ້ງຄ່າສຳລັບການໃສ່ເລກອັດຕະໂນມັດ, ໃຫ້ເລືອກ ເຄື່ອງມື - ການຕັ້ງຄ່າ ເຊິງອັດ/ທ້າຍບົດ.

ຕົວອັກສອນ

ເລືອກຕົວເລືອກນີ້ເພື່ອລະບຸຕົວອັກສອນ ຫຼື ສັນຍະລັກສຳລັບເຊິງອັດປັດຈຸບັນ. ເຊິ່ງສາມາດເປັນໄດ້ທັງຕົວອັກສອນ, ຕົວເລກ ຫຼື ອັກສອນພິເສດ.

ເລືອກ

ແຊກ ອັກສອນພິເສດ ເປັນຈຸດຍຶດສຳລັບເຊິງອັດ ຫຼື ທ້າຍບົດ.

ໄອຄອນ ເຄັດລັບ

ເພື່ອປ່ຽນຮູບແບບຂອງຈຸດຢຶດ ຫຼື ຂໍ້ຄວາມຂອງເຊິງອັດ ຫຼື ໝາຍເຫດທ້າຍບົດ, ໃຫ້ເລືອກມັນ, ແລ້ວເລືອກ ຮູບແບບ - ຕົວອັກສອນ. ທ່ານສາມາດກົດ ເພື່ອເປີດໜ້າຕ່າງ ຮູບແບບ ແລະ ປ່ຽນແປງຮູບແບບວັກຂອງເຊິງອັດ ຫຼື ໝາຍເຫດທ້າຍບົດ.


ປະເພດ

ເລືອກປະເພດຂອງໝາຍເຫດທີ່ຈະແຊກ, ນັ້ນຄື ເຊິງອັດ ຫຼື ໝາຍເຫດທ້າຍບົດ. ເຊິງອັດຈະຖືກວາງໄວ້ທາງລຸ່ມຂອງໜ້າປັດຈຸບັນ, ໃນຂະນະທີ່ໝາຍເຫດທ້າຍບົດຈະຖືກວາງໄວ້ຕອນທ້າຍຂອງເອກະສານ.

ເຊິງອັດ

ແປງໝາຍເຫດທ້າຍບົດເປັນເຊິງອັດ.

ໝາຍເຫດທ້າຍບົດ

ແປງເຊິງອັດເປັນໝາຍເຫດທ້າຍບົດ.

ລູກສອນຊ້າຍ

ຍ້າຍໄປຫາຈຸດຢຶດເຊິງອັດ ຫຼື ໝາຍເຫດທ້າຍບົດກ່ອນໜ້າໃນເອກະສານ.

ໄອຄອນ ເຊິງອັດກ່ອນໜ້າ

ເຊິງອັດກ່ອນໜ້າ

ລູກສອນຂວາ

ຍ້າຍໄປຫາຈຸດຢຶດເຊິງອັດ ຫຼື ໝາຍເຫດທ້າຍບົດຖັດໄປໃນເອກະສານ.

ໄອຄອນ ເຊິງອັດຖັດໄປ

ເຊິງອັດຖັດໄປ

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!