ການຊ່ວຍເຫຼືອ LibreOffice 26.2
ສະແດງລາຍການການເຊື່ອມຕໍ່ ການຄວບຄຸມໄລຍະໄກຂອງ Impress ທັງໝົດທີ່ມີຢູ່.
ໃນຂັ້ນຕົ້ນ, ໃຫ້ໝາຍຕິກໃສ່ຫ້ອງ ເປີດໃຊ້ການຄວບຄຸມໄລຍະໄກ ໃນ LibreOffice – ການຕັ້ງຄ່າ ເຄື່ອງມື – ຕົວເລືອກ – LibreOffice Impress – ທົ່ວໄປ.
ເລືອກເມນູ .
ວິທີເປີດໃຊ້ການເຊື່ອມຕໍ່ໄລຍະໄກ:
ເປີດແອັບພລິເຄຊັນ Impress Remote ໃນອຸປະກອນມືຖື.
ເປີດກ່ອງຂໍ້ຄວາມ ການເຊື່ອມຕໍ່ໄລຍະໄກ,
ເລືອກອຸປະກອນໃນລາຍການ,
ໃສ່ໝາຍເລກ PIN ທີ່ສະແດງຢູ່ໃນອຸປະກອນ ແລ້ວກົດ ເຊື່ອມຕໍ່ ເພື່ອອະນຸຍາດການເຊື່ອມຕໍ່.
ຕອນນີ້ອຸປະກອນ ແລະ ຄອມພິວເຕີໄດ້ເຊື່ອມຕໍ່ກັນແລ້ວ, ການນຳສະເໜີປັດຈຸບັນຈະເຂົ້າສູ່ໂໝດການນຳສະເໜີທັນທີ ໂດຍຄວບຄຸມຜ່ານອຸປະກອນມືຖື.
ເປີດກ່ອງຂໍ້ຄວາມ ການເຊື່ອມຕໍ່ໄລຍະໄກ,
ເລືອກອຸປະກອນໃນລາຍການ,
ຄລິກ ລຶບການອະນຸຍາດໄຄເອັນ.