ການຊ່ວຍເຫຼືອ LibreOffice 26.2
ໃຊ້ກ່ອງໂຕ້ຕອບນີ້ເພື່ອທຳນົດໄລຍະຫ່າງລະຫວ່າງອົງປະກອບຂອງສູດ. ໄລຍະຫ່າງຖືກລະບຸເປັນເປີເຊັນທຽບກັບຂະໜາດພື້ນຖານທີ່ກຳນົດໄວ້ໃນ ຮູບແບບ - ຂະໜາດຕົວອັກສອນ.
ໃຊ້ປຸ່ມ ໝວດໝູ່ ເພື່ອທຳນົດອົງປະກອບສູດທີ່ທ່ານຕ້ອງການລະບຸໄລຍະຫ່າງ. ຮູບລັກສະນະຂອງກ່ອງໂຕ້ຕອບຈະປ່ຽນໄປຕາມໝວດໝູ່ທີ່ເລືອກ. ປ່ອງຢ້ຽມຕົວຢ່າງຈະສະແດງໃຫ້ເຫັນວ່າໄລຍະຫ່າງໃດແດ່ທີ່ຖືກປ່ຽນແປງຜ່ານຫ້ອງທີ່ກ່ຽວຂ້ອງ.
ປຸ່ມນີ້ຊ່ວຍໃຫ້ທ່ານເລືອກໝວດໝູ່ທີ່ທ່ານຕ້ອງການປ່ຽນໄລຍະຫ່າງ.
ກຳນົດໄລຍະຫ່າງລະຫວ່າງຕົວປ່ຽນ ແລະ ເຄື່ອງໝາຍການຄິດໄລ່, ລະຫວ່າງແຖວ, ແລະ ລະຫວ່າງເຄື່ອງໝາຍຮາກ ແລະ ຕົວເລກໃນຮາກ.
ກຳນົດໄລຍະຫ່າງລະຫວ່າງຕົວປ່ຽນ ແລະ ເຄື່ອງໝາຍການຄິດໄລ່.
ກຳນົດໄລຍະຫ່າງລະຫວ່າງແຖວ.
ກຳນົດໄລຍະຫ່າງລະຫວ່າງເຄື່ອງໝາຍຮາກ ແລະ ຕົວເລກໃນຮາກ.
ກຳນົດໄລຍະຫ່າງສຳລັບຕົວດັດສະນີຕົວຍົກ ແລະ ຕົວຫ້ອຍ.
ກຳນົດໄລຍະຫ່າງສຳລັບຕົວດັດສະນີຕົວຍົກ.
ກຳນົດໄລຍະຫ່າງສຳລັບຕົວດັດສະນີຕົວຫ້ອຍ.
ກຳນົດໄລຍະຫ່າງລະຫວ່າງເສັ້ນຂີດເລກສ່ວນ ກັບ ຕົວເສດ ຫຼື ຕົວສ່ວນ.
ກຳນົດໄລຍະຫ່າງລະຫວ່າງເສັ້ນຂີດເລກສ່ວນ ແລະ ຕົວເສດ.
ກຳນົດໄລຍະຫ່າງລະຫວ່າງເສັ້ນຂີດເລກສ່ວນ ແລະ ຕົວສ່ວນ.
ກຳນົດຄວາມຍາວສ່ວນເກີນ ແລະ ຄວາມເຂັ້ມຂອງເສັ້ນຂີດເລກສ່ວນ.
ກຳນົດຄວາມຍາວສ່ວນເກີນຂອງເສັ້ນຂີດເລກສ່ວນ.
ກຳນົດຄວາມເຂັ້ມຂອງເສັ້ນຂີດເລກສ່ວນ.
ກຳນົດໄລຍະຫ່າງລະຫວ່າງສັນຍາລັກຜົນບວກ ແລະ ເງື່ອນໄຂຂອບເຂດ.
ກຳນົດໄລຍະຫ່າງລະຫວ່າງສັນຍາລັກຜົນບວກ ແລະ ຂອບເຂດເທິງ.
ກຳນົດໄລຍະຫ່າງລະຫວ່າງສັນຍາລັກຜົນບວກ ແລະ ຂອບເຂດລຸ່ມ.
ກຳນົດໄລຍະຫ່າງລະຫວ່າງວົງເລັບ ແລະ ເນື້ອໃນ.
ກຳນົດໄລຍະຫ່າງທາງຕັ້ງລະຫວ່າງຂອບເທິງຂອງເນື້ອໃນ ແລະ ສົ້ນເທິງຂອງວົງເລັບ.
ກຳນົດໄລຍະຫ່າງທາງນອນລະຫວ່າງເນື້ອໃນ ແລະ ສົ້ນເທິງຂອງວົງເລັບ.
ປັບຂະໜາດວົງເລັບທຸກປະເພດ. ຫາກທ່ານພິມ ( a over b) ໃນປ່ອງຢ້ຽມ ຄຳສັ່ງ, ວົງເລັບຈະຫຸ້ມລວມຄວາມສູງທັງໝົດຂອງຕົວປ່ຽນ. ໂດຍປົກກະຕິແລ້ວ ທ່ານສາມາດເຮັດແບບນີ້ໄດ້ດ້ວຍການພິມ left ( a over b right ).
ປັບເປີເຊັນຂະໜາດສ່ວນເກີນ. ທີ່ 0 ເປີເຊັນ ວົງເລັບຈະຖືກຕັ້ງໃຫ້ຫຸ້ມຕົວປ່ຽນໃນຄວາມສູງດຽວກັນ. ຍິ່ງຄ່າທີ່ປ້ອນສູງຂຶ້ນ, ຊ່ອງວ່າງທາງຕັ້ງລະຫວ່າງເນື້ອໃນຂອງວົງເລັບ ແລະ ຂອບນອກຂອງວົງເລັບກໍຈະຍິ່ງກວ້າງຂຶ້ນ. ຫ້ອງນີ້ສາມາດໃຊ້ໄດ້ກັບຕົວເລືອກ ປັບຂະໜາດວົງເລັບທັງໝົດ ເທົ່ານັ້ນ.
ກຳນົດໄລຍະຫ່າງທຽບຖານສຳລັບອົງປະກອບໃນມາຕຣິດ.
ກຳນົດໄລຍະຫ່າງລະຫວ່າງອົງປະກອບມາຕຣິດໃນແຖວນອນ.
ກຳນົດໄລຍະຫ່າງລະຫວ່າງອົງປະກອບມາຕຣິດໃນຖັນ (ແຖວຕັ້ງ).
ກຳນົດໄລຍະຫ່າງຂອງສັນຍາລັກທຽບກັບຕົວປ່ຽນ
ກຳນົດຄວາມສູງຂອງສັນຍາລັກທຽບກັບເສັ້ນພື້ນຖານ.
ກຳນົດໄລຍະຫ່າງຕ່ຳສຸດລະຫວ່າງສັນຍາລັກ ແລະ ຕົວປ່ຽນ.
ກຳນົດໄລຍະຫ່າງລະຫວ່າງເຄື່ອງໝາຍການຄິດໄລ່ ແລະ ຕົວປ່ຽນ ຫຼື ຕົວເລກ.
ກຳນົດຄວາມສູງຈາກຕົວປ່ຽນຫາຂອບເທິງຂອງເຄື່ອງໝາຍການຄິດໄລ່.
ກຳນົດໄລຍະຫ່າງທາງນອນລະຫວ່າງເຄື່ອງໝາຍການຄິດໄລ່ ແລະ ຕົວປ່ຽນ.
ເພີ່ມຂອບໃຫ້ກັບສູດຂອງທ່ານ. ຕົວເລືອກນີ້ມີປະໂຫຍດຫຼາຍຫາກທ່ານຕ້ອງການລວມສູດເຂົ້າໃນໄຟລ໌ຂໍ້ຄວາມໃນ LibreOffice Writer. ເວລາຕັ້ງຄ່າ, ໃຫ້ແນ່ໃຈວ່າທ່ານບໍ່ໄດ້ໃຊ້ 0 ເປັນຂະໜາດ ເພາະມັນອາດເຮັດໃຫ້ເກີດບັນຫາໃນການເບິ່ງຂໍ້ຄວາມທີ່ຢູ່ອ້ອມຮອບຈຸດແຊກ.
ຂອບຊ້າຍຖືກຈັດວາງລະຫວ່າງສູດ ແລະ ພື້ນຫຼັງ.
ຂອບຂວາຖືກຈັດວາງລະຫວ່າງສູດ ແລະ ພື້ນຫຼັງ.
ຂອບເທິງຖືກຈັດວາງລະຫວ່າງສູດ ແລະ ພື້ນຫຼັງ.
ຂອບລຸ່ມຖືກຈັດວາງລະຫວ່າງສູດ ແລະ ພື້ນຫຼັງ.
ບັນທຶກການປ່ຽນແປງຂອງທ່ານໃຫ້ເປັນຄ່າເລີ່ມຕົ້ນສຳລັບທຸກໆສູດໃໝ່. ການແຈ້ງເຕືອນຄວາມປອດໄພຈະປະກົດຂຶ້ນກ່ອນການບັນທຶກການປ່ຽນແປງເຫຼົ່ານີ້.